ນັກສຶກສາຄະນະວິທະຍາສາດສີ່ງແວດລ້ອມ, ມຊ ຄິດຄົ້ນບລ໋ອກທາງຍ່າງນໍ້າໜັກເບົາໂດຍການນຳໃຊ້ປລາສຕິກໂຟມ
ນັກສຶກສາຄະນະວິທະຍາສາດສີ່ງແວດລ້ອມ, ມຊ ຄິດຄົ້ນບລ໋ອກທາງຍ່າງນໍ້າໜັກເບົາໂດຍການນຳໃຊ້ປລາສຕິກໂຟມ
15 February, 2022
Share now
ກ່ອງໂຟມຖືເປັນໜຶ່ງໃນບັນຈຸພັນຍອດນິຍົມທີ່ໃຊ້ບັນຈຸອາຫານ ທີ່ພົບເຫັນໄດ້ທົ່ວໄປຕາມຮ້ານອາຫານແຄມທາງ ຫຼື ອາຫານທີ່ສັ່ງຜ່ານທາງອອນລາຍ. ແຕ່ຫຼາຍຄົນອາດບໍ່ຮູ້ວ່າການນໍາໃຊ້ກ່ອງໂຟມນອກຈາກຈະສ້າງຂີ້ເຫຍື້ອຈໍານວນມະຫາສານແລ້ວນັ້ນ, ເວລາທີ່ນໍາໄປເຜົາທໍາລາຍມັນກໍຍັງກໍໃຫ້ເກີດ "ສານສໄຕຣີນ" ທີ່ກໍ່ໃຫ້ເກີດຄວາມອັນຕະລາຍຕໍ່ລະບົບຜິວໜັງ ແລະ ລະບົບປະສາດສ່ວນກາງຂອງມະນຸດ.

ເພື່ອສ້າງມູນຄ່າເພີ່ມ ແລະ ໝູນໃຊ້ສິ່ງເສດເຫຼືອຄືນໃຫມ່ໃຫ້ເກີດປະໂຫຍດ ນັກສຶກສາຈາກ ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ ກໍໄດ້ມີການທົດລອງນໍາກ່ອງໂຟມເຫຼົ່ານີ້ມາຜະລິດເປັນບລ໋ອກປູທາງຍ່າງນໍ້າໜັກເບົາ. ຈາກການນໍາປລາສຕິກໂຟມໄປຕັດ ແລະ ບົດ ປະສົມກັບຊາຍ, ຊີມັງ ແລະ ຫີນ ແລະ ນໍາໄປອັດເປັນບລ໋ອກໃສ່ໃນແມ່ພິມ.

ເມື່ອນໍາບລ໋ອກຈາກປລາສຕິກໂຟມ ມາ ປຽບທຽບປະສິດທິພາບກັບ ບລ໋ອກທີ່ຜະລິດທົ່ວໄປ ດ້ວຍການທົດລອງແຮງອັດໜີບ, ການປ່ອຍຕົກລົງຈາກທີ່ສູງ ແລະ ການດູດຊຶມນໍ້າ. ເຫັນວ່າບລ໋ອກຈາກປລາສຕິກໂຟມນັ້ນມີອັດຕາທົນທານສູງກວ່າມາດຕະຖານບລ໋ອກມວນເບົາ ແລະ ມີຄວາມເໝາະສົມໃນການນໍາໄປຜະລິດ ແລະ ເປັນວັດສະດຸທາງເລືອກທີ່ມີປະສິດທິພາບໃນການຫຼຸດຜ່ອນປລາສຕິກໂຟມໄດ້ດີ. ແຫຼ່ງຂໍ້ມູນ ແລະ ຮູບ ຈາກ: ນາງ ພູເຂົາຄໍາ ແກ້ວເມືອງຄົມ ແລະ ທ້າວ ໄຊຍະສິດ ພົມມະວົງ #Econews #PlasticPollution #PlasticCrisis #ClimateChage #GreenInnovation 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.