ສັງຄົມອອນລາຍວິຈານ ແລະ ຕັ້ງສາຍາໃຫ້ Kylie Jenner ເຊເລບດັງ ເປັນນັກອາຊະຍາກໍາທາງສະພາບອາກາດ
ສັງຄົມອອນລາຍວິຈານ ແລະ ຕັ້ງສາຍາໃຫ້ Kylie Jenner ເຊເລບດັງ ເປັນນັກອາຊະຍາກໍາທາງສະພາບອາກາດ
27 July, 2022
Share now
ໃນຊ່ວງອາທິດທີ່ຜ່ານມາໄດ້ເກີດກະແສວິຈານຈາກສັງຄົມອອນລາຍທີ່ໄດ້ຍົກເຖິງການນໍາໃຊ້ຍົນເຈັດສ່ວນຕົວຂອງເຊເລບດັງຂອງສະຫະລັດອາເມລິກາ Kylie Jenner ທີ່ເລືອກຈະຂີ່ຍົນເພື່ອເດີນທາງພຽງ 15 ນາທີ ແທນທີ່ຈະເລື່ອກເດີນທາງດ້ວຍລົດຍົນທີ່ໃຊ້ເວລາພຽງ 45 ນາທີ. ການກະທຳດັ່ງກ່າວເປັນການສ້າງກາສກາກບອນທີ່ເປັນພິດທາງອາກາດເທິງນ່ານຟ້າຄາລິໂຟເນີຍ.

ອີງຕາມໂພສເທິງທະວິດເຕີ້ @CelebJets , ເຂົາເຈົ້າໄດ້ມີການກວດຈັບການເຄື່ອນໄຫວການເດີນທາງ, ເປັນກະແສເຮັດໃຫ້ສັງຄົມອອກມາກ່າວວິພາກວິຈານການກະທໍາທີ່ເຫັນແກ່ຕົວດັ່ງກ່າວ. 

ສ່ວນສາເຫດທີ່ເຮັດໃຫ້ເກີດກະແສໂດ່ງດັງແມ່ນມາຈາກ 

ຜູ້ໃຊ້ Twitter ໄດ້ສະແດງຄວາມໂກດແຄ້ນຕໍ່ Jenner ພ້ອມກັບໃຫ້ສາຍານາງວ່ານາງເປັນ "ອາຊະຍາກໍາສະພາບອາກາດ," ເພື່ອໃຫ້ເໝາະສົມກັບສະພາວະວິກິດທາງພູມອາກາດເທິງໂລກຂອງພວກເຮົາ. 

ບັນຊີ @CelebJets ໃນ Twitter ແມ່ນບັນຊີທີ່ຕິດຕາມ ແລະ  ລາຍງານກ່ຽວກັບການເດີນທາງຍົນເຈັດທີ່ມີຊື່ສຽງ. ບັນຊີດັ່ງກ່າວໄດ້ໂພສຮູບທີ່ເປີດເຜີຍເສັ້ນທາງການບິນຂອງ Kylie Jenner ແລະຂຽນຂໍ້ຄວາມວ່າ: ເຮືອບິນຂອງມະຫາເສດຖີ ອາຍຸ 24 ປີ ໄດ້ບິນອອກຈາກຄຸ້ມ Camarillo ໃນລັດ ຄາລິໂຟເນຍ California. 

ແລະໄດ້ຄໍານວນທິດທາງ ແລະ ໄລຍະເວລາຂອງການເດີນທາງວ່າ: ເສັ້ນທາງການບິນຂອງນາງໃຊ້ເວລາພຽງແຕ່ 17 ນາທີເທົ່ານັ້ນ. ຖ້າລາວເລືອກທີ່ຈະເດີນທາງດ້ວຍລົດ ຈະໃຊ້ເວລາປະມານ 45 ນາທີ ເພື່ອຮອດຈຸດຫມາຍປາຍທາງ.

ນອກ​ຈາກ Kylie Jenner ຍັງ​ຖືກ​ຕຳ​ໜິຕິຕຽນ​ໃນ​ການ​ປ່ອຍ​ມົນ​ລະ​ພິດ​ທາງ​ອາ​ກາດ​ຢ່າງ​ບໍ່​ຈຳ​ເປັນ. ອີກອັນໜຶ່ງທີ່ເຮັດໃຫ້ຄົນບໍ່ພໍໃຈຄື Kylie Jenner ເລືອກຂັບລົດ 30 ນາທີໄປສະໜາມບິນເພື່ອຂຶ້ນຍົນ. ເຊິ່ງກົງກັນຂ້າມກັບປາຍທາງຂອງນາງ ແທນທີ່ຈະຂັບລົດຊື່ໄປຫາປາຍທາງໂດຍກົງ.

ແລະ ໃນມື້ຕໍ່ມາ ລາວໄດ້ລົງຮູບຄູ່ກັບຄູ່ຮັກ Travis Scott ເຜີຍໃຫ້ເຫັນຍົນເຈັດ ສອງລໍາຈອດຄູ່ກັນພ້ອມກັບແຄັບຊັນວ່າ “ຂຶ້ນຍົນຂອງຂ້ອຍ ຫຼື ຂອງເຈົ້າ?”

ຍິ່ງເຮັດໃຫ້ກະແສສັງຄົມອອນລາຍສະແດງຄວາມບໍ່ພໍໃຈຂຶ້ນຕື່ມ ເພາະໃນຂະນະທີ່ຄົນມີເງິນມີຖານະເລືອກທີ່ຈະເດີນທາງພຽງ 17 ນາທີດ້ວຍຍົນສຸດຫຼູ ຄົນທົ່ວໄປໃນໂລກກໍາລັງຮຽກຮ້ອງ ແລະ ຕໍ່ສູ້ເພື່ອໃຫ້ເກີດມີການປ່ຽນແປງທາງສະພາວະອາກາດ.

ອີງຕາມສະຖິຕິ ຂອງອົງກອນການຂົງສົ່ງ ແລະ ສິ່ງແວດລ້ອມ (Transport & Environment  ຫຼື T&E) ຍົນສ່ວນຕົວປ່ອຍສາມາດປ່ອຍກາກບອນ ເຖິງ 2 ໂຕນ, ເຊິ່ງຖິ້ມຮ່ອງຮອຍແຕ່ລະປີ ແລະ ເປັນປະລິມານທີ່ໄດ້ຕັ້ງເປົ້າຫມາຍໃຫ້ເຮັດໃຫ້ໄດ້. ແຕ່ໂດຍສະເລ່ຍຕົວຈິງແລ້ວ, ຖ້ຽວບິນສ່ວນຕົວ ໄດ້ສ້າງມົນລະພິດໃຫ້ຫຼາຍກວ່າການເດີນທາງທາງການຄ້າ 10 ເທົ່າ.

post-images

“ການນໍາໃຊ້ເຄື່ອງບິນສ່ວນຕົວອາດແມ່ນສິ່ງທີ່ໂຫດຮ້າຍທີ່ສຸດທີ່ສົ່ງຜົນກະທົບໃຫ້ກັບສິ່ງແວດລ້ອມ ແຕ່ວ່າຄົນມີຖານະ ມີເງິນ ພັດເປັນຜູ້ສ້າງມົນລະພິດທາງອາກາດ ແລະ ບິນໄປມາຄືກັບວ່າວິກິດທາງສະພາບອາກາດບໍ່ມີຈິງ.” ແອນດຣິວ ເມີຟີ  (Andrew Murphy) ຜູ້ອໍານວຍການການບິນ T&E. 

ໂພສຂໍ້ຄວາມຂອງເຊເລບ ​Kylie Jenner  ໄດ້ກາຍເປັນສິ່ງຕອກຢໍ້າ ວ່າໃນຂະນະທີ່ປະຊາຊົນທົ່ວໄປກໍາລັງເຮັດທຸກວິທີທາງເພື່ອຫຼຸດຜ່ອນການປ່ອຍອາຍພິດ, ຄົນຮັ່ງມີກໍາລັງລະບາຍມົນລະພິດອອກຄືກັບວ່າພວກເຂົາພະຍາຍາມບັນລຸຄະແນນສູງ, ເປັນເລື່ອງຕະຫລົກຂອງບຸກຄົນໃດຫນຶ່ງ, ຫຼືແມ້ກະທັ້ງການພະຍາຍາມລວມເພື່ອຫຼຸດຜ່ອນສິ່ງເສດເຫຼືອ. 

ແລ້ວຈະມີທາງອອກເພື່ອຫຼຸດຜ່ອນການປ່ອຍກາກບອນຕໍ່ການໃຊ້ຍົນສ່ວນໂຕບໍ່?

ທາງອອກທີ່ເປັນໄປໄດ້ແມ່ນການຕະຫຼາດ ແລະ ທຸລະກິດການຜະລິດເຮືອບິນ ມີການປ່ຽນແປງ ແລະຜັນປ່ຽນໄປໃນທິດທາງທີ່ຫຼຸດຜ່ອນກາສກາກບອນ. 

ອີງຕາມການສໍາພາດ ຜູ້ອໍານວຍການການບິນ T&E  ແອນດຣິວ ເມີຟີ (Andrew Murphy) ໃນຊ່ວງປີ 2021 ໄດ້ກ່າວວ່າ: ຂ່າວດີແມ່ນ ​ທາງລັດສັ້ນເຫຼົ່ານີ້ແມ່ນເປົ້າ ໝາຍສໍາຄັນ ສຳລັບການທົດແທນດ້ວຍເຕັກໂນໂລຢີທີ່ສະອາດເຊັ່ນເຮືອບິນໄຟຟ້າ ແລະ ພະລັງງານອາຍນໍ້າ ແລະ ຜູ້ວາງນະໂຍບາຍຂອງເອີຣົບຈໍາເປັນຕ້ອງໄດ້ເລີ່ມເກັບພາສີເຮືອບິນເອກະຊົນທີ່ໃຊ້ພະລັງງານຈາກຟອດຊິວທໍາ ແລະ ຫ້າມການນໍາໃຊ້ຂອງພວກເຂົາໃນປີ 2030.

ນໍ້າມັນເຊື້ອໄຟຂອງເຮືອບິນເອກະຊົນຍັງບໍ່ໄດ້ຮັບການເກັບພາສີຢູ່ໃນສະຫະພາບເອີຣົບເນື່ອງຈາກໂຄງການກໍານົດລາຄາຄາບອນ ແລະ ການຂາດພາສີນໍ້າມັນເຊື້ອໄຟ, ແຕ່ອົງການດັ່ງກ່າວເຊື່ອວ່າການເກັບພາສີນໍ້າມັນເຊື້ອໄຟສາມາດລະດົມທຶນໄດ້ 325 ລ້ານເອີໂຣ ເພື່ອຊ່ວຍໃຫ້ຂະແຫນງການບັນລຸເປົ້າຫມາຍຫຼຸດຜ່ອນກາກບອນ.

“ລາຍຮັບທີ່ຫາໄດ້ຈາກມະຫາເສດຖີສາມາດລົງທຶນໃນເຕັກໂນໂລຊີສີຂຽວທີ່ສາມາດເຮັດຄວາມສະອາດການບິນສໍາລັບທຸກຄົນ” ເມີຟີໄດ້ກ່າວໄວ້. 

 

ແຫຼ່ງອ້າງອີງຂໍ້ມູນ:

https://www.transportenvironment.org/discover/rising-use-of-private-jets-sends-co2-emissions-soaring/

https://www.airport-technology.com/analysis/private-jet-emissions-how-much-do-they-cost-the-environment/

https://www.transportenvironment.org/discover/private-jets-can-the-super-rich-supercharge-zero-emission-aviation/

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.