ເມື່ອຄວາມຮູ້ເປັນອາວຸດສູ້ກັບບັນຫາສິ່ງແວດລ້ອມ: ຮ່ວມສະເຫຼີມສະຫຼອງວັນຄວາມຮູ້ກ່ຽວກັບສິ່ງແວດລ້ອມໂລກ ວັນທີ 26 ຕຸລາ.
ເມື່ອຄວາມຮູ້ເປັນອາວຸດສູ້ກັບບັນຫາສິ່ງແວດລ້ອມ: ຮ່ວມສະເຫຼີມສະຫຼອງວັນຄວາມຮູ້ກ່ຽວກັບສິ່ງແວດລ້ອມໂລກ ວັນທີ 26 ຕຸລາ.
26 October, 2021
Share now
“ກ້າວທຳອິດຂອງການແກ້ໄຂບັນຫາ ແມ່ນການຮູ້ວ່າບັນຫານັ້ນມີຢູ່ຈິງ” ຄຳເວົ້າຂອງ Zig Ziglar ນັກຂຽນຊາວສະຫະລັດອາເມລິກາສະທ້ອນໃຫ້ເຫັນໄດ້ດີ ໂດຍສະເພາະຕໍ່ກັບບັນຫາສິ່ງແວດລ້ອມທີ່ໃນຫຼາຍທົດສະວັດກ່ອນທີ່ຍັງເປັນສິ່ງທີ່ບໍ່ຖືກຍົກຂຶ້ນມາເວົ້າເປັນວົງກວ້າງ

ມາໃນປະຈຸບັນເປັນເລື່ອງໜ້າຍິນດີທີ່ ຫົວຂໍ້ເລື່ອງບັນຫາສິ່ງແວດລ້ອມ ບໍ່ວ່າຈະເປັນ ການປ່ຽນແປງດ້ານດິນຟ້າອາກາດ, ບັນຫາຂີ້ເຫຍື້ອ, ວິກິດປລາສຕິກ, ວິກິດການດ້ານພະລັງງານ, ການສູນເສຍດ້ານຊີວະນານາພັນ ແລະ ອີກຫຼາຍໆບັນຫາ ແມ່ນເລີ່ມກາຍມາເປັນຫົວຂໍ້ສົນທະນາໃນຫຼາຍໆພາກສ່ວນ ແລະ ຫຼາຍໆກຸ່ມຄົນຈາກທຸກໆເພດ ແລະ ໄວ. ແຕ່ກ່ອນທີ່ຈະເດີນທາງມາເຖິງວັນທີ່ຫຼາຍໆຄົນຕະໜັກຮູ້ກ່ຽວກັບບັນຫາເຫຼົ່ານີ້, ມັນໄດ້ຜ່ານຫຼາກຫຼາຍການຄົ້ນຄວ້າ, ການຖົກຖຽງ ແລະ ການປຸກລະດົມໃຫ້ຄວາມຮູ້. ໃນນັ້ນ, ວັນຄວາມຮູ້ກ່ຽວກັບສິ່ງແວດລ້ອມໂລກ (World Environmental Education Day) ທີ່ສະເຫຼີມສະຫຼອງໃນທຸກໆວັນ 26 ຕຸລາ ຕັ້ງແຕ່ປີ 1975 ພາຍໃຕ້ອົງການສະຫະປະຊາຊາດ, ກໍແມ່ນອີກມື້ໜຶ່ງທີ່ຖືກສະຖາປະນາຂຶ້ນເພື່ອປຸກລະດົມການໃຫ້ ແລະ ຮັບຄວາມຮູ້ດ້ານບັນຫາສິ່ງແວດລ້ອມທັງໃນລະດັບທ້ອງຖິ່ນ ແລະ ລະດັບໂລກ. ເປົ້າໝາຍແມ່ນເພື່ອສ້າງປະຊາກອນໂລກທີ່ມີຄວາມຕື່ນຕົວ ແລະ ເປັນຫ່ວງເປັນໃຍກ່ຽວກັບບັນຫາສິ່ງແວດລ້ອມ, ໃຫ້ເຂົາເຈົ້າມີຄວາມຮູ້, ທັກສະ, ແນວຄິດ, ແຮງຈູງໃຈ ແລະ ຄວາມໝາຍໝັ້ນ ທີ່ຈະແກ້ໄຂບັນຫາທາງດ້ານສິ່ງແວດລ້ອມໃນປະຈຸບັນ ແລະ ປ້ອງກັນບັນຫາທີ່ຈະມາໃນອະນາຄົດ. ທັງໝົດນີ້ແມ່ນກໍຜ່ານການຕະໜັກຮູ້ວ່າແມ່ນຫຍັງແມ່ນຕົ້ນເຫດ ແລະ ຜົນທີ່ຕາມມາຂອງບັນຫາສິ່ງແວດລ້ອມ.

ທີ່ຜ່ານມາເຮົາເຫັນແລ້ວວ່າພະລັງຂອງການຮູ້ ແລະ ເຂົ້າໃຈເຖິງບັນຫາທາງດ້ານສິ່ງແວດລ້ອມເຮັດໃຫ້ເກີດຫຼາຍການປ່ຽນແປງທາງບວກໃນສັງຄົມ, ຕົວຢ່າງເຊັ່ນວ່າ ໂຮງຮຽນປະຖົມ Coconut Tree ໃນກໍາປູເຈຍເຫັນວ່າບັນຫາເລື່ອງຂີ້ເຫຍື້ອທີ່ເປັນບັນຫາໃຫຍ່ໃນຊຸມຊົນ. ເພິ່ນນຳຂີ້ເຫຍື້ອມາສ້າງອາຄານຮຽນ ແລະ ໃຫ້ເດັກນ້ອຍຈ່າຍຄ່າຮຽນເປັນຂີ້ເຫຍື້ອໄດ້. ສິ່ງນີ້ເຮັດໃຫ້ເດັກນ້ອຍມີຄວາມຮູ້, ຕື່ນຕົວເລື່ອງບັນຫາຂີ້ເຫຍື້ອໃນຊຸມຊົນ ແລະ ຄຸນຄ່າຂອງຂີ້ເຫຍື້ອທີ່ີຣີໄຊເຄິນໄດ້. ລວມໄປເຖິງ ຄົນຮຸ່ນໃໝ່ທົ່ວໂລກທີ່ຮັບຮູ້ບັນຫາທາງດ້ານສິ່ງແວດລ້ອມອອກມາເຄື່ອນໄຫວ ແລະ ຮຽກຮ້ອງໃຫ້ຜູ້ມີອຳນາດມີການແກ້ໄຂບັນຫາ, ເຊັ່ນການເດີນຂະບວນໄວໜຸ່ມຂອງ Greta Thunberg ເຊິ່ງເຮັດໃຫ້ຫົວຂໍ້ເລື່ອງການປ່ຽນແປງຂອງດິນຟ້າອາກາດໄດ້ຮັບຄວາມສົນໃຈຈາກສື່ຕ່າງໆທົ່ວໂລກ ແລະ ລາວເອງກໍໄດ້ຮັບໂອກາດໃນການຂຶ້ນເສວະນາເວທີຜູ້ນຳລະດັບໂລກ ເຊັ່ນ UN Climate Action Summit ໃນປີ 2019. ນອກນີ້, ໄລຍະທີ່ຄົນເລີ່ມຮູ້ເຖິງຜົນກະທົບອັນຮຸນແຮງຕໍ່ຊີວະນານາພັນຈາກການປະມົງ ແລະ ບໍລິໂພກອາຫານທະເລ, ບໍລິສັດ start up ແຫ່ງໜຶ່ງໃນອາເມລິກາຊື່ວ່າ Wildtype ກໍເລີ່ມມີການຜະລິດຊີ້ນປາແຊລມອນໃນຫ້ອງທົດລອງ. ໃນດ້ານຂອງສື່ເອງ, ອີງຕາມສະພາເອີຣົບທີ່ໄດ້ເຮັດການສຳຫຼວດໃນປີ 2019 ໃຫ້ເຫັນວ່າ ປະຊາຊົນຂອງເຂົາເຈົ້າຫັນມາໃສ່ໃຈບັນຫາສິ່ງແວດລ້ອມແຊງໜ້າບັນຫາອື່ນໆ ເມື່ອສື່ຫັນມາໃຫ້ຄວາມສຳຄັນ ແລະ ຕີແຜ່ຂ່າວເລື່ອງສິ່ງແວດລ້ອມຫຼາຍຂຶ້ນ. ຢ່າງໃດກໍດີ, ຍັງມີອີກຫຼາຍບັນຫາທີ່ສັງຄົມຍັງຕ້ອງຮັບຮູ້ ເພື່ອແກ້ໄຂບັນຫາ ແລະ ກຽມພ້ອມຮັບມືໄປດ້ວຍກັນ. ການຕີແຜ່ ແລະ ໃຫ້ຄວາມຮູ້ກ່ຽວກັບບັນຫາສິ່ງແວດລ້ອມຍັງຄົງເປັນສິ່ງທີ່ສຳຄັນ ແລະ ຕ້ອງສືບຕໍ່ໄປ. #EconewsLaos #Environment #conservation #Climatechange #Plasticcrisis #Biodiversity #Pollution #Education #WorldEnvironmentalEducationDay  United Nations in Lao PDR UNDP Lao PDR ກ່ຽວກັບວັນຄວາມຮູ້ກ່ຽວກັບສິ່ງແວດລ້ອມໂລກ:https://www.activesustainability.com/.../world.../... ກ່ຽວກັບການເດີນຂະບວນຂອງໄວໜຸ່ມ: https://www.dw.com/.../climate-activist-greta.../a-47735944 ກ່ຽວກັບແຊລມອນໃນຫ້ອງແລັບ: https://singularityhub.com/.../this-startup-is-growing.../ ກ່ຽວກັບໂຮງຮຽນຂີ້ເຫຍື້ອ: https://www.youtube.com/watch?v=MlAVdJnpb14 ກ່ຽວກັບພະລັງຂອງສື່ຕໍ່ສິ່ງແວດລ້ອມ: https://www.iberdrola.com/culture/environmental-journalism 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.