ສ ປ ປ ລາວ ອອກດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍສັດນໍ້າ, ສັດປ່າ, ແລະ ພືດປ່າໃກ້ຈະສູນພັນ
ສ ປ ປ ລາວ ອອກດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍສັດນໍ້າ, ສັດປ່າ, ແລະ ພືດປ່າໃກ້ຈະສູນພັນ
03 December, 2022
Share now
ສປປ ລາວ ອອກດໍາລັດວ່າດ້ວຍ ການຄຸ້ມຄອງການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ.

ອີງຕາມດໍາລັດລັດຖະບານເລກທີ 348 / ລບ, ລົງວັນທີ 11/11/2022, ສ.ປ.ປ ລາວ ໄດ້ມີການອອກດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ ຫຼື "ດຳລັດໄຊເຕັດ" ເພື່ອເປັນການຄຸ້ມຄອງກ່ຽວກັບການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ໂດຍອີງຕາມບັນຊີ I, II, II ຂອງສົນທິສັນຍາໄຊເຕັດ. ໄຊເຕັດຄື ສົນທິສັນຍາວ່າດ້ວຍການຄ້າຂາຍສັດນໍ້າ, ສັດປ່າ, ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ ເຊິ່ງຖືກຮອງຮັບຢູ່ນະຄອນວໍຊິງຕັນ ດີຊີ (Washington, D.C.) ໃນວັນທີ 3 ມີນາ ປີ 1973​ ແລະ ສ.ປ.ປ ລາວເຮົາໄດ້ເຂົ້າຮ່ວມລົງນາມເປັນພາຄີໃນວັນທີ 1 ມີນາ 2004. ນອກຈາກນີ້, ຍັງມີການກຳນົດປະເພດພັນພືດ , ພັນສັດອອກເປັນບັນຊີທີ່ແຕກຕ່າງກັນເພື່ອຫຼຸດຜ່ອນການສູນເສຍສັດປ່າຊີວະນາໆພັນ. ທຸກຄົນສາມາດເຂົ້າໄປອ່ານ ແລະ ດາວໂຫຼດໄດ້ຕາມລິ້ງ

http://laoofficialgazette.gov.la/kcfinder/upload/files/348.%E0%BA%A5%E0%BA%9A%2011.11.2022.pdf?fbclid=IwAR17xHanQ7Qv1795Va--eWcLZCQNHG_jAB6tCoRg2Ngb8YMQWUu0LUGo2VE

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.