ມາເຂົ້າໃຈ ຜົນກະທົບ ຂອງ Fast Fashion ຕໍ່ ສິ່ງແວດລ້ອມໂລກ ແລະ ສັງຄົມໂດຍຜ່ານວິດີໂອນີ້ຈາກ ບຸນສະອາດ Eco Fest
ມາເຂົ້າໃຈ ຜົນກະທົບ ຂອງ Fast Fashion ຕໍ່ ສິ່ງແວດລ້ອມໂລກ ແລະ ສັງຄົມໂດຍຜ່ານວິດີໂອນີ້ຈາກ ບຸນສະອາດ Eco Fest
07 November, 2021
Share now
ໄວໆມານີ້, ຄຳວ່າ “Fast Fashion” ກຳລັງເປັນທີ່ເວົ້າເຖິງ ເຊິ່ງມັນກໍຄືການຜະລິດເຄື່ອງນຸ່ງທີ່ເນັ້ນການຕາມກະແສ, ກັອບປີ້ການອອກແບບ, ເນັ້ນຈຳນວນ ແລະ ຄວາມໄວ ແລະ ບໍ່ມີການຜະລິດທີ່ເຮັດໃຫ້ເຄື່ອງນຸ່ງນັ້ນຢູ່ໄດ້ດົນ. ເຄື່ອງນຸ່ງປະເພດນີ້ສ່ວນໃຫຍ່ຈະມີລາຄາຖືກເນື່ອງຈາກມີການໃຊ້ວັດສະດຸທີ່ບໍ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການຈ້າງງານທີ່ບໍ່ເປັນທຳ. ໃນບົດລາຍງານຄວາມໂປ່ງໃສຂອງຍີ່ຫໍ້ເຄື່ອງນຸ່ງໃນໂລກນີ້ (Brand Transparency Index Report 2021) ລາຍງານວ່າສ່ວນໃຫຍ່ແລ້ວພະນັກງານໃນໂຮງງານຜະລິດເຄື່ອງນຸ່ງປະເພດນີ້ບໍ່ໄດ້ຮັບຄ່າຈ້າງທີ່ບໍ່ພຽງພໍກັບການດໍາລົງຊີວິດຂັ້ນພື້ນຖານ.

ການຊື້ເຄື່ອງນຸ່ງທີ່ມາຈາກທ້ອງຖິ່ນ ແລະ ຫັດຖະກຳທີ່ຜະລິດຈາກວັດຖຸດິບທຳມະຊາດ ແມ່ນມີຜົນດີຕໍ່ສິ່ງແວດລ້ອມຄື:

- ຫຼຸດຜ່ອນການປ່ອຍກາສເຮືອນແກ້ວຈາກການຂົນສົ່ງວັດຖຸດິບ ແລະ ສິນຄ້າ.

- ວັດຖຸດິບຈາກທຳມະຊາດບໍ່ປ່ອຍ ອະນຸພາກປລາສຕິກຂະໜາດນ້ອຍ ຫຼື ໄມໂຄຣປລາສຕິກສູ່ທຳມະຊາດ.

- ມີການຜະລິດວັດຖຸດິບທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊັ່ນ: ບໍ່ມີການໃຊ້ຢາປາບສັດຕູພືດ ແລະ ເລັ່ງຈຳນວນ.

- ຄຸນະພາບດີ, ໃຊ້ໄດ້ດົນ ແລະ ບໍ່ເປັນຂີ້ເຫຍື້ອອັນຕະລາຍ.

ກ່ອນການຕັດສິນໃຈຊື້ທຸກຄັ້ງ, ໃຫ້ຮັບຮູ້ເຖິງທີ່ມາ, ຜູ້ຜະລິດ ແລະ ແຫຼ່ງຜະລິດ. ສະໜັບສະໜູນຜະລິດຕະພັນທ້ອງຖິ່ນ ແລະ ການຜະລິດເຄື່ອງນຸ່ງແບບຍືນຍົງ (Sustainable Fashion) ນຳກັນ!

ເບິ່ງວິດີໂອໄດ້ທີ່: https://www.facebook.com/264181330888953/videos/589227438683695

Brand Transparency Index 2021: https://www.fashionrevolution.org/about/transparency/

#EconewsLaos#SustainableFashion#FastFashion#Climatechange#NetZero

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.