Everest Mountain: ຍອດພູເອເວີເຣດສ໌ໄດ້ກາຍເປັນ “ກອງຂີ້ເຫຍື້ອທີ່ສູງທີ່ສຸດໃນໂລກ”
Everest Mountain: ຍອດພູເອເວີເຣດສ໌ໄດ້ກາຍເປັນ “ກອງຂີ້ເຫຍື້ອທີ່ສູງທີ່ສຸດໃນໂລກ”
05 June, 2023
Share now
ໃນວັນທີ 29 ພຶດສະພາທີ່ຜ່ານມາ, ວິດີໂອທີ່ຖືກຖ່າຍທໍາຢູ່ເທິງຍອດເຂົາສູງເອເວີເຣດສ໌ (Everest Mountain) ປະເທດເນປານ ໂດຍTenzi Sherpaນັ້ນ ໄດ້ເກີດມີກະແສຕອບຮັບຢ່າງຫຼວງຫຼາຍໃນສື່ສັງຄົມອອນລາຍ. ໃນວິດິໂອດັ່ງກ່າວໄດ້ໄດ້ສາຍພາບໃຫ້ເຫັນເຖິງຂີ້ເຫຍື້ອ ແລະ ຄວາມເປິເປື້ອນທີ່ຖືກປະຖິ້ມໄວ້ເທິງຍອດພູສູງເອເວີເຣດສ໌ ທີ່ຂຶ້ນຊື່ວ່າເປັນພູທີ່ສູງທີ່ສຸດໃນໂລກທີ່ມີຄວາມສູງປະມານ 8.848m, ເຊິ່ງບັນຫາດັ່ງກ່າວໄດ້ເຮັດໃຫ້ພູດັ່ງກ່າວກາຍເປັນ “ກອງຂີ້ເຫຍື້ອທີ່ສູງທີ່ສຸດໃນໂລກ”.

ໃນແຕ່ລະປີຈະມີນັກປີນພູປະມານ 800 ຄົນປີນຂຶ້ນໄປຍອດພູ ແລະ ອີງຕາມການລາຍງານຂອງສື່ National Geographic, ນັກປີນພູຈະມີການຖິ້ມຂີ້ເຫຍື້ອປະໄວ້ເທິງຍອດພູສະເລ່ຍປະມານ 8kg ຕໍ່ຄົນ, ເຊິ່ງປະກອບດ້ວຍຂີ້ເຫຍື້ອທີ່ເປັນພາຊະນະບັນຈຸອາຫານ, ປລາສຕິກ, ເຕັ້ນ, ຖັງອົກຊີແຊນເປົ່າຕ່າງໆຈົນໄປເຖິງສິ່ງເສດເຫຼືອຈາກການຂັບຖ່າຍ. ເມື່ອເອົາມາລວມກັນແລ້ວ, ປະລິມານຂີ້ເຫຍື້ອທີ່ຖືກຖິ້ມຄ້າງໄວ້ນັ້ນ ມີປະມານຫຼາຍພັນໂຕນ.

ໃນຄວາມເປັນຈິງແລ້ວ, ບັນຫາຂີ້ເຫຍື້ອທີ່ເກີດຂຶ້ນຢູ່ເທິງພູເຂົາເອເວີເຣດສ໌ນັ້ນ ບໍ່ແມ່ນບັນຫາໃໝ່ທີ່ຫາກໍເກີດຂຶ້ນ; ແຕ່ພັດເປັນບັນຫາເຮື້ອຮັງທີ່ຖືກປ່ອຍສະສົມໄວ້ດົນແລ້ວ. ໃນປັດຈຸບັນ, ເພິ່ນໄດ້ມີການຈັດການຂີ້ເຫຍື້ອເທິງພູດ້ວຍການຂົນຍ້າຍຜ່ານທາງຍົນ, ຈັດຕັ້ງກຸ່ມໜ່ວຍງານຮັບຜິດຊອບໂດຍສະເພາະ ແລະ ອື່ນໆ; ແຕ່ວິທີການເຫຼົ່ານັ້ນຍັງບໍ່ພຽງພໍຕໍ່ການທຳຄວາມສະອາດພູໜ່ວຍດັ່ງກ່າວ, ພ້ອມທັງຍັງຕ້ອງການມາດຕະການຮັບມືທີ່ເຂັ້ມງວດຂຶ້ນອີກດ້ວຍ.

ສຳລັບວິດິໂອຂອງຂ່າວແມ່ນສາມາດຮັບຊົມຜ່ານລີ້ງດ້ານລຸ່ມນີ້:

https://fb.watch/rv6tIHGngq/

#econewslaos #WorldEnvironmentDay2023 #BeatPlasticPollution

*ຂໍ້ມູນອ້າງອີງຈາກ:

https://nextshark.com/mount-everest-video-worlds-highest.../

https://education.nationalgeographic.org/.../trash-and.../

https://geographical.co.uk/.../geo-explainer-cleaning-up...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.