ຜູ້ນຳໂລກຖືກຕັ້ງຄຳຖາມ ມາກອງປະຊຸມເພື່ອຫຼຸດຜ່ອນກາກບອນ ແຕ່ເປັນຫຍັງຄື ຂີ່ຍົນສ່ວນໂຕມາ?
ຜູ້ນຳໂລກຖືກຕັ້ງຄຳຖາມ ມາກອງປະຊຸມເພື່ອຫຼຸດຜ່ອນກາກບອນ ແຕ່ເປັນຫຍັງຄື ຂີ່ຍົນສ່ວນໂຕມາ?
03 November, 2021
Share now
ເກີດຫຍັງແດ່ໃນ COP26? ຜູ້ນຳໂລກຖືກຕັ້ງຄຳຖາມ, ມາກອງປະຊຸມເພື່ອຫຼຸດຜ່ອນກາກບອນ ແຕ່ເປັນຫຍັງຄືຂີ່ຍົນສ່ວນໂຕມາ?

ຄາດວ່າມີຍົນສ່ວນໂຕປະມານ 400 ລໍາ ໄດ້ບິນໄປລົງທີ່ ສະກັອດແລນໃນທ້າຍອາທິດທີ່ຜ່ານມາ. ບໍ່ວ່າຈະເປັນ ເຈຟ ເບໂຊສ໌ ຜູ້ກໍ່ຕັ້ງ ອາເມຊອນ, ເຈົ້າຊາຍ ຊາລສ໌, ນາຍົກລັດຖະມົນຕີ ອັງກິດ ບໍຣິສ ຈອນສັນ, ແລະ ປະທານປະເທດສະຫະລັດອາເມລິກາ ໂຈ ໄບເດັນ ເປັນຕົ້ນ. ຜູ້ນໍາເຫຼົ່ານີ້ຖືກຕັ້ງຄໍາຖາມວ່າມາຮ່ວມກອງປະຊຸມເພື່ອເຈລະຈາຫຼຸດຜ່ອນກາກບອນ, ແຕ່ກັບປ່ອຍກາກບອນຫຼາຍຢ່າງບໍ່ຈຳເປັນ. ຄັ້ງນີ້, ຄາດວ່າຈະມີການປ່ອຍກາກບອນໄດອັອກໄຊ ເຖິງ 13,000 ໂຕນຂຶ້ນສູ່ຊັ້ນບັນຍາກາດ. #ClimateChange #COP26 #NetZero #EconewsLaos ທີ່ມາ ແລະ ເຄຣດິດຮູບ: https://nypost.com/.../world-leaders-slammed-for.../...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.