ຍີ່ປຸ່ນພົບເກາະນ້ອງໃໝ່ທີ່ເກີດຈາກການລະເບີດຂອງພູໄຟໃຕ້ທະເລ
ຍີ່ປຸ່ນພົບເກາະນ້ອງໃໝ່ທີ່ເກີດຈາກການລະເບີດຂອງພູໄຟໃຕ້ທະເລ
30 November, 2023
Share now
ປະກົດການການລະເບີດຂອງພູໄຟຖືເປັນອີກໜື່ງໄພຈາກທຳມະຊາດທີ່ຍັງຄົງປາກົດໃຫ້ເຫັນໃນປັດຈຸບັນ. ເຊັ່ນດຽວກັນກັບເຫດການລ່າສຸດທີ່ພູໄຟໃຕ້ທະເລໃນອານາເຂດຂອງປະເທດຍີ່ປຸ່ນໄດ້ປະທຸຂຶ້ນ ໂດຍຄາດການວ່າການລະເບີດຂອງພູໄຟນັ້ນເກີດຂື້ນໃນຊ່ວງເດືອນຕຸລາທີ່ຜ່ານມາ.

ເຫດການການລະເບີດຂອງພູໄຟໃຕ້ທະເລໄດ້ເກີດຂື້ນໃກ້ກັບບໍລິເວນພາກໃຕ້ຂອງເກາະ Iwo Jima ປະມານ 1 ກິໂລແມັດ ໂດຍເມື່ອວັນທີ 21 ເດືອນຕຸລານັ້ນຖືເປັນການລະເບີດຄັ້ງລ່າສຸດ.ຈາກການລະເບີດຂອງພູໄຟດັ່ງກ່າວ, ບັນດາເສດຊາກຂອງການເຜົາໄໝ້ອັນໄດ້ແກ່ຂີ້ເຖົ່າ ແລະ ຫີນຕ່າງໆໄດ້ມີ ການທັບຖົມກັນ ກາຍເປັນເກາະດອນອັນໃໝ່ພົ້ນໜ້ານໍ້າທະເລ.

ການຮວມຕົວຂອງບັນດາເສດຊາກຕ່າງໆເພື່ອປະກອບສ້າງເປັນເກາະນັ້ນໄດ້ໃຊ້ເວລາປະມານ 10 ມື້ ແລະ ໃນຕົ້ນເດືອນພະຈິກ (11) ນີ້ເກາະດັ່ງກ່າວກໍໄດ້ປະກອບສ້າງກາຍເປັນເກາະໃໝ່ທີ່ມີເສັ້ນຜ່າກາງປະມານ 100 ແມັດ (328 ຟຸດ) ແລະສູງເຖິງ 20 ແມັດ (66 ຟຸດ) ເຫນືອໜ້ານ້ຳທະເລ ໂດຍອີງຕາມການລາຍງານຂອງ Yuji Usui, ນັກວິເຄາະຈາກອົງການອຸຕຸນິຍົມແລະພູໄຟຂອງຍີ່ປຸ່ນ.

ການລະເບີດຂອງພູໄຟໃຕ້ທະເລນັ້ນຖືວ່າເປັນປາກົດການທີ່ເກີດຂື້ນໂດຍທົ່ວໄປ ແລະ ການລະເບີດໃນຄັ້ງນີ້ກໍມີລັກສະນະຄ້າຍຄືກັນກັບເຫດການໃນຊຸມປີທີ່ຜ່ານມາ.​ ແນວໃດກໍຕາມ, ເຫດການໃນຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງພູໄຟ ເນື່ອງຈາກມັນໄດ້ສ້າງເກາະດອນໃໝ່ຈາກຊາກການລະເບີດຂອງມັນເອງ ແລະ ບັນດານັກວິໄຈກໍຖືໃຫ້ເກາະທີ່ເກີດຈາກການລະເບີດຂອງພູໄຟເປັນໜື່ງເລື່ອງການສຶກສາທີ່ສຳຄັນ ແລະ ໃຫ້ຄວາມໃກ້ຊິດໃນການຕິດຕາມ.

ເຖິງແມ່ນວ່າການລະເບີດໃນຄັ້ງນີ້ໄດ້ກໍ່ໃຫ້ເກີດມີແຜ່ນດິນທີ່ພົ້ນໜ້ານໍ້າທະເລເພີ່ມຂື້ນ, ໃນອີກມຸມມອງໜື່ງທາງນັກຄົ້ນຄວ້າ ແລະ ນັກວິໄຈຂອງຍີ່ປຸ່ນກໍໄດ້ໃຫ້ທັດສະນະວ່າເກາະດັ່ງກ່າວອາດຈະຄົງຕົວຢູ່ໄດ້ບໍ່ດົນເນື່ອງຈາກບັນດາເສດຊາກທີ່ປະກອບສ່ວນໃນການ​ສ້າງ​ຕົວ​ເກາະນັ້ນມີລັກສະນະບໍ່ໝັ້ນຄົງຄືກັບ ບັນດາເກາະທີ່ປະກອບສ້າງຈາກເຮັດ​​ລາວາ ຫຼື​ ຫີນ​ພູ​ໄຟ​ ເຊີ່ງມີຄວາມສ່ຽງທີ່ເກາະໃໝ່ນັ້ນຈະຖືກຄື້ນ​ຟອງ​ນ້ຳ​ລ້າງ​ອອກ​ໄດ້​ຢ່າງ​ງ່າຍ​ດາຍ ແລະ ຈົມລົງໃຕ້ທະເລໃນທີ່ສຸດ. ທັ້ງນີ້ທັ້ງນັ້ນ,​ ການຄົງຕົວຂອງເກາະຍັງຖືເປັນເລື່ອງທີ່ບໍ່ແນ່ນອນ ແລະ ອາດຈະຕ້ອງໄດ້ຕິດຕາມການຄົງຕົວຂອງເກາະໃນແຕ່ລະໄລຍະ.

ແຫຼ່ງຂໍ້ມູນອ້າງອີງ:

#econewslaos

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.