ພຽງແຕ່ນັ່ງຄົ້ນຫາຂໍ້ມູນ, ທ່ານກໍມີສ່ວນຮ່ວມໃນການປູກຕົ້ນໄມ້.
ພຽງແຕ່ນັ່ງຄົ້ນຫາຂໍ້ມູນ, ທ່ານກໍມີສ່ວນຮ່ວມໃນການປູກຕົ້ນໄມ້.
25 April, 2022
Share now
ອີໂຄເຊຍ (Ecosia) ແມ່ນໂປຣແກຣມຄົ້ນຫາຂໍ້ມູນ ທີ່ຈະຊ່ວຍໃຫ້ຜູ້ຄົນເຂົ້າໄປຄົ້ນຫາຂໍ້ມູນທີ່ຄ້າຍກັບ Google ເຖິງ 98% . ຜູ້ນໍາໃຊ້ໂປຣແກຣມນີ້ສາມາດມີສ່ວນຮ່ວມໃນການປູກຕົ້ນເພື່ອແກ້ໄຂບັນຫາສິ່ງແວດລ້ອມ ໂດຍທ່ານຈະມີສ່ວນຮ່ວມປູກຕົ້ນໄມ້ 1 ຕົ້ນເມື່ອເຂົ້າໄປຄົ້ນຫາຄົບ 45 ຄັ້ງ. ອີໂຄເຊຍນໍາໃຊ້ 80% ຂອງຜົນກຳໄລທີ່ໄດ້ຈາກໂຄສະນານຳໄປສະໜັບສະໜູນໂຄງການປູກຕົ້ນໄມ້ ແລະ ສ່ວນທີ່ເຫຼືອ 20% ແມ່ນນໍາໃຊ້ກັບພະລັງງານທົດແທນ, ເຄື່ອນໄຫວກ່ຽວກັບສິ່ງແວດລ້ອມ ແລະ ອື່ນໆ.

ອີໂຄເຊຍ ຖືກສ້າງຕັ້ງຂື້ນໃນວັນທີ 7 ເມສາ 2009 ທີ່ ເບີລີນ, ເມືອງຫຼວງຂອງປະເທດເຢຍລະມັນ, ໂດຍຜູ້ສ້າງຕັ້ງແມ່ນ ຄຣິສຕຽນ ໂຄຣ (Christiane Kroll). ອົງກອນດຳເນີນງານດ້ວຍແນວຄິດການມີສ່ວນຮ່ວມແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ຈົນມາຮອດປັດຈຸປັນ, ອີໂຄເຊຍໄດ້ກາຍເປັນອົງກອນທີ່ເປັນກາງທາງກາບອນ (CO2 Neutral). ເນື່ອງມາຈາກປີ 2018 ພວກເຂົາໄດ້ສ້າງໂຮງໄຟຟ້າພະລັງງານແສງອາທິດເພື່ອສະໜອງພະລັງງານທີ່ຕ້ອງໃຊ້ໃຫ້ເຊີບເວີຂອງພວກເຂົາ. ພະລັງງານທົດແທນນີ້ມີຫຼາຍກວ່າທີ່ພວກເຂົາຕ້ອງການໃນອົງກອນເຖິງ 2 ເທົ່າ ແລະ ໃນອີກບໍ່ດົນນີ້ ພວກເຂົາກໍຈະບັນລຸເປົ້າໝາຍການປູກຕົ້ນໄມ້ໃຫ້ໄດ້ 150 ລ້ານຕົ້ນ. ແລ້ວທ່ານສົງໄສບໍຕົ້ນໄມ້ຈໍານວນຫຼາຍຂະໜາດນີ້ພວກເຂົາໄປປູກຢູ່ໃສກັນແທ້? ດ້ວຍຈໍານວນຜູ້ເຂົ້າໃຊ້ຫຼາຍກວ່າ 150 ລ້ານຄົນ ແລະ ເຮັດໃຫ້ທຸກໆ 1.3 ວິນາທີແມ່ນໄດ້ຮັບທຶນສຳລັບປູກຕົ້ນໄມ້ 1​ ຕົ້ນ, ຈຳນວນຕົ້ນໄມ້ກໍເພີ່ມສູງຂື້ນເລື້ອຍໆ. ເພື່ອຄວາມວ່ອງໄວ ແລະ ຄວາມສະດວກ ພວກເຂົາແບ່ງປັນເງິນຈໍານວນໜຶ່ງຕາມຄວາມເໝາະສົມສຳລັບປູກຕົ້ນໄມ້ ໃຫ້ແກ່ອົງກອນທີ່ບໍ່ສະແຫວງຫາຜົນກຳໄລຫຼາຍກວ່າ 30 ປະເທດເພື່ອຟື້ນຟູຄວາມເສຍຫາຍ ແລະ ປັບໃຫ້ທຳມະຊາດສົມດູນເພື່ອໃຫ້ຄົນຮຸ່ນຕໍ່ໄປ. ຂໍ້ມູນສ່ວນຕົວຂອງຜູ້ຊົມໃຊ້ເດຈະປອດໄພບໍ? ພວກເຂົາໄດ້ຊີ້ແຈງຊັດເຈນວ່າ, ຂໍ້ມູນທີ່ໄດ້ຮັບພວກເຂົາຈະນຳໄປພັດທະນາການບໍລິການພຽງເທົ່ານັ້ນ, ຈຶ່ງສາມາດໄວ້ໃຈໄດ້ວ່າພວກເຂົາຈະບໍ່ຂາຍຂໍ້ມູນສ່ວນຕົວໃຫ້ແຕ່ບໍລິສັດໂຄສະນາ, ເພາະອີໂຄເຊຍ ຖືຄະຕິທີ່ວ່າ: “ພວກເຮົາສົນໃຈໃນການປູກຕົ້ນໄມ້, ບໍ່ແມ່ນຂໍ້ມູນສ່ວນຕົວຂອງທ່ານ”. ທຸກຄົນສາມາດເຂົ້າໄປເບິ່ງລາຍລະອຽດຂອງອີໂຄເຊຍໄດ້ວ່າ ເງິນຜົນກໍາໄລທີ່ໄດ້ແມ່ນເອົາໄປໃສ? ໂຄງການທີ່ກຳລັງດຳເນີນມີຄືແນວໃດ? ສິ່ງເຫຼົ່ານີ້ສາມາດເຮັດໃຫ້ຜູ້ເຂົ້າໃຊ້ບໍລິການຮັບຮູ້ເຖິງຄວາມໂປ່ງໃສຂອງ ອີໂຄເຊຍ.  ທ່ານເດ ປ່ຽນມາໃຊ້ ອີໂຄເຊຍ ເພື່ອມີສ່ວນຮ່ວມໃນການປູກຕົ້ນໄມ້ແລ້ວບໍ? ແຫຼ່ງຂໍ້ມູນ: https://www.ecosia.org/ https://www.dailygizmo.tv/2020/01/28/ecosia-search-engine/ ຕິດຕາມອີໂຄເຊຍໄດ້ທີ່: https://www.facebook.com/ecosia

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.