ເຫດຜົນທີ່ Greta Thunberg ບໍ່ເຂົ້າຮ່ວມ COP27
ເຫດຜົນທີ່ Greta Thunberg ບໍ່ເຂົ້າຮ່ວມ COP27
25 November, 2022
Share now
"greenwashing**, lying and cheating." ຫຼືແປເປັນພາສາລາວວ່າ “ເປັນການຟອກຂຽວ**, ຂີ້ຕົວະ ແລະ ຂີ້ລັກ”

ແມ່ນສິ່ງທີ່ ນາງ Greta Thunberg ໄວໜຸ່ມຄົນສະວີເດັນ ຫຼື ດັ່ງທີ່ພວກເຮົາຮູ້ຈັກກັນດີໃນນາມ "ນັກເຄື່ອນໄຫວສິ່ງແວດລ້ອມໄວໜຸ່ມ" ກ່າວ ໃນງານ COP27 ທີ່ຖືກຈັດຂຶ້ນທີ່ Sharm El-Sheikh ໃນວັນທີ 6-18 ພະຈິກ 2022 ທີ່ຜ່ານມານັ້ນ. ທັງນີ້, Greta Thunberg ໄດ້ປະຕິເສດການເຂົ້າຮ່ວມໃນຄັ້ງນີ້ໂດຍປຽບທຽບວ່າ ເວທີ COP ເປັນພຽງພື້ນທີ່ຂອງການຟອກຂຽວຫຼາກຫຼາຍປະເພດ, ມີແຕ່ຄວາມຫຼອກລວງ ແລະ ການສວາຍໂອກາດ ເພື່ອໃຫ້ໄດ້ຮັບຄວາມສົນໃຈຈາກຜູ້ນໍາ ແລະ ຜູ້ມີອໍານາດທັງຫຼາຍ, ແຕ່ບໍ່ມີຄວາມຕັ້ງໃຈຢ່າງແທ້ຈິງຕໍ່ການປ່ຽນແປງໂລກໃນທາງທີ່ດີຂຶ້ນ. ທັງນີ້, ຜູ້ສະໜັບສະໜູນ COP27 ໃນປີນີ້ແມ່ນບໍລິສັດນໍ້າອັດລົມຍີ່ຫໍ້ໜຶ່ງທີ່ອີງຕາມການລາຍງານ ການກວດສອບແບຣນສິນຄ້າຈາກຂີ້ເຫຍື້ອປລາສຕິກຂອງ Greenpeace ແລ້ວ, ຜະລິດຕະພັນຂອງບໍລິສັດດັ່ງກ່າວຖືເປັນ "ຜູ້ກໍ່ມົນລະພິດລາຍໃຫຍ່ທີ່ສຸດໃນໂລກ" ໂດຍຜະລິດຕຸກນໍ້າປລາສຕິກທີ່ໃຊ້ແລ້ວຖິ້ມ ຈໍານວນ 120.000 ຕຸກຕໍ່ປີ, ອັນເປັນສາເຫດກໍ່ໃຫ້ເກີດບັນຫາປລາສຕິກ ແລະ ວິກິດການປ່ຽນແປງດິນຟ້າອາກາດທີ່ຮຸນແຮງຂຶ້ນ. ອີກເຫດຜົນໜຶ່ງ, ແມ່ນປະເທດອີຢິບໄດ້ຫ້າມການປະທ້ວງໃນທີ່ສາທາລະນະ, ກໍານົດຂໍ້ຈໍາກັດໃນການຮັບຮອງ ແລະ ການເຂົ້າຮ່ວມຂອງນັກເຄື່ອນໄຫວ; ເຊິ່ງວ່າ Greta Thunberg ແມ່ນ 1 ໃນ 968 ນາມບຸກຄົນ ແລະ ພາກສ່ວນຕ່າງໆທີ່ຕ້ອງການໃຫ້ມີການເປີດພື້ນທີ່ສາທາລະນະເພື່ອຮັບຟັງຄວາມຄິດເຫັນ.

ອະທິບາຍເພີ່ມຕື່ມ: ** Greenwash ຫຼື ການຟອກຂຽວແມ່ນຍຸດທະສາດການສື່ສານ ແລະ ການຕະຫຼາດທີ່ບໍລິສັດຫຼືອົງການຈັດຕັ້ງອື່ນໆໄດ້ຮັບຮອງເອົາເພື່ອເຮັດໃຫ້ຄິດວ່າ ຜະລິດຕະພັນ, ການບໍລິການ ຫຼື ການເຮັດວຽກຂອງເຂົາເຈົ້າເປັນມິດຕໍ່ສິ່ງແວດລ້ອມ ທັງທີ່ມັນບໍ່ແມ່ນຄວາມຈິງ.

#econewslaos #COP27 #climatechange #GretaThunberg ແຫຼ່ງຂໍ້ມູນອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.