ເສື້ອຊ້ອນທີ່ທ່ານບໍ່ໃຊ້ ນໍາມາບໍລິຈາກໄວ້ເພື່ອສົ່ງເປັນພະລັງງານສະອາດ
ເສື້ອຊ້ອນທີ່ທ່ານບໍ່ໃຊ້ ນໍາມາບໍລິຈາກໄວ້ເພື່ອສົ່ງເປັນພະລັງງານສະອາດ
10 June, 2022
Share now
ວັດສະດຸທີ່ນໍາມາຜະລິດເສື້ອຊ້ອນນັ້ນສ່ວນໃຫຍ່ມັກຈະເຮັດມາຈາກ ໂພລີເມີ ທີ່ເປັນເສັ້ນໄຍສັງເຄາະຈາກປລາສຕິກ, ສົ່ງຜົນໃຫ້ເສື້ອຊ້ອນຕ້ອງໃຊ້ເວລາໃນການຍ່ອຍສະຫຼາຍເຖິງ 400 ປີຂຶ້ນໄປ ແລະ ຍັງຖືເປັນຂີ້ເຫຍື້ອທີ່ບໍ່ສາມາດນໍາໄປຜະລິດຄືນໃຫມ່ໄດ້.

ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມແບຣນວາໂກ (Wacoal) ປະເທດໄທ, ຈຶ່ງໄດ້ມີແນວຄວາມຄິດໃນການລົນນະລົງກິດຈະກໍາຖິ້ມແນວໃດໃຫ້ຮູ້ຄຸນຄ່າ ແລະ ສ້າງຂີ້ເຫຍື້ອໃຫ້ເປັນສູນ, ດ້ວຍການຕິດຕັ້ງຈຸດຮັບບໍລິຈາກເສື້ອຊ້ອນເກົ່າ ຕາມຮ້ານຄ້າຂອງແບຣນໃນຫຼາຍຈຸດ, ເພື່ອຮັບເອົາໄປປ່ຽນເປັນພະລັງງານເຊື້ອເພີງໃນການຜະລິດກະແສໄຟຟ້າ ທົດແທນພະລັງງານຖ່ານຫີນ.

​ຈາກຜົນທີ່ໄດ້ຮັບຫຼັງຈາກເລີ່ມຈັດຕັ້ງປະຕິບັດໂຄງການຕັ້ງແຕ່ປີ 2012-2021 ເຫັນວ່າມີຍອດຮັບບໍລິຈາກເຖິງ 619,000 ໂຕ, ສາມາດຫຼຸດປະລິມານຂີ້ເຫຍື້ອໄດ້ 62ໂຕນ, ໂດຍຊ່ວຍຫຼຸດປະລິມານການປ່ອຍອາຍເຮືອນແກ້ວ ແລະ ທົດແທນການໃຊ້ພະລັງງານຖ່ານຫີນໄດ້ຫຼາຍກວ່າ 402 ໂຕນກາກບອນດີອົກຊິດ, ເຊິ່ງທຽບເທົ່າການປູກຕົ້ນໄມ້ 33,529 ຕົ້ນ.

​ແລະ ທ່ານຮູ້ບໍ່ວ່າ, ໃນປະເທດລາວເອງກໍມີຈຸດຮັບບໍລິຈາກເສື້ອຊ້ອນຄືກັນ ສາມາດໄປບໍລິຈາກໄດ້ທີ່ Wacoal & Sabina & Triumph by ຮ້ານໃຈດີ, ເຊິ່ງເພິ່ນກໍຮັບບໍລິຈາກເສື້ອຊ້ອນໄປເປັນພະລັງງານສະອາດ ເພື່ອຊ່ວຍຫຼຸດປະລິມານສິ່ງເສດເຫຼືອ ພ້ອມທັງເປັນການກຳຈັດຂີ້ເຫຍື້ອໃຫ້ຖືກວິທີ, ໂດຍເສື້ອຊ້ອນທີ່ໄດ້ຮັບບໍລິຈາກນັ້ນ ຍັງຈະຖືກນໍາສົ່ງໃຫ້ກັບສະຖານຄຸ້ມຄອງພັດທະນາຄົນພິການອີກດ້ວຍ. ຢ່າລືມໄປບໍລິຈາກນໍາເພິ່ນຫຼາຍໆເດີ້.

ແຫຼ່ງຂໍ້ມູນ: https://www.springnews.co.th/news/825609https://www.facebook.com/Wacoal-Sabina-Triumph-by-%E0%BA%AE%E0%BB%89%E0%BA%B2%E0%BA%99%E0%BB%83%E0%BA%88%E0%BA%94%E0%BA%B5-746369775714197

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.