ສາຍປູກໄມ້ຕ້ອງລອງ! ຖັງກ້າເບ້ຍໄມ້ຈາກເສັ້ນໄຍໝາກພ້າວກັບຂີ້ເລື່ອຍ ຫຼຸດຜ່ອນຂີ້ເຫຍື້ອປລາສຕິກ
ສາຍປູກໄມ້ຕ້ອງລອງ! ຖັງກ້າເບ້ຍໄມ້ຈາກເສັ້ນໄຍໝາກພ້າວກັບຂີ້ເລື່ອຍ ຫຼຸດຜ່ອນຂີ້ເຫຍື້ອປລາສຕິກ
27 December, 2021
Share now
ປະຈຸບັນ ປລາສຕິກໄດ້ປະກອບຢູ່ໃນເກືອບທຸກຜະລິດຕະພັນໄປແລ້ວ ລວມທັງການກ້າເບ້ຍໄມ້ທີ່ພົບເຫັນຫຼາຍ ໃນຮູບແບບຫຸ້ມຫໍ່ທີ່ເປັນຖົງປລາສຕິກສີດໍາ. ນອກຈາກຈະກາຍເປັນສິ່ງເສດເຫຼືອທີ່ໃຊ້ປະໂຫຍດບໍ່ໄດ້ຫຼັງຈາກການປູກຕົ້ນແລ້ວ ມັນກໍ່ຍັງເປັນສິ່ງເສດເຫຼືອທີ່ນໍາໄປໃຊ້ຄືນໃຫມ່ບໍ່ໄດ້ອີກດ້ວຍ.

ແຕ່ເມື່ອບໍ່ດົນມານີ້ ໄດ້ມີການວິໄຈໂດຍ ນັກສຶກສາ ຈາກຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ, ໄດ້ຄິດຄົ້ນກະຖັງກ້າເບ້ຍໄມ້ທີ່ຜະລິດຈາກເສັ້ນໄຍໝາກພ້າວປະສົມກັບຂີ້ເລື່ອຍ. ໂດຍທົດລອງໃນກະຖັງ 3 ຮູບແບບເຊັ່ນ: ກະຖັງ T1 ກະຖັງໄຍໝາກພ້າວ 100%, T2 ກະຖັງຂີ້ເລື່ອຍ 100% ແລະ T3 ກະຖັງໄຍໝາກພ້າວປະສົມຂີ້ເລື່ອຍ 50% : 50% , ທີ່ໃຊ້ໃນການເວລາທົດລອງ 8 ອາທິດ.

ຜົນການທົດລອງພົບວ່າ ກະຖັງ T1 ທີ່ເປັນໄຍໝາກພ້າວທັງໝົດນັ້ນສາມາດດູດຊຶມນໍ້າໄດ້ສູງທີ່ສຸດເຖິງ 185% ແລະ ກະຖັງທີ່ເປັນໄຍໝາກພ້າວປະສົມກັບຂີ້ເລື່ອຍດູດຊຶມນໍ້າໄດ້ 122%, ແຕ່ເມື່ອທຽບກັບກະຖັງທີ່ເປັນຖົງຢາງດໍາຫຸ້ມຫໍ່ແລ້ວມີອັດຕາດູດຊຶມນໍ້າໄດ້ພຽງແຕ່ 37.5%.

ເຫັນໄດ້ວ່າກະຖັງທີ່ເປັນໄຍໝາກພ້າວ ແລະ ກະຖັງທີ່ເປັນໄຍໝາກພ້າວປະສົມກັບຂີ້ເລື່ອຍນັ້ນສາມາດຍ່ອຍສະຫຼາຍໄດ້, ນໍາໄປກ້າເບ້ຍໄມ້ໄດ້, ບໍ່ເປັນອັນຕະລາຍຕໍ່ພືດ, ເປັນການນໍາເອົາສິ່ງເສດເຫຼືອກັບມານໍາໃຊ້ຄືນໃໝ່ຢ່າງມີປະສິດທິພາບ, ສ້າງທາງເລືອກໃຫ້ຊາວກະສິກອນໄດ້ນໍາໃຊ້ວັດສະດຸທີ່ເປັນມິດກັບສິ່ງແວດລ້ອມ, ປະຢັດຄ່າໃຊ້ຈ່າຍ, ຫຼຸດຜ່ອນສິ່ງເສດເຫຼືອຖົງຢາງດໍາທີ່ເປັນປລາສຕິກຈາກການກ້າເບ້ຍໄມ້ໄດ້ເປັນຢ່າງດີ. ແຫຼ່ງຂໍ້ມູນ ແລະ ຮູບ ຈາກ: ນາງ ກອງເພັດ ໄຊຍະລາດ ແລະ ນາງ ບີນໍ້າທິບ ທໍາມະວົງ. #Econews #PlasticPollution #PlasticCrisis #ClimateChage #GreenInnovation

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.