ຈອກກາເຟຈາກກາກກາເຟ`
ຈອກກາເຟຈາກກາກກາເຟ`
27 November, 2021
Share now
ກາເຟເປັນໜຶ່ງໃນປະເພດເຄື່ອງດື່ມທີ່ຄົນນິຍົມບໍລິໂພກກັນທົ່ວໂລກ. ແຕ່ໃນການຊື້ກາເຟດື່ມໃນແຕ່ລະຄັ້ງກໍເປັນການສ້າງຂີ້ເຫຍື້ອປລາສຕິກເປັນຈໍານວນຫຼາຍ ເຊິ່ງເນື່ອງຈາກຍັງມີຫຼາຍຮ້ານຄ້າທີ່ຍັງຈໍາໜ່າຍຈອກທີ່ຍ່ອຍສະຫຼາຍບໍ່ໄດ້ໃຫ້ລູກຄ້າ.

ໃນສະຫະລັດອາເມຣິກາພົບວ່າຈອກກາເຟທີ່ຍ່ອຍສະຫຼາຍບໍ່ໄດ້ຖືກໃຊ້ໃນແຕ່ລະປີເຖິງ 120 ຕື້ໜ່ວຍ.

ປະເທດເຢຍລະມັນ ກໍເປັນໜຶ່ງໃນປະເທດທີ່ບໍລິໂພກກາເຟຫຼາຍທີ່ສຸດໃນເອີຮົບ ແລະ ກາກກາເຟເຫຼົ່ານັ້ນກໍກາຍເປັນສິ່ງເສດເຫຼືອ. ມັນຈຶ່ງເປັນແຮງບັນດານໃຈໃຫ້ກັບບໍລິສັດ Kaffeform ໃນເມືອງ ເບີລິນ, ປະເທດ ເຢຍລະມັນ ຜະລິດຈອກກາເຟທີ່ເຮັດມາຈາກກາກກາເຟ, ສາມາດຍ່ອຍສະຫຼາຍໄດ້ 100%, ນໍາມາໃຊ້ຊໍ້າໄດ້ຫຼາຍຄັ້ງ ແລະ ເປັນມິດກັບສິ່ງແວດລ້ອມ ແລະ ເຮັດໃຫ້ສິ່ງເສດເຫຼືອຖືກກັບມານໍາໃຊ້ໄດ້ຫຼາຍຂຶ້ນ.

ເຊິ່ງໃນປະຈຸບັນຈອກຈາກກາກກາເຟນີ້ ແມ່ນໄດ້ຖືກນໍາໃຊ້ໃນຮ້ານກາເຟ 20 ຮ້ານໃນເມືອງ ເບີລິນ ແລະ ວາງຂາຍຍ່ອຍທົ່ວເອີຮົບຫຼາຍເຖິງ 150 ແຫ່ງ.

ເຂົ້າເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່: https://www.kaffeeform.com/en/

ແຫຼ່ງອ້າງອີງ: https://www.insider.com/berlin-based-kaffeeform-makes-cups-from-recycled-coffee-grounds-2019-6?fbclid=IwAR0dtkSYbFjX71vHJgI53SjWHqYdQiFTKPwBf_5cRka9Xb3syhqrWe41Aeg

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.