ມສພອ ຮ່ວມກັບອົງການຈັດຕັ້ງຂັ້ນເມືອງ ແລະ ຂັ້ນບ້ານ ຮ່ວມປູກຕົ້ນໄມ້ເຂດອະນຸສອນສະຖານ ສິລາຈາລຶກບ້ານດົງບັງ
ມສພອ ຮ່ວມກັບອົງການຈັດຕັ້ງຂັ້ນເມືອງ ແລະ ຂັ້ນບ້ານ ຮ່ວມປູກຕົ້ນໄມ້ເຂດອະນຸສອນສະຖານ ສິລາຈາລຶກບ້ານດົງບັງ
02 June, 2022
Share now
ໃນຕອນເຊົ້າຂອງວັນທີ 1 ມິຖຸນາ ປີ 2022 ທີ່ສະໂມສອນຫໍສີລາຈາລຶກຂອງບັນພະບູລຸດບ້ານດົງບັງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ; ໄດ້ມີການຈັດກິດຈະກຳການປູກຕົ້ນໄມ້ດູ່ 40 ຕົ້ນ ແລະ ໄມ້ປະດັບບໍລິເວນອະນຸສອນສະຖານ ເສົາສິລາຈາລຶກນັກຮົບວິລະຊົນ ບ້ານດົງບັງ ເມືອງໄຊທາງນີ ນະຄອນຫຼວງວຽງງຈັນ.

ກິດຈະກຳດັ່ງກ່າວແມ່ນໃຫ້ກຽດເປັນປະທານການຈັດງານໂດຍ ທ່ານບົວລີ ແກ້ວມະນີວັນ ຮອງເລຂາພັກເມືອງ ປະທານກວດກາພັກລັດ ເມືອງໄຊທານີ, ທ່ານ ນາງສີດາ ບູນມາ ຄະນະປະຈໍາພັກເມືອງ ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງໄຊທານີ, ທ່ານ ນາງວັນດີ ວົງຄໍາມະນີ ອາດີດຄະນະນໍານະຄອນຫຼວງວຽງຈັນ ທີ່ປຶກສາມູນນິທິສົ່ງເສີມການພັດທະນາຊຸມຊົນ ແລະອະນຸລັກສິ່ງແວດລ້ອມ FCEC Laos - ມສພອ; ພ້ອມດ້ວຍການຈັດຕັ້ງ 12 ບ້ານກຸ່ມ ປກສ ແລະ ການຈັດຕັ້ງ 3 ມ.ສ ໂຮງຮຽນທີ່ຂຶ້ນກັບກຸ່ມດົງບັງພ້ອມຄະນະ, ບໍລິສັດ ອີໂຄນັອກລາວ Econoxlaos, ທີມງານໂຄງການນັກຂ່າວສິ່ງແວດລ້ອມໄວໜຸ່ມ (Econews), ໄອດໍ້ວົງ NG GIRL ແລະ ບັນດານັກຮຽນຈາກໂຮງຮຽນ ມ.ສ ດົງບັງທີ່ໄດ້ຮ່ວມກິດຈະກຳປູກ ຕົ້ນໄມ້ໃນຄັ້ງນີ້.

ທ່ານ ບົວລີ ແກ້ວມະນີວັນ ຮອງເລຂາພັກເມືອງ ປະທານກວດກາພັກລັດ ເມືອງໄຊທານີ ຍັງໄດ້ກ່າວເປີດພິທີ ແລະ ກ່າວຈຸດປະສົງໃນການປູກຕົ້ນໄມ້ໃນຄັ້ງນີ້ວ່າ:1. ເພື່ອທົດແທນຕົ້ນໄມ້ທີ່ພວກເຮົານຳໃຊ້ກໍ່ສ້າງ ແລະ ສູນເສຍໄປ.2. ເພື່ອເປັນການອະນຸລັກຮັກສາສິ່ງແວດລ້ອມ.3. ເພື່ອໃຫ້ພວກເຮົາທຸກຄົນ, ນັກຮຽນນັກສຶກສາ, ຄົນຍຸກໃໝ່ມີຄວາມລຶ້ງເຄີຍໃນການປູກປ່າ, ການຮັກສາສິ່ງແວດລ້ອມ ແລະ ໃຫ້ຮູ້ຄຸນປະໂຫຍດຂອງຕົ້ນໄມ້.

​ທ່ານ ນາງວັນດີ ວົງຄໍາມະນີ ອາດີດຄະນະນໍານະຄອນຫຼວງວຽງຈັນ ທີ່ປຶກສາມູນລະນິທິສົ່ງເສີມການພັດທະນາຊຸມຊົນ ແລະອະນຸລັກສິ່ງແວດລ້ອມຍັງໄດ້ໂອ້ລົມ ກ່ຽວກັບຄວາມເປັນມາ ແລະ ອານາຄົດຂອງແຜນໂຄງການ, ທີ່ມີຄວາມພະຍາຍາມຂົນຂວາຍຫາທຶນເພື່ອມາພັດທະນາຊຸມຊົນໃນພື້ນທີ່ຕ່າງໆທົ່ວປະເທດໃຫ້ມີຊີວິດການເປັນຢູ່ດີຂຶ້ນ ແລະ ຮັກສາສິ່ງແວດລ້ອມໄປພ້ອມກັນ.

​ນອກນັ້ນ, ເພື່ອເປັນການສ່ົງເສີມຄວາມຮັບຮູ້ໃນການປົກປັກຮັກສາສິ່ງແວດລ້ອມ ທາງທີມງານໂຄງການນັກຂ່າວສິ່ງແວດລ້ອມໄວໜຸ່ມຂອງພວກເຮົາກໍ່ໄດ້ມີການຮ່ວມຈັດກິດຈະກໍາເຜີຍແຜ່ຄວາມຮູ້ກ່ຽວກັບຄວາມໝາຍຄວາມສຳຄັນຂອງປ່າໄມ້, ແລະ ຫຼິ້ນກິດຈະກຳຖາມ-ຕອບໃຫ້ລາງວັນແກ່ນັກຮຽນນັກສຶກສາທີ່ເຂົ້າຮ່ວມງານຢ່າງຟົດຟື້ນ.

ຂ່າວສານໂດຍນັກຂ່າວສິ່ງແວດລ້ອມໄວໜຸ່ມ (Econews Laos)

ຂຽນຂ່າວ: ພູວາວ ຈະເລີນສັກ

ກວດແກ້: ສຸພານິດ ແພງມາລາ

ຖ່າຍພາບ: ຈິລະຢຸດ ນິດວົງໄຂ

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.