ເຜີຍພາບລະດູເຮັດໄຮ່ນີ້ ທີ່ນາກາຍ, ຄຳມ່ວນຄວັນຈາກການຈູດໄມ້ຖາງປ່າ ໜ້າເປັນຫ່ວງ
ເຜີຍພາບລະດູເຮັດໄຮ່ນີ້ ທີ່ນາກາຍ, ຄຳມ່ວນຄວັນຈາກການຈູດໄມ້ຖາງປ່າ ໜ້າເປັນຫ່ວງ
20 March, 2023
Share now
ວັນຈັນທີ 20 ມີນາ 2023 ນີ້ ຜູ້ໃຊ້ Facebook ຊື່່ວ່າ Tou Phanouvong ໄດ້ມີການເຜີຍພາບການຈູດປ່າຖາງໄຮ່ບໍລິເວນເປີ້ນພູ ທີ່ ເມືຶອງ ນາກາຍ, ແຂວງຄຳມ່ວນ ພ້ອມກັບຄຳບັນຍາຍວ່າ “ສັດເລືອດເຢັນ ຈິດໃຈຍັງບໍ່ເປັນຕາຢ້ານເທົ່າມະນຸດ. 6 ເດືອນກ່ອນຂ້ອຍເດີນທາງມາເສັ້ນນີ້ຍັງມີຕົ້ນໄມ້ຕຶບຫນາ ຜ່ານໄປພຽງເວລາ 6 ເດືອນ ສິ່ງທີ່ຂ້ອຍເຫັນຄືໄຟ ຄວັນ ແລະ ງູ ນົກ ຫນູທີ່ແລ່ນອອກມາ! #Nakai” ພ້ອມນີ້ ໂພສດັ່ງກ່າວຍັງມີການສະແດງຄວາມຄິດຄວາມເຫັນໄປໃນດ້ານຂອງການມີຄວາມເປັນຫ່ວງຕໍ່ທຳມະຊາດ, ສັດປ່າ ແລະ ສຸຂະພາບຂອງມະນຸດ ອີກດ້ວຍ.

ທັງນີ້, ເມື່ອມີການກວດເບິ່ງ ບົດລາຍງານສະພາບຝຸ່ນລະອອງ ທີ່ມີຂະໜາດນ້ອຍກວ່າ 2.5 ໄມຄຣອນ ຫຼື PM 2.5 ຂອງມື້ນີ້ ຂອງແຂວງຄໍາມ່ວນ ວັດແທກຈາກເຂດບ້ານຈອມເພັດ ເຫັນວ່າມີການເພີ່ມດັດຊະນີຂື້ນມາເປັນໃນເກນ “ເລີ່ມມີຜົນກະທົບຕໍ່ສຸຂະພາບ” (Unhealthy) ເຊິ່ງມີຄ່າ 163 AQI (ດັດຊະນີຄຸນະພາບຂອງອາກາດ) ແລະ ເຫັນວ່າສູງກວ່າໃນວັນທີ 19 ທີ່ຜ່ານມາເຊິ່ງມີຄ່າ 132 AQI. ບັນດາກິດຈະກຳ ທີ່ກົດໝາຍບໍ່ອະນຸຍາດໃຫ້ດຳເນີນຢູ່ໃນເຂດປ່ານຳໃຊ້ ກຳນົດຊັດເຈນວ່າ ຄ້າຍຄືກັນກັບໃນເຂດຫວງຫ້າມເດັດຂາດ (ໃນເຂດປ່າປ້ອງກັນຂອງບ້ານ) ເຊິ່ງກໍລວມມີການ ບໍ່ໃຫ້ມີການກະທຳ ເປັນຕົ້ນ ການຖາງປ່າເຮັດໄຮ່, ການຕັດໄມ້, ການທຳລາຍປ່າ, ການຈູດເຜົາປ່າ...

ທ່ານຄິດວ່າໜ່ວຍງານທີ່ກ່ຽວຂ້ອງຄວນມີການແກ້ໄຂບັນຫາດັ່ງກ່າວນີ້ແນວໃດ? ແຫຼ່ງຂໍ້ມູນອ້າງອີງ:

- https://www.facebook.com/photo?fbid=527614636212008&set=a.164650599175082

- https://www.facebook.com/photo?fbid=5999900650124905&set=a.313910482057312

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.