ຍັງພົບເຫັນການຊື້-ຂາຍສັດປ່າບັນຊີຄຸ້ມຄອງຢ່າງໂຈ່ງແຈ້ງໃນເພສ Facebook
ຍັງພົບເຫັນການຊື້-ຂາຍສັດປ່າບັນຊີຄຸ້ມຄອງຢ່າງໂຈ່ງແຈ້ງໃນເພສ Facebook
16 October, 2023
Share now
ສື່ອອນລາຍນອກຈາກຈະເປັນສະຖານທີ່ແບ່ງປັນ ແລະ ແລກປ່ຽນຂໍ້ມູນຕ່າງໆແລ້ວ, ການຊື້-ຂາຍສິນຄ້າປະເພດຕ່າງໆຍັງແຜ່ຫຼາຍ ແລະ ສະດວກສະບາຍ. ຢ່າງໃດກໍດີ ເມື່ອບໍ່ດົນມານີ້ທາງ Econews Laos ໄດ້ຮັບການຮ້ອງຮຽນມາຈາກຜູ້ຕິດຕາມທາງ Facebook ວ່າມິການຊື້-ຂາຍສັດປ່າບັນຊີຄຸ້ມຄອງເທິງສື່ດັ່ງກ່າວຢ່າງເປີດເຜີຍ ຢູ່ໃນກຸ່ມທີ່ເປີດເປັນສາທາລະນະ.

ສັດປ່າທີ່ພົບເຫັນວ່າມີການຊື້-ຂາຍພົບວ່າມີທັງ ທະນີແກ້ມຂາວ, ເສືອແມວ, ເຕົ່າ, ກະທິງປ່າ, ກວາງ, ຟານໄກ້, ເຫງັນ, ກະຮອກ ແລະ ອື່ນໆ. ທັງນີ້, ຍັງມີການຂາຍອາວຸດລ່າ ເປັນຕົ້ນ ປືນແກັບ.

post-images
post-images

ທັງນີ້, ກຸ່ມຊື້-ຂາຍສັດປ່າ ບໍ່ໄດ້ຖືກພົບແຕ່ພຽງຄັ້ງດຽວ ແຕ່ເຫັນວ່າຫຼາຍໆກຸ່ມມີການດຳເນີນກິດຈະກຳໃນລັກສະນະນີ້. ດັ່ງນັ້ນ, ມັນຈຶ່ງເປັນຄໍາຖາມທີ່ຝາກມາຍັງພາກສ່ວນທີ່ກ່ຽວຂ້ອງເຖິງມາດຕະການແກ້ໄຂ ແລະ ປ້ອງກັນ ທີ່ຍັງປ່ອຍໃຫ້ມີກຸ່ມທີ່ເຮັດກິດຈະກຳທີ່ຜິດກົດໝາຍແບບນີ້ຍັງດຳເນີນຢູ່ໄດ້.

post-images
post-images

ຫາກທ່ານເອງພົບເຫັນກູ່ມທີ່ມີລັກສະນະດັ່ງກ່າວ ສິ່ງທີ່ຄວນເຮັດແມ່ນການລາຍງານໃຫ້ທັງພາກສ່ວນທີ່ກ່ຽວຂ້ອງ ໂທ 1601 ແລະ ລາຍງານຫາທາງ Facebook ເພື່ອປິດກຸ່ມເຫຼົ່ານັ້ນລົງ.

ສຳລັບການ Report ຜ່ານຊ່ອງທາງ Facebook ແມ່ນສາມາດປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:

(1) ກົດ Report

post-images

(2) ເລືືອກ Unauthorized Sales

post-images

(3) ເລືືອກ Endangered animals

post-images

(4) Submit

post-images

#econewslaos #illegalwildlifetrade 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.