ພູມປັນຍາທ້ອງຖີ່ນທີ່ເປັນຄວາມຫວັງຂອງຊາວບ້ານ ແລະ ການອະນຸລັກສິ່ງແວດລ້ອມ
ພູມປັນຍາທ້ອງຖີ່ນທີ່ເປັນຄວາມຫວັງຂອງຊາວບ້ານ ແລະ ການອະນຸລັກສິ່ງແວດລ້ອມ
25 February, 2022
Share now
ປະຊາຊົນເຂດສາຍພູຫຼວງ ໃນອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແຂວງຄຳມ່ວນ ດິນແດນທີ່ເຕັມໄປດ້ວຍຄວາມອຸດົມສົມບູນຂອງທຳມະຊາດ ແຕ່ຊີວິດການເປັນຢູ່ຂອງປະຊາຊົນຍັງມີຄວາມຫຍຸ້ງຍາກ ເນື່ອງຈາກການດຳລົງຊີວິດແມ່ນເພິ່ງພາຊັບພະຍາກອນທຳມະຊາດເປັນຫຼັກ ບວກກັບທີ່ຕັ້ງບ້ານແມ່ນຢູ່ຫ່າງໄກຈາກຕົວເມືອງນາກາຍ ແຂວງຄຳມ່ວນ ແລະ ບໍ່ເຂົ້າເຖິງສິ່ງອຳນວຍຄວາມສະດວກ.

ແມ່ນຫຍັງຄືສິ່ງທີ່ຊາວບ້ານເຮັດໄດ້ ເພື່ອສ້າງລາຍຮັບ ສ້າງຊີວິດການເປັນຢູທີ່ດີຂຶ້ນ ຈາກຊັບພະຍາກອນທຳມະຊາດທີ່ມີ ແບບຍືນຍົງ?

ການຈັກສານ ເປັນພູມປັນຍາ ຊາວບ້ານທີ່ສືບທອດກັນມາຫຼາຍເຊັ່ນຄົນ ແຕ່ສ່ວນໃຫຍ່ແມ່ນນຳໃຊ້ໃນຊີວິດປະຈຳວັນ ຫຼາຍກວ່າທີ່ຈະຜະລິດຂຶ້ນມາເພື່ອເປັນສິນຄ້າ. ສະມາຄົມອະນຸລັກ Association Anoulak ເຊິ່ງເປັນສະມາຄົມຂອງປະເທດຝຣັ່ງ ທີ່ອຸທິດໃສ່ ວຽກງານອະນຸລັກຊີວະນາໆ ພັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ສາຍພູຫຼວງຂອງ ສປປລາວ ໄດ້ເຂົ້າມາສະໜັບສະໜູນ ແລະ ອອກແບບຮ່ວມກັບຊາວບ້ານ ໃນການພັດທະນາ ແລະ ການສ້າງມູນຄ່າເພີ່ມຂອງຫັດຖະກຳຈັກສານ

ສະມາຄົມ ກັບ ຊາວບ້ານ ພະຍາຍາມຊອກຫາທາງເລືອກ ເພື່ອສ້າງລາຍຮັບໃຫ້ແກ່ຊຸມຊົນ ດ້ວຍການຂຸດຄົ້ນສັກກະຍະພາບຂອງບ້ານ ແລະ ຊາວບ້ານ ກໍ່ຄືການຈັກສານ ດ້ວຍການປັບດັດໃຫ້ເຂົ້າກັບຍຸກສະໄໝ ຈາກນັ້ນ ກໍ່ຖ່າຍທອດ ໃຫ້ເຍົາວະຊົນ ໄວໝຸ່ມ ແລະ ຊາວບ້ານ ໃນຊຸມຊົນພ້ອມທັງຮັກສາພູມປັນຍາດັ້ງເດີມ ແລະ ສີມືໃນການຈັກສານ ໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດ; ການຜະລິດຈັກສານໄດ້ສ້າງລາຍຮັບເຂົ້າຄອບຄົວ ກ້າວໄປສູ່ຫຼຸດຜ່ອນການເພິ່ງພາຊັບພະຍາກອນທຳມະຊາດ ເພື່ອສະໜັບສະໜູນການອະນຸລັກຊີວະນາໆ ພັນ ໃຫ້ຄົງຄວາມອຸດົມສົມບູນ ແລະ ຍືນຍົງ. ຊົມວິດີໂອເປັນພາສາລາວ, ອັງກິດ ແລະ ຝຣັ່ງ ໄດ້ທີ່: https://www.conservationlaos.com/our-new-video.../... #Econews #EconewsLaos #Biodiversity #SustainableDevelopment 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.