ການຈັດການເສດອາຫານແບບ Google  "ຫຼຸດຜ່ອນເສດອາຫານໄດ້ຫຼາຍກວ່າ 70% ພຽງແຕ່ປ່ຽນພະຊະນະບັນຈຸ"​
ການຈັດການເສດອາຫານແບບ Google "ຫຼຸດຜ່ອນເສດອາຫານໄດ້ຫຼາຍກວ່າ 70% ພຽງແຕ່ປ່ຽນພະຊະນະບັນຈຸ"​
19 April, 2022
Share now
ປັດຈຸບັນນີ້,​ ອຸດສາຫະກໍາອາຫານເປັນອີກຂະແໜງການໜຶ່ງທີ່ມີການເຕີບໂຕຢ່າງກ້າວກະໂດດ. ຕໍ່ໜ້າຄວາມພັດທະນາດັ່ງກ່າວ ຈຶ່ງໄດ້ກໍ່ໃຫ້ເກີດບັນຫາເສດອາຫານທີ່ມີປະລິມານເພີ່ມຂື້ນ.​

ໂດຍອີງຕາມການລາຍງານຂອງເວັບໄຊ RESET Digital for Good ໄດ້ໃຫ້ຮູ້ວ່າ: “ ໃນທຸກໆປີ,​ ທົ່ວໂລກໄດ້ສ້າງເສດອາຫານປະມານ 1.3 ພັນລ້ານໂຕນ ໂດຍສະເລ່ຍເປັນເງິນຢູ່ທີ່ 2.6 ລ້ານລ້ານໂດລາສະຫະລັດ(USD). ເຊິ່ງເງິນຈໍານວນນີ້ສາມາດເອົາມາລ້ຽງຄົນຈໍານວນ 815 ລ້ານຄົນໄດ້”.

ເພື່ອແກ້ໄຂບັນຫາດັ່ງກ່າວ, ບໍລິສັດທົ່ວໂລກຫຼາຍແຫ່ງໄດ້ເລີ່ມຮັບຮອງ ແລະ ຫັນມານຳໃຊ້ນະໂຍບາຍສີຂຽວ. ບໍ່ພຽງແຕ່ກ່ຽວຂ້ອງກັບຜະລິດຕະພັນ ຫຼື ການນໍາໃຊ້ພະລັງງານໃນລະດັບທຸລະກິດເທົ່ານັ້ນ,​ ແຕ່ຍັງລວມໄປເຖິງວັດທະນະທໍາພາຍໃນອົງກອນທີ່ໄດ້ສົ່ງຜົນກະທົບໄລຍະຍາວຕໍ່ພຶດຕິກຳຂອງຄົນ ໃນການຈັດການກັບເສດອາຫານ.

ບໍລິສັດຂະໜາດໃຫຍ່ດ້ານເຕັກໂນໂລຊີກໍຄື Google ຈຶ່ງໄດ້ພະຍາຍາມຊອກຫາວິທີຫຼຸດຜ່ອນສິ່ງເສດເຫຼືອຂອງອາຫານໃນອົງກອນ ທີ່ບໍ່ເຮັດໃຫ້ເກີດຄວາມຫຍຸ້ງຍາກ ຫຼື ສົ່ງຜົນກະທົບຕໍ່ພະນັກງານ,​ ໂດຍການຫຼຸດຜ່ອນຂະຫນາດຂອງບັນຈຸພັນອາຫານ. ຂະໜາດຂອງບັນຈຸພັນອາຫານນີ້ ແມ່ນພາຊະນະທີ່ໃຊ້ຕັກອາຫານບຸບເຟ້ພາຍໃນໂຮງອາຫານໃຫ້ແກ່ພະນັກງານ. ພຽງແຕ່ຫຼຸດຂະຫນາດບັນຈຸພັນລົງ ກໍສາມາດເຮັດໃຫ້ຄົນເລືອກຕັກອາຫານໄດ້ຫນ້ອຍລົງແບບພໍດີ ແລະ ອີ່ມໄດ້. ຈາກການຕັກອາຫານທີ່ໜ້ອຍລົງ ຈຶ່ງຖືເປັນການປັບປ່ຽນພຶດຕິກຳໃນຊີວິດປະຈຳວັນໄປໂດຍບໍ່ຮູ້ໂຕ ພ້ອມທັງສາມາດຫຼຸດຜ່ອນຂີ້ເຫຍື້ອປະເພດເສດອາຫານໄດ້ຫຼາຍເຖິງ 70% ໃນແຕ່ລະມື້.

ການຫຼຸດຜ່ອນການນຳໃຊ້ບັນຈຸພັນອາຫານ ແມ່ນສ່ວນຫນຶ່ງຂອງໂຄງການ Food for Good, ເຊິ່ງເປັນວິທີໜຶ່ງທີ່ Google ກໍາລັງປະຕິບັດຕາມເປົ້າຫມາຍທີ່ປະກາດໄວ້ກ່ອນຫນ້ານີ້ໃນປີ 2025. ເນື່ອງຈາກ Google ເປັນບໍລິສັດຂະໜາດໃຫຍ່ ທີ່ມີບັນດາສາຂາກະຈາຍຢູ່ຫຼາຍກວ່າ 170 ປະເທດ ເຮັດໃຫ້ມີຈຳນວນເສດອາຫານເພິ່ມຂຶ້ນເປັນຈຳນວນຫຼາຍ. ດັ່ງນັ້ນ, Google ຈຶ່ງໄດ້ຕັ້ງເປົ້າໝາຍເພື່ອຫຼຸດຜ່ອນເສດອາຫານ ກໍຄື Food Waste ໃຫ້ເຫຼືອພຽງເຄິ່ງໜຶ່ງຈາກປົກກະຕິ.

ເຊິ່ງການປ່ຽນແປງດັ່ງກ່າວເຮັດໃຫ້ພວກເຮົາສາມາດຖອດຖອນບົດຮຽນຈາກການຫຼຸດຜ່ອນບັນຈຸພັນມື້​ຂອງ Google ໄດ້ຢູ່ 2 ຂໍ້ຄື:

1. ພຶດຕິກຳຄວາມເຄີຍຊິນ ເປັນສາເຫດຂອງການສ້າງຂີ້ເຫຍື້ອໂດຍບໍ່ຮູ້ໂຕ.

2. ການປ່ຽນແປງສະພາບແວດລ້ອມ ສາມາດເຮັດໃຫ້ຄົນເຮົາປັບປ່ຽນພຶດຕິກຳທີ່ດີຕໍ່ສິ່ງແວດລ້ອມໄດ້.

ສຳລັບບໍລິສັດ ຫຼື ອົງກອນໃດທີ່ມີສະຫວັດດິການໃຫ້ອາຫານທ່ຽງແກ່ພະນັກງານ ກໍສາມາດນຳເອົາວິທີດັ່ງກ່າວໄປປັບໃຊ້ ເພື່ອຫຼຸດຜ່ອນປະລິມານເສດອາຫານທີ່ເກີດຂຶ້ນໃນແຕ່ລະມື້ໄດ້.

ແຫຼ່ງອ້າງອິງ:https://en.reset.org/global-food-waste-and-its.../https://bit.ly/3iwJfuUhttps://bit.ly/3quU3Oz

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.