ຄັກແທ້! ຖົງຊັອບປີ້ງຜະລິດຈາກເສື້ອຜ້າມືສອງຂອງຄົນລາວ
ຄັກແທ້! ຖົງຊັອບປີ້ງຜະລິດຈາກເສື້ອຜ້າມືສອງຂອງຄົນລາວ
16 December, 2021
Share now
ອຸດສາຫະກຳເຄື່ອງນຸ່ງ ເປັນໜຶ່ງໃນອຸດສາຫະກຳທີ່ໃຫຍ່ທີ່ສຸດຂອງໂລກ ເຊິ່ງປະຈຸບັນທົ່ວໂລກມີຍີ່ຫໍ້ ແລະ ຜູ້ຜະລິດເຄື່ອງນຸ່ງ ຫຼາຍພັນກວ່າແຫ່ງຍ້ອນຄວາມຕ້ອງການຂອງການຊົມໃຊ້ເສື້ອຜ້າທີ່ເພີ່ມຂຶ້ນ. ໃນປະຈຸບັນນີ້, ຄາດວ່າມີການຜະລິດເຄື່ອງນຸ້ງຊິ້ນໃໝ່ໆປະມານ 80 ຕື້ຊິ້ນຕໍ່ປີ ເຊິ່ງຫຼາຍກວ່າ 400% ເມື່ອທຽບກັບ 20 ປີຫຼັງ.

ນອກນັ້ນ, ການຜະລິດເຄື່ອງນຸ່ງແບບມາໄວໄປໄວ ຫຼື Fast fashion ແມ່ນເປັນໜຶ່ງໃນສາເຫດຂອງການທຳລາຍສິ່ງແວດລ້ອມ ແລະ ການຈ້າງງານທີ່ບໍ່ເປັນທຳ. ເຊິ່ງມັນເປັນການຜະລິດແບບເນັ້ນຈຳນວນ, ຕັ້ງໃຈເຮັດໃຫ້ຄຸນະພາບຂອງສິນຄ້າໃຊ້ບໍ່ໄດ້ດົນ, ມີການອອກແບບທີ່ສາມາດຕົກຍຸກໄດ້ ເຮັດໃຫ້ມີການຜະລິດຂີ້ເຫຍື້ອຈາກເຄື່ອງນຸ່ງຂຶ້ນມາເປັນຈຳນວນຫຼວງຫຼາຍໃນແຕ່ລະປີ. ດ້ວຍເຫດນີ້, ການຜະລິດອຸດສາຫະກຳເຄື່ອງນຸ່ງໃນປະຈຸບັນຈຶ່ງເປັນສາເຫດຂອງການປ່ຽນແປງດິນຟ້າອາກາດ (Climate Change) ຫຼາຍກວ່າອຸດສາຫະກຳການບິນ ແລະ ຂົນສົ່ງຮວມກັນ. Normallao ແລະ HugLok ຈຶ່ງຈັບມືກັນເພື່ອຍົກບັນຫານີ້ຂຶ້ນມາ ຜ່ານການຜະລິດຖົງໃຊ້ຊໍ້າແບບ Upcycling ໂດຍຝີມືຂອງກຸ່ມຄົນພິການ Xonphao. ເຊິ່ງຜະລິດຕະພັນນີ້ ນອກຈາກຈະສາມາດນຳໄປໃຊ້ໃນຮູບແບບເປັນມິດກັບສິ່ງແວດລ້ອມແລ້ວ, ມັນຍັງເປັນການເຮັດໃຫ້ຜູ້ຊົມໃຊ້ ແລະ ຜູ້ຄົນທົ່ວໄປຕະໜັກເຖິງບັນຫາຂອງການຜະລິດແບບວັດຖຸນິຍົມ ແລະ ຄຸນຄ່າການໃຊ້ງານທີ່ແທ້ຈິງຂອງເຄື່ອງນຸ່ງ.

ສາມາດເບິ່ງລາຍລະອຽດເພີ່ມຕື່ມໄດ້ທີ່: - NorMallaoHug-Lok Eco-friendly Products: "ຮັກໂລກ" ສິນຄ້າເປັນມິດກັບສິ່ງແວດລ້ອມXonPhao Working Group for People Living with Disabilities #Econews #GrennInnovation #Climatechang #Fastfashion ຂໍ້ມູນອ້າງອີງ: - https://sustainability.uq.edu.au/.../fast-fashion-quick...https://www.undp.org/.../six-things-you-didnt-know-about... 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.