Green Tech ນະວັດຕະກໍາສີຂຽວ ຄໍາຕອບເພື່ອສິ່ງແວດລ້ອມໃນອະນາຄົດ
Green Tech ນະວັດຕະກໍາສີຂຽວ ຄໍາຕອບເພື່ອສິ່ງແວດລ້ອມໃນອະນາຄົດ
14 April, 2022
Share now
ປະຕິເສດບໍ່ໄດ້ວ່າ ຄວາມສະດວກສະບາຍຂອງເຕັກໂນໂລຊີໃນປັດຈຸບັນມັກຈະ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ໂດຍສະເພາະ ການປ່ຽນແປງສະພາບດິນຟ້າອາກາດ ເຊິ່ງສາເຫດສ່ວນໜຶ່ງກໍມາຈາກການປ່ອຍມົນລະພິດຂອງອຸດສາຫະກຳກົນຈັກຕ່າງໆ ຕະຫຼອດເຖິງການນໍາໃຊ້ຜະລິດຕະພັນທີ່ບໍ່ສາມາດຍ່ອຍສະຫຼາຍໄດ້ເປັນຕົ້ນ. ດ້ວຍເຫດນັ້ນ, ນັກວິທະຍາສາດຫຼາຍໆຄົນຈຶ່ງເລີ່ມໃຫ້ຄວາມສົນໃຈ ແລະ ລິເລີ່ມພັດທະນາເຕັກໂນໂລຊີ-ນະວັດຕະກຳໃນຮູບແບບສີຂຽວເພື່ອມານໍາໃຊ້ໃນລະດັບອຸດສາຫະກຳ ແລະ ຊ່ວຍຫຼຸດຜ່ອນບັນຫາສິ່ງແວດລ້ອມໃນວົງກວ້າງໄດ້.

“Green-Tech” ຫຼື “Green Technology” (ເຕັກໂນໂລຊີສີຂຽວ) ແມ່ນການນໍາໃຊ້ວິທະຍາສາດ-ເຕັກໂນໂລຊີໃນຮູບແບບໃໝ່ທີ່ເປັນມິດຕໍ່ສິ່ງແວດລ້ອມ, ມີເປົ້າໝາຍເລັ່ງໃສ່ການສະໜອງຜະລິດຕະພັນ ແລະ ພະລັງງານສະອາດ ເພື່ອຫຼຸດຜ່ອນມົນລະພິດ ໂດຍສະເພາະແມ່ນກາສກາກໂບນິກ (CO2) ແລະ ກາສເຮືອນແກ້ວ ທີສ້າງຜົນກະທົບ ແລະ ກາຍເປັນໜຶ່ງໃນບັນຫາສິ່ງແວດລ້ອມໃນຕອນນີ້; ເຊິ່ງຫາກເຮົາສັງເກດເບິ່ງດີໆ ຜະລິດຕະພັນ Green-Tech ຕ່າງໆເຫຼົ່ານັ້ນ ລ້ວນແລ້ວແຕ່ໄດ້ແຊກຊຶມຢູ່ໃນສັງຄົມອ້ອມຮອບຕົວເຮົາບໍ່ຫຼາຍກໍໜ້ອຍເປັນຕົ້ນແມ່ນ:

“ແຜງຮັບແສງອາທິດ” (Solar Panels) ທີ່ເຮົາມັກເຫັນຕາມເທິງຫຼັງຄາເຮືອນ ຫຼື ເສົາໄຟຟ້າຕ່າງໆໂດຍທົ່ວໄປ, ມັນມີໜ້າທີ່ກັກເກັບ ‘ພະລັງງານແສງອາທິດ’ ແລະ ຜັນປ່ຽນໃຫ້ກາຍເປັນ ‘ພະລັງງານໄຟຟ້າ’ ເພື່ອມານໍາໃຊ້ໃນຄົວເຮືອນຕ່າງໆ.

“ພາຫະນະໄຟຟ້າ” (Electric Vehicles) ບໍ່ວ່າຈະເປັນລົດຖີບ, ລົດຈັກຕ່າງໆ ຈົນໄປເຖິງລົດໃຫຍ່ທີ່ນໍາໃຊ້ພະລັງງານໄຟຟ້າໃນການຂັບເຄື່ອນ, ເຊິ່ງຖືເປັນຍານພາຫະນະທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ພວມໄດ້ຮັບຄວາມສົນໃຈຈາກຜູ້ຄົນຢ່າງຫຼວງຫຼາຍ.

“ລະບົບຄວບຄຸມອຸນຫະພູມ” (Programmable Thermostats) ແມ່ນລະບົບທີ່ຈະຊ່ວຍເຮົາຄວບຄຸມການຕັ້ງຄ່າອຸນຫະພູມຕ່າງໆພາຍໃນເຮືອນ ແລະ ຍັງຊ່ວຍເຮົາປະຢັດພະລັງງານ ເມື່ອບໍ່ໄດ້ຢູ່ເຮືອນ ຫຼື ໃນຕອນນອນອີກດ້ວຍ.

ນອກຈາກນີ້ແລ້ວ, ຍັງມີນະວັດຕະກຳໃໝ່ໆອີກຫຼາຍຢ່າງທີ່ຖືກຜະລິດຂຶ້ນ ໂດຍອີງໃສ່ຫຼັກການຄວາມທັນສະໄໝ ແລະ ແນວຄິດສີຂຽວ, ໂດຍສະເພາະບັນດາຫົວໜ່ວຍທຸລະກິດ “Start-Up” ອີກຫຼາຍບໍລິສັດໄດ້ດໍາເນີນກິດຈະການໂດຍໄດ້ຖືເອົາ “ການຫຼຸດຜ່ອນມົນລະພິດ ແລະ ຮັກສາສິ່ງແວດລ້ອມ” ເປັນໝາກຫົວໃຈຫຼັກເພື່ອສ້າງຄວາມສົມດຸນໃຫ້ແກ່ຜົນກຳໄລ ແລະ ສິ່ງແວດລ້ອມ ເຊິ່ງກໍມີບັນດາບໍລິສັດຕ່າງໆເຊັ່ນວ່າ:

post-images

Tesla: ບໍລິສັດຜະລິດຍານພາຫະນະໄຟຟ້າລາຍໃຫຍ່ ທີ່ຕ່າງກໍໄດ້ຮັບຄວາມສົນໃຈຈາກຜູ້ຄົນໃນຕອນນີ້. ພວກເຂົາໄດ້ຜະລິດທັງລົດໄຟຟ້າ, ຈັດແຈງສະຖານທີ່ບ່ອນສາກໄຟຢູ່ຕາມຈຸດຕ່າງໆ ລວມເຖິງປະດິດໝໍ້ໄຟທີ່ສາມາດສາກເຕີມໄຟຟ້າຢູ່ເຮືອນກໍໄດ້ເຊັ່ນດຽວກັນ, ອີກທັງອີງຈາກບົດລາຍງານໃນປີ 2020 ທີ່ຜ່ານມາ ການທີ່ຜູ້ຄົນຫັນມານໍາໃຊ້ລົດໄຟຟ້າ Tesla ແມ່ນໄດ້ຊ່ວຍຫຼຸດຜ່ອນການປ່ອຍກາສກາກໂບນິກປະມານ 5.000.000 ໂຕນອີກດ້ວຍ.

post-images

Mori: ບໍລິສັດ Start-up ທີ່ບອສຕັນ (Boston) ສະຫະລັດອາເມຣິກາ ໄດ້ມີການຄົ້ນຄິດ ແລະ ຜະລິດບັນຈຸພັນຕ່າງໆໃນຮູບແບບໃໝ່ທີ່ສາມາດກິນໄດ້ ແລະ ຍ່ອຍສະຫຼາຍໄດ້, ເຊິ່ງວ່າຕົວບັນຈຸພັນນີ້ ແມ່ນໄດ້ຖືກພັດທະນາ ແລະ ນໍາໃຊ້ໂປຣຕີນໄໝເຂົ້າມານໍາໃຊ້ໃນການຜະລິດ.

post-images

Beyond Meat: ບໍລິສັດທີ່ຜະລິດ ແລະ ຈໍາໜ່າຍຊີ້ນ ຫຼື ໂປຣຕີນຕ່າງໆທີ່ເຮັດຈາກພືດ, ເຊິ່ງວ່າການຜະລິດໃນຮູບແບບດັ່ງກ່າວ ສາມາດຫຼຸດຜ່ອນການປ່ອຍອາຍກາສເຮືອນແກ້ວໄດ້ເຖິງ 90% ປຽບທຽບກັບການບໍລິໂພກຊີ້ນຈາກງົວ.

ອ້າງອີງ: https://www.soulmatesventures.com/four-green-tech.../ https://www.investopedia.com/terms/g/green_tech.asp...

https://www.future-processing.com/.../what-is-greentech.../

https://www.lifewire.com/what-is-green-tech-5116125

https://thematter.co/scie.../7-green-technology-trend/152315

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.