ຖົງ/ທໍ່ດູດປລາສຕິກໃຊ້ແລ້ວ ບໍລິຈາກໄດ້ທີ່ກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ
ຖົງ/ທໍ່ດູດປລາສຕິກໃຊ້ແລ້ວ ບໍລິຈາກໄດ້ທີ່ກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ
07 April, 2022
Share now
ຖົງຢາງປລາສຕິກ (LDPE) ສາມາດນຳໄປຜະລິດໃໝ່ (recycle) ໄດ້. ຢ່າງໃດກໍຕາມ ມັນມັກຖືກນຳໄປຜະລິດໃໝ່ຍາກ ຍ້ອນສ່ວນໃຫຍ່ມັກເປື້ອນ ຫຼື ບໍ່ຄຸ້ມຄ່າໃນການຂົນສົ່ງ ແລະ ໃນທາງຂະບວນການຕ່າງໆ. ຍ້ອນແນວນັ້ນຈຶ່ງມີການປຸກລະດົມໃຫ້ມີການນຳໃຊ້ໜ້ອຍທີ່ສຸດເທົ່າທີ່ຈະໜ້ອຍໄດ້. ໃນຂະນະດຽວກັນ, ທໍ່ດູດປລາສຕິກທີ່ເປັນຂີ້ເຫຍື້ອປລາສຕິກທີ່ສ້າງຂຶ້ນໄວ ແລະ ຫຼາຍໃນແຕ່ລະມື້ ແມ່ນບໍ່ສາມາດນໍາໄປຜະລິດໃໝ່ໄດ້ເລີຍ. ທັງນີ້, ຖົງຢາງປລາສຕິກ ແລະ ທໍ່ດູດປລາສຕິກ ກໍສາມາດຖືກນຳມາຜະລິດເພີ່ມຄຸນຄ່າ (upcycle) ໂດຍບາງພາກສ່ວນ ແລະ ກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ ກໍເປັນໜຶ່ງໃນນັ້ນ.

ຫາກທ່ານເປັນຜູ້ໜຶ່ງທີ່ພະຍາຍາມຫຼຸດຜ່ອນການນຳໃຊ້ ແລະ ອາດມີຖົງຢາງປລາສຕິກ ແລະ ທໍ່ດູດປລາສຕິກ ຈຳນວນໜຶ່ງທີ່ບໍ່ໄດ້ນຳໃຊ້ແລ້ວ, ທາງກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ ຕ້ອງການຖົງຢາງ ປລາສຕິກເກົ່າ ແລະ ລວມເຖິງທໍ່ດູດເກົ່າທີ່ໃຊ້ແລ້ວ, ກັບຄືນມາແປຮູບເປັນສິນຄ້າຫັດຖະກຳ, ກະເປົາ, ເຄື່ອງປະດັບຕ່າງໆ, ເພື່ອສົ່ງເສີມເສີມການສ້າງອາຊີບ ແລະ ຮັກສາສິ່ງແວດລ້ອມ ໃຫ້ແກ່ຜູ້ທີ່ມີຄວາມພິການ.

ທ່ານສາມາດບໍລິຈາກໃຫ້ກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າໄດ້ທີ່ ບ້ານສາລາຄຳ (ໃກ້ກັບເບຍລາວ) ຫຼື ທີ່ຮ້ານຫັດຖະກຳຂອງເພິ່ນໄດ້ໃນຕົວເມືອງ ຮ່ອມວັດຫໍກາງ ກົງກັນຂ້າມກັບວັດມີໄຊ.

ຕິດຕໍ່ເບີ 02055165868page: XonPhao Working Group for People Living with Disabilities

#EconewsLaos#Upcycle#PlasticCrisis

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.