ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.

16 August, 2023
Share now
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.
post-images
post-images

ໂດຍສາເຫດຂອງການເກີດໄຟໄໝ້ປ່າດັ່ງກ່າວນັ້ນຍັງບໍ່ທັນເປັນທີ່ຮູ້ກັນຢ່າງແນ່ຊັດເທື່ອ, ແຕ່ຫາກນັກວິຊາການດັ່ງກ່າວໄດ້ສັນນິຖານວ່າເກີດຈາກການທີ່ມີອຸນຫະພູມຄວາມຮ້ອນສູງ ແລະ ຄວາມແຫ້ງແລ້ງ, ສົມທົບກັບກະແສລົມແຮງທີ່ໄດ້ກາຍເປັນຕົວເລັ່ງໄຟໃຫ້ແຮງຂຶ້ນ ແລະ ເກີດມີກະແສລຸກລາມອອກເປັນວົງກວ້າງ.

post-images
post-images

ທາງລັດຖະບານກາງໄດ້ມີການສົ່ງຕົວເຈົ້າໜ້າທີ່ຈາກກຳລັງກອງທັບສະຫະລັດລົງພື້ນທີ່ສົມທົບກັບໜ່ວຍງານທ້ອງຖິ່ນເພື່ອຊ່ວຍເຫຼືອໃນການປະຕິບັດໜ້າທີ່ການຄົ້ນຫາ ແລະ ກູ້ໄພຜູ້ປະສົບໄພຕ່າງໆ. ພ້ອມທັງ, ມີການຈັດຫາສະຖານທີ່ພັກຊົ່ວຄາວໃຫ້ແກ່ບຸກຄົນ ແລະ ຄອບຄົວທີ່ສູນເສຍບ້ານຈາກເຫດການໄຟໄໝ້ປ່າ ເປັນຈໍານວນ 1000 ຫ້ອງ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆອີກດ້ວຍ.

post-images

#econewslaos #hawaii #naturaldisasters #forestfire #climatechange

ແຫຼ່ງອ້າງອີງຈາກ:

https://www.nytimes.com/.../10/us/maui-wildfires-hawaii.html

https://www.reuters.com/.../how-did-hawaii-wildfires.../

https://www.facebook.com/robloakbykaruna/posts/pfbid0kugxtxu8AWbtWX3CcuCNDuAXsRy6Q8APAnSgWNkUvBCJGnMPZ1k2uDZAmMF7Y3afl

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles