ພົບໄມໂຄຣປລາສຕິກນັບລ້ານເຈືອປົນຢູ່ໃນເຕົ້ານົມເດັກນ້ອຍ
ພົບໄມໂຄຣປລາສຕິກນັບລ້ານເຈືອປົນຢູ່ໃນເຕົ້ານົມເດັກນ້ອຍ
15 April, 2022
Share now
ແອນ້ອຍສ່ຽງຮັບໄມໂຄຣປລາສຕິກຫຼາຍລ້ານອັນຕໍ່ມື້. ເຕົ້ານົມປລາສຕິກ ເຖິງແມ່ນຈະທົນຕໍ່ຄວາມຮ້ອນ, ແຕ່ມັນບໍ່ສາມາດປ້ອງກັນບໍ່ໃຫ້ປລາສຕິກຫຼຸດອອກມາເຈືອປົນກັບນົມໄດ້. ຄາດວ່າໂດຍສະເລ່ຍແລ້ວ ເດັກນ້ອຍແມ່ນມີຄວາມສ່ຽງຈະໄດ້ຮັບໄມໂຄຣປລາສຕິກ 1.6 ລ້ານອັນຕໍ່ມື້.

ຈາກຜົນການວິໄຈຂອງສາດສະດາຈານ ຈອນ ບໍແລນ (John Boland), ພ້ອມດ້ວຍຄະນະ ຈາກ Trinity College Dublin ເພິ່ນໄດ້ທົດລອງຈາກການນຳເຕົ້ານົມປລາສຕິກ ພໍລິໂພພີລິນ (PP) 10 ປະເພດ ເຊິ່ງກວມເອົາ 2 ໃນ 3 ຂອງເຕົ້ານົມທີ່ມີໃນທ້ອງຕະຫຼາດ, ນຳມາຂ້າເຊື້ອດ້ວຍການແຊ່ໃນນ້ຳທີ່ມີອຸນຫະພູມ 95℃ ເປັນເວລາ 5 ນາທີແລ້ວປະໄວ້ຈົນແຫ້ງ, ຫຼັງຈາກນັ້ນໃສ່ນ້ຳທີ່ມີອຸນຫະພູມ 70℃ ແລ້ວສັ່ນເປັນເວລາ 1 ນາທີ . ປາກົດວ່າພົບເຫັນໄມໂຄຣປລາສຕິກເຈືຶອປົນກັບນ້ຳຫຼາຍກວ່າລ້ານອັນຕໍ່ລິດ.

ການຄົ້ນພົບນີ້ນັບວ່າເປັນໄພອັນຕະລາຍທີ່ໜ້າຕົກໃຈ. ເຖິງແມ່ນວ່າປັດຈຸບັນຍັງບໍ່ສາມາດສະຫຼຸບເຖິງຜົນກະທົບທີ່ຕາມມາຕໍ່ເດັກທີ່ໄດ້ຮັບໄມໂຄຣປລາສຕິກຫຼາຍລ້ານອັນ ຕໍ່ຕົວເດັກໃນອະນາຄົດ. ການໃຊ້ເຕົ້ານົມປລາສຕິກຍັງຄົງເປັນຕົວເລືອກທີ່ບໍ່ສາມາດປະຕິເສດໄດ້ ດ້ວຍຄວາມສະດວກໃນການພົກພາ, ຄວາມເບົາ, ແລະ ປ້ອງກັນການບາດເຈັບຂອງຕົວເດັກຈຶ່ງເຮັດໃຫ້ຍັງຄົງມີການສືບຕໍ່ນຳໃຊ້ເປັນຈຳນວນຫຼາຍ. ໃນອະນາຄົດ, ອາດຈະມີນະໂຍບາຍການສ້າງສານເຄືອບເພື່ອປ້ອງກັນການເກີດໄມໂຄຣປລາສຕິກເມື່ອກະທົບກັບຄວາມຮ້ອນ.

ສຳລັບການຫຼີກລ່ຽງການເກີດໄມໂຄຣປລາສຕິກເຈືອປົນໃນເຕົ້ານົມແມ່ນມີວິທີດັ່ງນີ້:

1. ຫຼັງຈາກລ້າງເຕົ້ານົມດ້ວຍນ້ຳຮ້ອນແລ້ວ ໃຫ້ລ້າງດ້ວຍນ້ຳເຢັນອີກ 3 ຄັ້ງ.

2. ເມື່ອຕ້ອງຊົງນົມຜົງກັບນ້ຳຮ້ອນ ໃຫ້ຊົງໃນພາຊະນະອື່ນທີ່ບໍ່ແມ່ນປລາສຕິກ, ຫຼັງຈາກນົມເຢັນແລ້ວ ຈຶ່ງເທໃສ່ເຕົ້ານົມເພື່ອຫຼຸດຄວາມສ່ຽງ.

ພຽງເຮັດຕາມຄຳແນະນຳຂ້າງເທິງກໍມີຄວາມເປັນໄປໄດ້ວ່າ ແອນ້ອຍກໍຈະຮັບໄມໂຄຣປລາສຕິກໜ້ອຍລົງໄດ້

ແຫຼ່ງອ້າງອີງ: https://www.newscientist.com/.../2257599-plastic-baby.../- https://www.theguardian.com/.../bottle-fed-babies-swallow...

ອ່ານບົດວິໄຈໄດ້ທີ່: https://www.nature.com/articles/s43016-020-00171-y.epdf...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.