ນັກວິໄຈເຜີຍວ່າ ກ໊າສຮີໂດຣແຊນ ກໍ່ພາວະໂລກຮ້ອນຫຼາຍກວ່າ ກ໊າສກາກໂບນິກເຖິງ 11 ເທົ່າ
ນັກວິໄຈເຜີຍວ່າ ກ໊າສຮີໂດຣແຊນ ກໍ່ພາວະໂລກຮ້ອນຫຼາຍກວ່າ ກ໊າສກາກໂບນິກເຖິງ 11 ເທົ່າ
11 May, 2022
Share now
ຫຼາຍຄັ້ງທີ່ເຮົາມັກຈະໄດ້ຍິນຂ່າວກ່ຽວກັບພາວະໂລກຮ້ອນ ກ໊າສກາກໂບນິກ (CO2) ຖືເປັນກາສໜຶ່ງທີ່ມັກຈະຖືກເອົາມາຕັ້ງປະເດັນຫຼາຍທີ່ສຸດ, ແຕ່ກ໊າສກາກໂບນິກເບິ່ງຄືວ່າຈະບໍ່ແມ່ນສິ່ງທີ່ໜ້າຢ້ານກົວທີ່ສຸດອີກຕໍ່ໄປ, ເພາະເມື່ອບໍ່ດົນມານີ້ໄດ້ມີບົດວິໄຈຂອງທີມນັກຄົ້ນຄວ້າຈາກລາຊະອານາຈັກອັງກິດ ທີ່ເຜີຍແຜ່ເມື່ອເດືອນ ເມສາ 2022. ໂດຍຊີ້ໃຫ້ເຫັນວ່າ ກາສຮີໂດຣແຊນ (H2) ທີ່ຖືກປ່ອຍສູ່ຊັ້ນບັນຍາກາດນັ້ນສາມາດສ້າງຜົນກະທົບທາງອ້ອມຕໍ່ບັນຫາພາວະໂລກຮ້ອນ ຫຼາຍກວ່າກາສກາກໂບນິກເຖິງ 11 ເທົ່າ.

- ແລ້ວກາສຮີໂດຮແຊນຜະລິດມາຈາກໃສ? ມັນສາມາດປ່ອຍຂຶ້ນສູ່ຊັ້ນບັນຍາກາດໄດ້ແນວໃດ? ​

​ ຮີໂດຣແຊນເປັນພະລັງງານສະອາດທີ່ສາມາດຜະລິດໄດ້ຈາກຫຼາກຫຼາຍແຫຼ່ງເຊັ່ນ: ກ໊າສທຳມະຊາດ, ພະລັງງານນິວເຄຼຍ, ຊີວະມວນ, ພະລັງງານໝູນວຽນ (ພະລັງງານແສງອາທິດ, ລົມ); ໂດຍສ່ວນໃຫຍ່ຮີໂດຣແຊນມັກຈະຖືກນໍາໃຊ້ໃນການຜະລິດພະລັງງານໄຟຟ້າ, ພະລັງງານລົດຍົນ, ໃຊ້ໃນຄົວເຮືອນ ແລະ ອື່ນໆ.

​ ກ໊າສຮີໂດຣແຊນສາມາດຮົ່ວໄຫຼສູ່ຊັ້ນບັນຍາກາດເນື່ອງຈາກການກັກເກັບ ແລະ ຂະບວນການກະຈາຍໂຕຈາກການເຜົາໄໝ້ຂອງເຊື້ອເພີງຖ່ານຫີນ ແລະ ພະລັງງານຊີວະມວນ ທີ່ມີຜົນຕໍ່ຄຸນະພາບຂອງອາກາດ. ແມ່ນແຕ່ການຊົມໃຊ້ຖັງແກ໊ສອັດຮີໂດຣແຊນທີ່ໃຊ້ໃນຊີວິດປະຈໍາວັນ ກໍສາມາດເກີດການຮົ່ວໄຫຼຈາກທໍ່ ຫຼື ວາວຫັນໄດ້ຢູ່ລະຫວ່າງ 0.12 – 0.24 ເປີເຊັນຕໍ່ມື້.

- ແລ້ວເມື່ອມັນຢູ່ໃນຊັ້ນບັນຍາກາດຈະເກີດອັນຕະລາຍຄືແນວໃດ? ​

​ເມື່ອຮີໂດຣແຊນຖືກປ່ອຍສູ່ຊັ້ນບັນຍາກາດໂດຍກົງມັນສາມາດປະຕິກິລິຍາກັບກ໊າສອື່ນໆ ແລະ ເກີດການລະເຫີຍອາຍ, ມີຜົນຕໍ່ອົງປະກອບທັງໝົດໃນການທໍາລາຍຄວາມສົມດູນຂອງຊັ້ນບັນຍາກາດ ໂທຣໂພສເຟຍ ທີ່ໄປປ່ຽນແປງຄຸນະພາບຂອງອາກາດ ແລະ ມີຜົນຕໍ່ການຮັກສາຊັ້ນໂອໂຊນ ໃນຊັ້ນບັນຍາກາດສະຕຣາໂຕສເຟຍ; ນອກນັ້ນ ມັນຍັງສາມາດເພີ່ມໄລຍະເວລາຂອງກ໊າສເມຕານ (CH4) ທີ່ເປັນກ໊າສເຮືອນແກ້ວໃຫ້ຄົງໂຕໃນຊັ້ນບັນຍາກາດໄດ້ດົນຂຶ້ນ. ຈາກການສຶກສາເຜີຍວ່າ ໃນຊ່ວງເວລາຫຼາຍກວ່າ 100 ປີ, ຮີໂດຮແຊນໃນບັນຍາກາດຈໍານວນ 1 ໂຕນ ຈະເຮັດໃຫ້ໂລກຮ້ອນກວ່າ ກ໊າສກາກໂບນິກ 1 ໂຕນ ເຖິງ 11 ເທົ່າ.

ເຖິງຢ່າງໃດກໍຕາມການຊົມໃຊ້ພະລັງງານຈາກກ໊າສຮີໂດຣແຊນ ຖືເປັນພະລັງງານທາງເລືອກໜຶ່ງທີ່ນິຍົມໃຊ້ຢ່າງແຜ່ຫຼາຍເພື່ອຫຼຸດການປ່ອຍກ໊າສກາກໂບນິກສູ່ຊັ້ນບັນຍາກາດ, ແຕ່ທັງນີ້ການໃຊ້ງານຂອງມັນຕ້ອງໄດ້ມີການຄວບຄຸມຄວາມອັນຕະລາຍ ເພື່ອປ້ອງກັນການຮົ່ວໄຫຼໃນພາກສ່ວນເສດຖະກິດຮີໂດຣແຊນໃຫ້ຫຼາຍທີ່ສຸດ.

ແຫຼ່ງທີ່ມາຈາກ:https://newatlas.com/environment/hydrogen-greenhouse-gas/https://www.sciencedirect.com/.../abs/pii/S0360319998000044

ອ່ານບົດວິໄຈໄດ້ທີ່: https://assets.publishing.service.gov.uk/.../atmospheric...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.