ເກີດແຜ່ນດິນໄຫວທີ່ປະເທດຍີ່ປຸ່ນ ຄວາມແຮງ 7,3 ແມັກນິຈູດ, ເສຍຊິວິດແລ້ວ 4 ຄົນ
ເກີດແຜ່ນດິນໄຫວທີ່ປະເທດຍີ່ປຸ່ນ ຄວາມແຮງ 7,3 ແມັກນິຈູດ, ເສຍຊິວິດແລ້ວ 4 ຄົນ
17 March, 2022
Share now
ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງໃນວັນພຸດ 16 ມີນາ 2022 ເວລາ 23:36 ໂມງ, ທີ່ເມືອງ ຟຸກຸຊິມາ ແລະ ມິຍາກິ ປະເທດ ຍີ່ປຸ່ນ. ພົບວ່າຄວາມເສຍຫາຍໃນຄັ້ງນີ້ແມ່ນມີຜູ້ເສຍຊີວິດຢູ່ 4 ຄົນ, ບາດເຈັບ 97 ຄົນ, ແລະ ປະຊາຊົນຫຼາຍກວ່າ 2 ລ້ານຄົວເຮືອນ ແມ່ນບໍ່ມີໄຟຟ້າໃຊ້.

ຈາກການລາຍງານເບື້ອງຕົ້ນຂອງທາງ AFP news ໄດ້ລະບຸວ່າ ແຜ່ນດິນໄຫວມີຄວາມແຮງຂະໜາດ 7.3 ເກີດຂຶ້ນຢູ່ນອກຊາຍຝັ່ງ ຟູກຸຊິມາ, ໃນບໍລິເວນດຽວກັນທີ່ເຄີຍເກີດແຜ່ນດິນໄຫວຄັ້ງໃຫຍ່ທີ່ເກີດການພັງທະລາຍຂອງໂຮງງານຜະລິດນິວເຄຍໃນຟຸກຸຊິມາ ເມື່ອ 11ປີກ່ອນ, ເຮັດໃຫ້ມີຄວາມກັງວົງຕໍ່ການເກີດຄື້ນສຶນາມິ.  ແຕ່ໃນຕອນເຊົ້າ 17 ມີນາ 2022 ເວລາ 05:00 ໂມງທີ່ຜ່ານມາ, ກົມອຸຕຸນິຍົມວິທະຍາຍີ່ປຸ່ນໄດ້ປະກາດຍົກເລີກການເຕືອນລະວັງຄື້ນສຶນາມິໃນຟູກຸຊິມາ ແລະ ມິຍາມາກິ ແລ້ວ. #EcoNewsLaos #ClimateChage #earthquake #fukushima

ແຫຼ່ງຂໍ້ມູນ ແລະ ອ່ານເພີ່ມຕື່ມໄດ້ທີ່: https://abcnews.go.com/.../strong-earthquake.../story... https://www.facebook.com/.../a.40007402.../5340934982610378/ https://www.bbc.com/news/world-asia-60770100

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.