ກະໂທງສ້າງຂີ້ເຫຍື້ອອັນຕະລາຍໄດ້!
ກະໂທງສ້າງຂີ້ເຫຍື້ອອັນຕະລາຍໄດ້!
15 November, 2022
Share now
ບັນຊີແອັກເຄົ້າເຟສບຸກ Vorasil Thaweethong ຈາກປະເທດໄທໄດ້ເຜີຍແຜ່ຮູບພາບກະໂທງທີ່ລາວໄດ້ລົງໄປເກັບຕາມແມ່ນໍ້າຫຼັງເທສະການ ພ້ອມໄດ້ຂຽນຂໍ້ຄວາມວ່າ “ນີ້ບໍ່ແມ່ນເມືອງນະຮົກ ແຕ່ເປັນຕະປູທີ່ໃຊ້ໃນການເຮັດກະໂທງ”. ທັງນີ້, ໃນໂພສດັ່ງກ່າວເຮັດໃຫ້ເຫັນວ່າມີກະໂທງຈໍານວນຫຼາຍໄດ້ມີການນໍາໃຊ້ ຕະປູ ແລະ ເຂັມໝຸດ, ເຊິ່ງເປັນວັດສະດຸບໍ່ເຫມາະສົມ ແລະ ຍັງເປັນອັນຕະລາຍຕໍ່ລະບົບນິເວດໃນນໍ້າ ແລະ ໜ້າດິນອີກດ້ວຍ.
post-images

ຫຼັງຈາກພົບຕະປູຫຼາຍກວ່າຮ້ອຍລູກ ແລະ ຂົນກະໂທງຂຶ້ນລົດໂຕເອງປະມານ 50-60 ໜ່ວຍ, ລາວໄດ້ຮຽກຮ້ອງໃຫ້ທຸກຄົນນໍາໃຊ້ກະໂທງທີ່ເຮັດມາຈາກວັດສະດຸທໍາມະຊາດທັງໝົດ, ບໍ່ມີໂຟມ ແລະ ສາມາດຍ່ອຍສະຫຼາຍໄດ້.

post-images
post-images

ການນໍາໃຊ້ວັດສະດຸທີ່ບໍ່ສາມາດຍ່ອຍສະຫຼາຍໄດ້ ເພື່ອນໍາມາປະກອບເປັນກະໂທງທີ່ປ່ອຍລົງແມ່ນໍ້ານັ້ນ ສົ່ງຜົນກະທົບຕໍ່ລະບົບນິເວດນໍ້າ, ປາ ແລະ ອາດເປັນອັນຕະລາຍຕໍ່ປະຊາຊົນທົ່ວໄປ, ລວມໄປເຖິງຜູ້ເກັບ-ທໍາຄວາມສະອາດແມ່ນໍ້າຫຼັງເທສະການອີກດ້ວຍ. ທັງນີ້, ຕະປູ ກໍຖືວ່າເປັນຂີ້ເຫຍື້ອປະເພດໂລຫະໜັກ ແລະ ເປັນຂີ້ເຫຍື້ອຈາກການກໍ່ສ້າງທີ່ຄວນມີການຈັດການທີ່ຖືກວິທີໂດຍພາກສ່ວນທີ່ມີເຄື່ອງມືຈັດການກັບຂີ້ເຫຍື້ອປະເພດນີ້ຢ່າງຖືກຕ້ອງ ແລະ ມີປະສິດທິພາບ ເປັນຕົ້ນ ການນໍາໄປຫຼອມ ຫຼື ແປຮູບຄືນໃໝ່.

post-images
post-images
post-images

#econewslaos#wastemanagement#hazardouswaste#loikrathong#CleanFestival#EcoFest#ບຸນສະອາດ

ແຫຼ່ງຂໍ້ມູນອ້າງອີງ

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.