ນະຄອນຫຼວງວຽງຈັນ ວາງແຜນປູກຕົ້ນໄມ້ 400 ເຮັກຕາ ໃນວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ
ນະຄອນຫຼວງວຽງຈັນ ວາງແຜນປູກຕົ້ນໄມ້ 400 ເຮັກຕາ ໃນວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ
30 May, 2022
Share now
ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດທີ່ຈະມາຮອດນີ້ຫຼາຍຄະນະ, ຫຼາຍພາກສ່ວນ ກໍ່ຈະໄດ້ພາກັນກະກຽມຈັດກິດຈະກຳການປູກຕົ້ນໄມ້ໃນແຕ່ລະເຂດແຕ່ລະທ້ອງຖິ່ນຂອງຕົນເອງຢ່າງຄຶກຄື້ນ ແລະ ໃນນະຄອນຫຼວງວຽງຈັນເອງກໍມີການ ວາງແຜນຈະປູກຕົ້ນໄມ້ໃຫ້ໄດ້ 400 ກວ່າເຮັກຕາ, ໂດຍເນັ້ນໜັກໃສ່ ປະເພດໄມ້ປະດັບ ແລະ ໄມ້ເສດຖະກິດທີ່ຕະຫຼາດມີຄວາມຕ້ອງການສູງ.

ທ່ານ ສີເມືອງ ສຸດທິວົງນໍລາດ, ຫົວໜ້າຂະແໜງປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ໃນຈໍານວນເນື້ອທີ່ 400 ເຮັກຕາແມ່ນຈະສຸມໃສ່ປູກໄມ້ປະດັບຕາມແຄມທາງ, ສວນສາທາລະນະຕ່າງໆ 5 ເຮັກຕາ, ໄມ້ເສດຖະກິດທີ່ຕະຫລາດຕ້ອງການເພື່ອເປັນສິນຄ້າ 300 ເຮັກຕາ ແລະ ຟື້ນຟູປ່າທີ່ຊຸດໂຊມ 100 ເຮັກຕາ ໂດຍມອບໃຫ້ 5 ຕົວເມືອງນອກທີ່ມີເນື້ອທີ່ປ່າໄມ້ກວມອັດຕາສ່ວນຫຼາຍເປັນຜູ້ຈັດຕັ້ງປະຕິບັດເຊັ່ນ: ເມືອງສັງທອງ, ປາກງື່ມ, ໄຊທານີ, ຫາດຊາຍຟອງ ແລະເມືອງນາຊາຍທອງ; ມາຮອດປັດຈຸບັນການກະກຽມເບ້ຍໄມ້ຕ່າງໆສໍາເລັດເກືອບ 100 ສ່ວນຮ້ອຍແລ້ວ.

ທ່ານ ສີເມືອງ ສຸດທິວົງນໍລາດ ໃຫ້ຮູ້ຕື່ມອີກວ່າ: ສໍາລັບການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້ ຈະສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍ ສ ສີຂຽວຂອງນະຄອນຫລວງວຽງຈັນ ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທິຜົນສູງຕາມຄໍາຂວັນປຸກຂະບວນການສີຂຽວເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022.

ໂດຍສຸມໃສ່ພັດທະນາເສັ້ນທາງເລກທີ 11 ເໜືອ ແລະເສັ້ນທາງດອນກອຍ, ໜອງໄຮ ແລະເສັ້ນທາງຕັດໃໝ່ບ້ານຫ້ວຍຫົງຫາ ໂຮງໝໍ ແມ່ ແລະເດັກ ເປັນເສັ້ນທາງສີຂຽວ; ສ້າງສໍານັກງານ, ຫ້ອງການ, ໂຮງແຮມ, ໂຮງຮຽນ, ວັດສີຂຽວ ລວມເຖິງການປົກປັກຮັກສາປ່າທຳມະຊາດ ແລະ ປ່າສະຫງວນ.

ເຊິ່ງຖືວ່າເປັນຂ່າວດີທີ່ຈະເຮັດໃຫ້ນະຄອນຫຼວງວຽງຈັນມີເນື້ອທີ່ປ່າໄມ້,ແລະ ເພີ່ມພື້ນທີ່ສີຂຽວໃນເຂດຕົວເມືອງໃຫ້ຫຼາຍຂຶ້ນ. ເນື່ອງໃນໂອກາດ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດນີ້ທີມງານ Econews ຢາກຂໍເຊີນຊວນໃຫ້ພວກເຮົາທຸກຄົນມາຮ່ວມໃຈກັນ ປູກຕົ້ນໄມ້ໃນເຂດບ້ານເຮືອນຂອງທ່ານໃນວັນທີ 1 ມິຖຸນາ 2022 ນີ້ນຳກັນ.

#EconewsLaos#ForestCover#Biodiversity#ວັນປູກຕົ້ນໄມ້ແຫ່ງຊາດ#InternationalChildrensDay ແຫຼ່ງຂ່າວຈາກ: https://www.facebook.com/1519334918377064/posts/3079092629067944/?d=n

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.