ປ່າສະຫງວນແຫ່ງຊາດຍອດນໍ້າໂມ້-ພູສາມສຸມ, ແຂວງ ຊຽງຂວາງ ປ່າສະຫງວນແຫ່ງຊາດ ແຫ່ງໃໝ່ຂອງປີ 2022
ປ່າສະຫງວນແຫ່ງຊາດຍອດນໍ້າໂມ້-ພູສາມສຸມ, ແຂວງ ຊຽງຂວາງ ປ່າສະຫງວນແຫ່ງຊາດ ແຫ່ງໃໝ່ຂອງປີ 2022
23 May, 2022
Share now
ປ່າສະຫງວນແຫ່ງຊາດຍອດນໍ້າໂມ້-ພູສາມສຸມ. ແຂວງຊຽງຂວາງ ຖືກປະກາດສ້າງຕັ້ງເປັນທາງການເປັນທີ່ຮຽບຮ້ອຍ, ໂດຍອີງຕາມດໍາລັດເລກທີ 87/ນຍ, ລົງວັນທີ 15 ມີນາ 2022, ລົງລາຍເຊັນໂດຍທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ປ່າສະຫງວນແຫ່ງນີ້ ແມ່ນຕັ້ງຢູ່ເຂດພາກເໜືອ ກວມເອົາ 2 ເມືອງຂອງແຂວງຊຽງຂວາງເຊັ່ນ: ເມືອງຄູນ ແລະ ເມືອງໝອກ. ພື້ນທີ່ຂອງປ່າສະຫງວນແຫ່ງຊາດຍອດນໍ້າໂມ້-ພູສາມສຸມ ແມ່ນມີເນື້ອທີ່ທັງໝົດ 98.873 ເຮັກຕາ, ແບ່ງອອກເປັນ ເຂດເມືອງໝອກ ກວມເອົາ 86.598 ເຮັກຕາ ແລະ ເມືອງຄູນ ກວມເອົາ 12.275 ເຮັກຕາ. ​ຈຸດປະສົງຫຼັກໃນການສ້າງຕັ້ງພື້ນທີ່ເຂດປ່າສະຫງວນແຫ່ງຊາດ ແມ່ນແນໃສ່ການຄຸ້ມຄອງ, ປົກປັກຮັກສາ ລັກສະນະສະເພາະທີ່ໂດດເດັ່ນ ພູມສັນຖານເປັນຜາສູງ, ຫີນເປັນຊັ້ນໆ, ປ່າດົງດິບ, ປ່າໄມ້ຮິ້ງຫອມ, ໄມ້ໂລ່ງເລງ, ພູມິທັດທົ່ງຫຍ້າ, ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ຖິ່ນອາໄສຂອງພັນສັດ, ພັນພືດ ແລະ ເຄື່ອງປ່າຂອງດົງ, ຮ່ອງຮອຍປະຫວັດສາດ ແລະ ວັດທະນະທໍາທີ່ມີຄວາມສໍາຄັນຕໍ່ການທ່ອງທ່ຽວອະນຸຮັກ, ຮັກສາໄວ້ເຖິງຄວາມສວຍງາມຂອງທິວທັດທໍາມະຊາດ, ສຶກສາຄັ້ນຄວ້າທາງດ້ານວິທະຍາສາດ ປະກອບສ່ວນເຂົ້າໃນການປັງປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງຂອງຊາດ. ໃນການຈັດຕັ້ງປະຕິບັດວຽກງານແມ່ນອີງຕາມການຄຸ້ມຄອງໂດຍ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ດໍາເນີນຈັດຕັ້ງປະຕິບັດໃນການປົກປັກຮັກສາພື້ນທີ່ດັ່ງກ່າວ. ໂດຍແຫຼ່ງທຶນທີ່ໃຊ້ໃນການປົກປັກຮັກສາພື້ນທີ່ ປ່າສະຫງວນແຫ່ງຊາດຍອດນໍ້າໂມ້-ພູສາມສຸມ ແມ່ນປະກອບມີ: ງົບປະມານຂອງລັດ; ກອງທຶນປົກປັກຮັກສາປ່າໄມ້; ກອງທຶນປົກປັກຮັກສາສິ່ງແວດລ້ອມ; ການປະກອບທຶນຂອງກິດຈະການ ຫຼື ໂຄງການທີ່ດໍາເນີນຢູ່ໃນເຂດປ່າສະຫງວນແຫ່ງຊາດ ຫຼື ພື້ນທີ່ໃກ້ຄຽງ ທີ່ສົ່ງຜົນກະທົບຕໍ່ປ່າສະຫງວນແຫ່ງຊາດ; ກອງທຶນທ່ອງທ່ຽວແຫ່ງຊາດ; ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຂອງລັດ, ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; ແຫຼ່ງທຶນອື່ນທີ່ຖືກຕ້ອງຕາມກົດໝາຍ ໝາຍເຫດ: ຮູບພາບໃນຂ່າວເປັນພຽງພາບປະກອບຈາກແຫຼ່ງອື່ນ, ເນື່ອງຈາກບໍ່ສາມາດຫາຮູບຕົ້ນສະບັບຂອງປ່າສະຫງວນແຫ່ງຊາດຍອດນໍ້າໂມ້-ພູສາມສຸມ ມາປະກອບໃສ່ໄດ້. #EconewsLaos #ForestCover #Biodiversity ແຫຼ່ງຂໍ້ມູນຈາກ: - ໜ່ວຍງານສົ່ງເສີມການພັດທະນາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. - http://www.laogov.gov.la/legaldoc/pages/document.aspx...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.