ເຄື່ອງຖ່າຍເອກະສານທີ່ໃຫ້ຫຼາຍກວ່າການປຣິ້ນ ແລະ ກ໋ອບປີ້
ເຄື່ອງຖ່າຍເອກະສານທີ່ໃຫ້ຫຼາຍກວ່າການປຣິ້ນ ແລະ ກ໋ອບປີ້
28 June, 2022
Share now
ໂດຍປົກກະຕິແລ້ວເຄື່ອງຖ່າຍເອກະສານແມ່ນມີລະບົບຄຳສັ່ງທີ່ຕ່າງກັນ ໂດຍບາງຮຸ່ນຂອງເຄື່ອງຖ່າຍເອກະສານອາດຈະສາມາດກ໋ອບປີ້ ແລະ ປຣີ້ນຂາວ-ດຳໄດ້ຢ່າງດຽວ, ຫຼື ບາງຮຸ່ນອາດຈະຖ່າຍໄດ້ທັງສີ ແລະ ຂາວ-ດຳກໍໄດ້. ແຕ່ໄວໆນີ້ທາງບໍລິສັດ Epson ກໍໄດ້ມີການເປີດຕົວຜະລິດຕະພັນໃໝ່ທີ່ສາມາດຜະລິດເຈ້ຍຣີໄຊໂຄ ຈາກເຈ້ຍເອກະສານເກົ່າ ຫຼື ເສດເຈ້ຍໃຫ້ກາຍເປັນເຈ້ຍໃໝ່ໄດ້ຢ່າງງ່າຍດາຍ.

ສຳລັບຂະບວນການຣີໄຊໂຄເຈ້ຍ, ໂດຍທົ່ວໄປແມ່ນມີຂັ້ນຕອນທີ່ລະອຽດອ່ອນ ແລະ ນຳໃຊ້ຊັບພະຍາກອນຫຼາຍໂດຍສະເພາະແມ່ນ ນໍ້າ ພ້ອມນັ້ນການແປຮູບເຈ້ຍແບບຣີໄຊໂຄອາດຈະມີການປ່ອຍມົນລະພິດທີ່ສົ່ງຜົນຕໍ່ສະພາບແວດລ້ອມ ໂດຍຈະເຮັດໃຫ້ຜູ້ຄົນສູດດົມອາກາດທີ່ມີອາຍກາສພິດ. ດັ່ງນັ້ນ, ເພື່ອຫຼຸດຂັ້ນຕອນ ແລະ ການນຳໃຊ້ຊັບພະຍາກອນທີ່ສິ້ນເປືອງໃນການຣີໄຊໂຄເຈ້ຍ, ໄລຍະຕໍ່ມາ ທາງ EPSON ຈຶ່ງໄດ້ມີການອອກແບບເຄື່ອງຖ່າຍເອກະສານທີ່ຜະລິດເຈ້ຍຣີໄຊໂຄໄດ້ໃນຕົວ.

ໃນສ່ວນຂອງຂັ້ນຕອນການຜະລິດເຈ້ຍຣີໄຊໂຄ ຂອງ EPSON PAPERLAB ແມ່ນໄດ້ມີການປ່ຽນແທນຈາກການຜະລິດແບບນຳໃຊ້ນໍ້າມາເປັນແບບແຫ້ງ ເຊີ່ງເຈ້ຍເສດ ຫຼື ເຈ້ຍທີ່ບໍ່ຕ້ອງການໃຊ້ນັ້ນ ເມື່ອນຳເຂົ້າສູ່ຊ່ອງຄັດແຍກໃນເຄື່ອງຈັກແລ້ວ, ຕໍ່ມາຈະຖືກນຳສົ່ງໄປຕັດເປັນເສັ້ນໄຍນ້ອຍໆ ແລະ ມີການດູດສີເຈ້ຍອອກໂດຍລະບົບເຕັກໂນໂລຊີທີ່ທັນສະໄໝ.​ ຈາກນັ້ນ, ເຄື່ອງຈັກຈະນຳມາຮຽງກັນໃໝ່ເພື່ອຂຶ້ນຮູບເປັນເຈ້ຍໃໝ່ທີ່ສາມາດຊົມໃຊ້ໄດ້.

ຍິ່ງໄປກວ່ານັ້ນ, ຄວາມສາມາດຂອງເຄື່ອງຈັກແມ່ນຜະລິດເຈ້ຍຣີໄຊໂຄໃນຂະໜາດ A4 ໄດ້ຫຼາຍເຖິງ 720 ແຜ່ນ/ຊົ່ວໂມງ ແລະ ເຄື່ອງຈັກຍັງສາມາດປັບຂະໜາດເຈ້ຍຣີໄຊໂຄໄດ້ວ່າຈະເປັນເຈ້ຍຂະໜາດໃດ A4 ຫຼື A3. ແນວໃດກໍຕາມ, ເຄື່ອງຖ່າຍເອກະສານໃນລັກສະນະນີ້ມີຂະໜາດທີ່ຄ່ອນຂ້າງໃຫຍ່ ແລະ ເໝາະສົມແກ່ການນຳໃຊ້ຫ້ອງການ ຫຼື ສຳນັກງານເປັນຫຼັກ.

ແຫລ່ງອ້າງອີງ:

https://www.epson.eu/paperlab- https://www.bangkokdesignweek.com/bkkdw2022/content/16022- https://notebookspec.com/.../326467-epson-office-paper...- https://youtu.be/qfM535jDe6U

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.