ຊີ້ນງົວສ່ວນຫຼາຍທີ່ບໍລິໂພກໃນໂລກນີ້ຍັງມາຈາກເຂດປ່າອະນຸລັກອາເມຊອນ
ຊີ້ນງົວສ່ວນຫຼາຍທີ່ບໍລິໂພກໃນໂລກນີ້ຍັງມາຈາກເຂດປ່າອະນຸລັກອາເມຊອນ
26 October, 2022
Share now
ອຸດສາຫະກຳຊີ້ນສັດເປັນທີ່ຮູ້ດີວ່າມີສ່ວນສ້າງຜົນກະທົບໃຫ້ແກ່ການປ່ຽນແປງດິນຟ້າອາກາດ. ນອກຈາກຈະປ່ອຍກາສເມຕານຂຶ້ນຊັ້ນບັນຍາກາດເປັນຈຳນວນຫຼາຍ, ຍັງລວມໄປເຖິງການລັກລອບຕັດພື້ນທີ່ປ່າໄມ້ເພື່ອປູກພືດທີ່ເປັນອາຫານໃຫ້ສັດ ແລະ ຍັງມີຂະບວນການລ້ຽງສັດໃນເຂດປ່າສະຫງວນອີກດ້ວຍ. ທັງນີ້, ວິທີການລ້ຽງໃນເຂດປ່າສະຫງວນແມ່ນໄດ້ຮັບການຫ້າມເດັດຂາດ ແຕ່ການສຶກສາທີ່ຜ່ານມາຍັງໃຫ້ເຫັນວ່າ ຍັງມີຜູ້ສົ່ງອອກຊີ້ນລາຍໃຫຍ່ຂອງໂລກທີ່ຊື້ຊີ້ນທີ່ໄດ້ຈາກງົວທີ່ລ້ຽງໃນເຂດປ່າສະຫງວນ ອະເມຊອນ ຢູ່.

ຢ່າງໃດກໍຕາມ, ເຖິງວ່າຈະມີຄໍາຫມັ້ນສັນຍາຕໍ່ກັບກົດລະບຽບເຫຼົ່ານັ້ນ, ງົວເກືອບ 1.1 ລ້ານໂຕ ຍັງຖືກຊື້ໂດຍກົງຈາກເຂດປ່າສະຫງວນ ແລະ ອີກ 2.2 ລ້ານໂຕ ໄດ້ຖືກລ້ຽງສ່ວນຫນຶ່ງໃນເຂດປ່າສະຫງວນ ແລະ ຖືກສົ່ງໄປຫາຂະບວນການກະສິກໍາສໍາເລັດຮູບຫຼື "fatening" ກ່ອນທີ່ຈະສົ່ງໄປຫໍ່ຫຸ້ມບັນຈຸພັນ. ທັງນີ້, ປະທານປະເທດ ຄົນປັດຈຸບັນຂອງປະເທດເບຣຊິນ ທ່ານ Jair Bolsonaro ໄດ້ຖືກເລືອກຕັ້ງໃນຕອນຕົ້ນຂອງປີ 2019. ນັບຕັ້ງແຕ່ນັ້ນມາ, ປ່າອະເມຊອນ ໄດ້ສູນເສຍເນື້ອທີ່ປ່າໄມ້ທີ່ໃຫຍ່ກວ່າປະເທດແບນຊິກ ແລະ ໄດ້ມີການບັນທຶກອັດຕາການທໍາລາຍປ່າໄມ້ທີ່ສູງທີ່ສຸດໃນຮອບ 15 ປີ. ນອກນັ້ນ, ຄວາມຖີ່ຂອງການເກີດໄຟໃໝ້ຍັງເພີ່ມຂຶ້ນ, ເຊິ່ງມັກຈະເກີດຂຶ້ນພາຍຫຼັງການຕັດໄມ້ທຳລາຍປ່າເພື່ອຖາງປ່າເຮັດໄຮ່ລ້ຽງງົວ ແລະ ການປູກຖົ່ວເຫຼືອງ.

#econewslaos#climatechange#sustainability#sustainablebusiness ແຫຼ່ງອ້າງອີງ:

https://news.mongabay.com/2022/10/beef-is-still-coming-from-protected-areas-in-the-amazon-study-shows/?fbclid=IwAR1JSWDkzmpz8x-BTB-iBibMmUL5w2X_FPpMUYP9g4GTAOjj7dEFy6sJHzw

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.