ມະຫາສະໝຸດຮ້ອນຂື້ນຫຼາຍສຸດໃນປະຫວັດສາດການບັນທຶກເຮັດໃຫ້ພາວະໂລກຮ້ອນຮຸນແຮງຂື້ນ
ມະຫາສະໝຸດຮ້ອນຂື້ນຫຼາຍສຸດໃນປະຫວັດສາດການບັນທຶກເຮັດໃຫ້ພາວະໂລກຮ້ອນຮຸນແຮງຂື້ນ
23 October, 2023
Share now
ທະເລ ແລະ ມະຫາສະໝຸດໃນທົ່ວໂລກທີ່ຖືໄດ້ວ່າເປັນແຫລ່ງຊຶມຊັບຄາບອນໄດອົກຊາຍ (Co2) ແລະ ອາຍຄວາມຮ້ອນຕ່າງໆ ເຮັດໃຫ້ມັນເປັນລະບົບນິເວດທີ່ສຳຄັນຢ່າງຍິ່ງຕໍ່ກັບສິ່ງແວດລ້ອມໃນໂລກ. ນອກນີ້, ມະຫາສະໝຸດຍັງມີການຜະລິດອົກຊີແຊນໃຫ້ແກ່ໂລກກວມເອົາປະມານ 50% ເຊິ່ງຫຼາຍກວ່າລະບົບນິເວດປ່າທັງໝົດເທິງໜ້າດິນ.

ຂໍ້ມູນທີ່ຖືກເກັບກຳໃນເດືອນສິງຫາ ປີ 2023 ທີ່ຜ່ານມາເຫັນວ່າມີອຸນຫະພູມສູງກວ່າທີ່ເຄີຍບັນທຶກມາ, ເຊິ່ງສູງເຖິງ 20.96 ອົງສາ ເຊລຊຽສ ແລະ ສູງກວ່າອຸນຫະພູມສະເລ່ຍທີ່ວັດໄດ້ໃນປີນີ້. ທັງນີ້, ເຫດຂອງຜົນດັ່ງກ່າວແມ່ນເກີດມາຈາກການທີ່ທະເລ ແລະ ມະຫາສະໝຸດໄດ້ຊຶມຊັບເອົາຄວາມຮ້ອນທີ່ເພີ່ມຂຶ້ນຈາກພາວະໂລກຮ້ອນ. ແນວໃດກໍຕາມ, ປະຈຸບັນ ນັກວິທະຍາສາດຍັງຄົງເຮັດການວິໄຈເພື່ອຄົ້ນຫາສາເຫດອື່ນໆເພີ່ມຕື່ມ.

ອຸນຫະພູມຂອງນ້ໍາທີ່ອຸ່ນຂຶ້ນມີຄວາມສາມາດດູດຊຶມອາຍຄາບອນໄດອົກຊາຍຫນ້ອຍລົງ, ຊຶ່ງຫມາຍຄວາມວ່າອາຍແກັສເຮືອນແກ້ວທີ່ເຮັດໃຫ້ອາກາດຮ້ອນຈະມີຫຼົງເຫຼືອຫຼາຍຂຶ້ນໃນຊັ້ນບັນຍາກາດ. ນອກນັ້ນ, ມັນຍັງສາມາດເລັ່ງການລະລາຍຂອງພູນໍ້າກ້ອນ (glaciers) ທີ່ໄຫຼລົງສູ່ມະຫາສະໝຸດ, ເຮັດໃຫ້ລະດັບນ້ໍາທະເລເພີ່ມສູງຂຶ້ນ. ນອກນີ້, ອຸນຫະພູມນໍ້າທີ່ເພີ່ມຂຶ້ນມັນຍັງໄດ້ສົ່ງຜົນໃຫ້ສັດທະເລໄດ້ຮັບຜົນກະທົບ ເຊັ່ນວ່າ ການອົບພະຍົບໄປຢູ່ບ່ອນເຢັນ ເຮັດໃຫ້ຄັງອາຫານຂອງມະນຸດຫຼຸດໜ້ອຍລົງ ຫຼື ກະທັ່ງເຮັດໃຫ້ສັດແບບປາສະຫຼາມດຸຮ້າຍຂຶ້ນ.

ເຫດການວິກິດນີ້ ແນ່ນອນວ່າຈະສົ່ງຜົນໃຫ້ພາວະໂລກຮ້ອນທະວີຄວາມຮຸນແຮງຂຶ້ນ ແລະ ຍາກທີ່ຈະຢຸດໄດ້. #econewslaos #climatechange

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.