“Rfoil”  ວັດສະດຸຜະລິດຄືນໃຫມ່ ຫຼຸດຜ່ອນປລາສຕິກ ແລະ ສິ່ງເສດເຫຼືອ
“Rfoil” ວັດສະດຸຜະລິດຄືນໃຫມ່ ຫຼຸດຜ່ອນປລາສຕິກ ແລະ ສິ່ງເສດເຫຼືອ
13 May, 2022
Share now
ວັດສະດຸປະເພດຟຣອຍເຊິ່ງເປັນບັນຈຸພັນຫຸ້ມຫໍ່ອາຫານຊະນິດອ່ອນ (Flexible Packaging) ທີ່ມີລັກສະນະເປັນສີເງິນເຫຼື້ອມ, ເຊິ່ງເຮົາສາມາດພົບເຫັນໄດ້ງ່າຍໃນຊອງບັນຈຸພັນສິນຄ້າອຸປະໂພກ ແລະ ບໍລິໂພກຕ່າງໆເຊັ່ນ: ຊອງອາຫານ, ຊອງຂະໜົມ ແລະ ເຄື່ອງສໍາອາງຕ່າງໆ. ຊອງປະເພດນີ້ສ້າງບັນຫາຕໍ່ການຣີໄຊເຄິລທີ່ຍາກ, ເນື່ອງຈາກບໍ່ມີການຄັດແຍກຕັ້ງແຕ່ຕົ້ນທາງ ແລະ ບໍ່ມີວິທີການກໍາຈັດທີ່ເໝາະສົມ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ຈຶ່ງໄດ້ມີການກໍ່ຕັ້ງໂຄງການພັດທະນາວັດສະດຸ “rfoil” ເຊິ່ງເປັນນະວັດຕະກໍາໃໝ່ຈາກການຣີໄຊເຄິລຊອງຟຣອຍ ແລະ ນໍາໄປພັດທະນາເປັນເມັດປລາສຕິກປະສົມ. ໂດຍເປັນເມັດປລາສຕິກ ບໍ່ໄດ້ປະກອບມີພຽງແຕ່ປລາສຕິກຢ່າງດຽວ, ແຕ່ຍັງມີສ່ວນປະສົມຂອງຂີ້ເຫຍື້ອປະເພດຟຣອຍ ເພື່ອສາມາດຜະລິດປລາສຕິກໄດ້ໂດຍໃຊ້ວັດຖຸດິບນ້ອຍລົງ ແລະ ຍັງເປັນການຫຼຸດຜ່ອນຂີ້ເຫຍື້ອປະເພດນີ້ລົງອີກດ້ວຍ.

​ໃນປີ 2021, ມີຜົນງານການວິໄຈຂອງຄະນະສິ່ງເເວດລ້ອມ ມະຫາວິທະຍາໄລກະເສດສາດ (ປະເທດໄທ) ທີ່ໄດ້ຮັບຄວາມຮ່ວມມືຈາກພາກລັດ ແລະ ເອກະຊົນເຊິ່ງດໍາເນີນການສຶກສາກ່ຽວກັບ rfoil. ປລາສຕິກປະສົມນ້ອງໃໝ່ແບບ rfoil ໄດ້ຖືກນໍາໄປແປຮູບໃຫ້ເປັນດິນບລັອກປູທາງຍ່າງ, ໂຖຕົ້ນໄມ້ ແລະ ຫີນຕົກເເຕ່ງ ເພື່ອທົດສອບປະສິດທິພາບການໃຊ້ງານ ແລະ ພົບວ່າເຮົາສາມາດເພີ່ມປະລິມານຖົງ foil ເຂົ້າໄປໃນເມັດປລາສຕິກໄດ້ເຖິງ 60% ນັ້ນໝາຍເຖິງເຮົາສາມາດຫຼຸດຜ່ອນການຜະລິດປລາສຕິກໃໝ່ໄປໄດ້ເຖິງ 40%.

​ປັດຈຸບັນນີ້, rfoil ຍັງເປັນນະວັດຕະກໍາທີ່ຢູ່ໃນລະຫວ່າງການສຶກສາວິໄຈ ເພື່ອທົດລອງຫາສັດສ່ວນຂອງ rfoil ທີ່ຫຼຸດປະລິມານວັດສະດຸເຫຼືອໃຊ້ໄດ້ຫຼາຍທີ່ສຸດ ເເຕ່ຍັງຮັກສາຄຸນສົມບັດຂອງປລາສຕິກໄວ້ໄດ້ຢ່າງຄົບຖ້ວນ. ແຕ່ພາຍຫຼັງຈາກນີ້ ເຮົາກໍໜ້າຈະໄດ້ເຫັນ rfoil ໃນຖານຂອງຜະລິດຕະພັນໃໝ່ທີ່ໃຊ້ປລາສຕິກທາງເລືອກທີ່ດີໃຫ້ກັບໂລກຫຼາຍກວ່າ, ມີຕົ້ນທຶນການຜະລິດໜ້ອຍກວ່າ, ມີຄວາມທົນທານ ແລະ ແຂງແຮງພໍ ທີ່ຈະເຂົ້າສູ່ໂລກຂອງອຸດສາຫະກໍາໄດ້ຢ່າງເຕັມຕົວ ແລະ ກາຍເປັນວັດສະດຸໃໝ່ທີ່ຕອບໂຈດຄວາມຕ້ອງການໃນອານາຄົດ.

ແຫຼ່ງອ້າງອິງ:https://pmuc.or.th/?p=3819https://www.tpbigroup.com/th/news/blog/547-r-foil

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.