ຜ້າອະນາໄມຮັກໂລກ ທາງເລືອກໃນການຫຼຸດຜ່ອນຂີ້ເຫຍື້ອຈາກຜ້າອະນາໄມຂອງຄົນທີ່ໃສ່ໃຈສິ່ງແວດລ້ອມ.
ຜ້າອະນາໄມຮັກໂລກ ທາງເລືອກໃນການຫຼຸດຜ່ອນຂີ້ເຫຍື້ອຈາກຜ້າອະນາໄມຂອງຄົນທີ່ໃສ່ໃຈສິ່ງແວດລ້ອມ.
28 April, 2022
Share now
ຜ້າອະນາໄມຖືເປັນສິນຄ້າທີ່ສຳຄັນ ແລະ ຈຳເປັນສຳລັບຜູ້ຍິງທຸກຄົນ. ໃນຂະນະດຽວກັນ, ຜ້າອະນາໄມ ເປັນອີກສິນຄ້າໜຶ່ງທີ່ສ້າງຂີ້ເຫຍື້ອໃຫ້ກັບໂລກຫຼາຍພໍສົມຄວນ ເຊິ່ງຖືເປັນບັນຫາທີ່ສ້າງຄວາມໜັກໃຈໃຫ້ກັບຜູ້ຍິງທີ່ມີຄວາມໃສ່ໃຈຕໍ່ສິ່ງແວດລ້ອມ ເນື່ອງຈາກຜ້າອະນາໄມຖືເປັນຂີ້ເຫຍື້ອທີ່ຍ່ອຍສະຫຼາຍໄດ້ຍາກ ເຊິ່ງໃຊ້ເວລາໃນການຍ່ອຍສູງເຖິງ 500 – 800ປີ ແລະ ບໍ່ສາມາດນຳເອົາໄປຣີໄຊເຄິລໄດ້ ເພາະມີສ່ວນປະກອບຂອງປລາສຕິກປະມານ 3.4 ກຣາມຕໍ່ແຜ່ນ ໝາຍຄວາມວ່າມີຂີ້ເຫຍື້ອປລາສຕິກ​ທີ່ບໍ່ສາມາດຣີໄຊເຄິລໄດ້ສູງເຖິງ 40 ລ້ານໂຕນ.

ນອກຈາກນີ້, ຍັງມີວັດສະດຸອື່ນໆປະສົມຢູ່ເຊັ່ນ: ເຍື່ອເຈ້ຍ, ເຈວຊຶມຊັບຂອງເຫຼວ ແລະ ສານອິນຊີທີ່ແຊກຊຶມຢູ່ພາຍໃນ. ດ້ວຍເຫດນີ້, ຈຶ່ງເຮັດໃຫ້ໃນໜຶ່ງປີ ມີຂີ້ເຫຍື້ອປະເພດຜ້າອະນາໄມທີ່ຖືກຖິ້ມຢູ່ສະໜາມຂີ້ເຫຍື້ອຫຼາຍກວ່າ 12,000 ລ້ານແຜ່ນ ເຊິ່ງກາຍເປັນຂີ້ເຫຍື້ອຕິດເຊື້ອທີ່ຍາກຈະທຳລາຍ ແລະ ບໍ່ສາມາດນໍາກັບມາໃຊ້ຄືນໃໝ່ໄດ້.

ຢ່າງໃດກໍຕາມ, ເຖິງແມ່ນວ່າຜ້າອະນາໄມຈະເປັນສິນຄ້າທີ່ກໍ່ໃຫ້ເກີດມີປະລິມານຂີ້ເຫຍື້ອເປັນຈຳນວນຫຼາຍ ແຕ່ຜ້າອະນາໄມກໍຖືເປັນສິນຄ້າທີ່ຈຳເປັນສຳລັບຜູ້ຍິງ ແລະ ບໍ່ສາມາດຫຼີກລ້ຽງທີ່ຈະນຳໃຊ້ໄດ້. ດັ່ງນັ້ນ, ພວກເຮົາຈຶ່ງຢາກແນະນຳທາງເລືອກຂອງຜ້າອະນາໄມທີ່ສະບາຍໃຈຕໍ່ຜູ້ຊົມໃຊ້ ພ້ອມທັງສາມາດຫຼຸດຜ່ອນສິ່ງເສດເຫຼືອໃນຊີວິດປະຈຳວັນ ແລະ ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ.

1) ຜ້າອະນາໄມແບບຖ້ວຍ (Menstrual Cup)ເປັນອຸປະກອນຮອງຮັບປະຈຳເດືອນທີ່ເຮັດຈາກຊີລີໂຄນທາງການແພດ ທີ່ບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ຊ່ອງຄອດເຊິ່ງ ສາມາດນຳໃຊ້ຊ້ຳໄດ້ດົນເຖິງ 10 ປີ. ໂດຍຜ້າອະນາໄມແບບຖ້ວຍ ມີການນຳໃຊ້ຫຼັກການສູນຍາກາດ, ເມື່ອຜູ້ກ່ຽວສວມໃສ່ເຂົ້າໄປແລ້ວ ຈະເຮັດໃຫ້ສາມາດຮອງຮັບປະຈຳເດືອນເພື່ອບໍ່ໃຫ້ໄຫຼອອກມາຂ້າງນອກໄດ້. ນອກຈາກນີ້, ຜ້າອະນາໄມແບບຖ້ວຍກໍຍັງມີຄວາມທົນທານ, ໂດຍຜູ້ໃຊ້ສາມາດເຄື່ອນໄຫວໄດ້ຢ່າງຄ່ອງໂຕ ແລະ ສະດວກສະບາຍ, ພ້ອມທັງສາມາດກັກເກັບປະຈຳເດືອນໄດ້ດົນເຖິງ 12 ຊົ່ວໂມງ.

post-images

2) ຜ້າອະນາໄມຊັກໄດ້ ເປັນຜ້າອະນາໄມທີ່ຖືກອອກແບບເພື່ອໃຫ້ສາມາດນໍາກັບມາໃຊ້ຊ້ຳໄດ້ ພຽງແຕ່ທໍາຄວາມສະອາດໂດຍການຊັກໃສ່ສະບູ່ໃນນ້ຳອຸນຫະພູມປົກກະຕິ. ໂດຍຜ້າອະນາໄມປະເພດນີ້ແມ່ນເຮັດມາຈາກຝ້າຍ ຫຼື ເສັ້ນໃຍທໍາມະຊາດອື່ນໆ ທີ່ສາມາດດູດຊຶມນ້ໍາ ແລະ ລະບາຍອາກາດໄດ້ດີ ຊ່ວຍຫຼຸດຜ່ອນການລະຄາຍເຄືອງຈາກສານເຄມີໃນຜ້າອະນາໄມທົ່ວ​ໄປ.

post-images

3) ຜ້າອະນາໄມທີ່ຍ່ອຍສະຫຼາຍໄດ້ອີກໜຶ່ງທາງເລືອກຂອງຄົນທີ່ຍັງບໍ່ກ້າໃຊ້ຜ້າອະນາໄມແບບຖ້ວຍ ແລະ ແບບຊັກໄດ້ ເພາະຢ້ານເຈັບ ຫຼື ບໍ່ສະບາຍໂຕ. ຜ້າອະນາໄມແບບຍ່ອຍສະຫຼາຍໄດ້ ຈຶ່ງເປັນອີກຮູບແບບໜຶ່ງທີ່ບໍ່ສ້າງພາລະໃຫ້ກັບໂລກ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

post-images

ເຖິງແມ່ນວ່າຜ້າອະນາໄມປະເພດນີ້ຈະຍັງບໍ່ມີຈຳໜ່າຍໃນປະເທດເຮົາ, ແຕ່ຫາກທຸລະກິດໃດທີ່ສົນໃຈ ກໍສາມາດນຳເອົາແນວຄວາມຄິດນີ້ໄປຕໍ່ຍອດເພື່ອເປັນຕົ້ນແບບໃນການເຮັດການຜະລິດ ແລະ ຈຳໜ່າຍ ເພື່ອເພີ່ມຄວາມຫຼາກຫຼາຍ ແລະ ຊ່ວຍໃຫ້ພວກເຮົາໄດ້ນຳໃຊ້ສິນຄ້າທີ່ສະບາຍໃຈທັງຜູ້ຊົມໃຊ້ ແລະ ເປັນມິດຕໍ່ກັບສິ່ງແວດລ້ອມໄປພ້ອມໆກັນ. ຕິດຕາມເວັບໄຊຂອງພວກເຮົາໄວໆນີ້.

ແຫຼ່ງຂໍ້ມູນ:https://solarimpulse.com/solut.../eco-friendly-sanitary-pads https://adaymagazine.com/sunnycotton-cloth-menstrual-pad https://www.doctorraksa.com/th-TH/blog/menstrual-cup.html https://www.greenery.org/articles/alternative-sanitary-pad/ https://www.brandthink.me/content/sanitary_napkin_zero_waste https://becommon.co/life/item-green-sanitary-products/

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.