ບົດຄວາມຈາກ ທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສ. ອາເມລິກາ ປະຈຳ ສປປ ລາວ ເນື່ອງໃນໂອກາດ ວັນອະນຸລັກໂລກ 22 ເມສາ 2022
ບົດຄວາມຈາກ ທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສ. ອາເມລິກາ ປະຈຳ ສປປ ລາວ ເນື່ອງໃນໂອກາດ ວັນອະນຸລັກໂລກ 22 ເມສາ 2022
22 April, 2022
Share now
ວັນທີ22ເດືອນເມສາແມ່ນວັນອະນຸລັກໂລກເຊິ່ງແມ່ນວັນທີ່ເຕືອນພວກເຮົາໃຫ້ລະນຶກເຖິງການປົກປ້ອງອາກາດທີ່ພວກເຮົາ ຫາຍໃຈ, ນໍ້າທີ່ພວກເຮົາດື່ມ, ສະຖານທີ່ທຳມະຊາດທີ່ພວກເຮົາໄປ ແລະ ສັດປ່າທີ່ພວກເຮົາໄດ້ເຫັນ. ວັນນີ໊ ໄດ້ສະເຫຼີມສະຫຼອງຢູ່ປະເທດ ສ. ອາເມລິກາ ແຕ່ປີ 1970, ເຊິ່ງຊ່ວຍຫັນປ່ຽນວິທີການຕ່າງໆ ທີ ສ. ອາເມລິກາ ແລະ ຫຼາຍປະເທດ ພົວພັນກັບໂລກທີ່ຢູ່ອ້ອມຕົວພວກເຮົາ ແລະ ຊ່ວຍປ່ຽນແປງມຸມມອງ ແລະ ວິທີການເບິ່ງ ຂອງພວກເຮົາ ກ່ຽວກັບຜົນກະທົບບທີ່ເກີດຂຶ້ນກັບໂລກທຳມະຊາດ.

ເນື່ອງໃນໂອກາດວັນອະນຸລັກໂລກປີນີ້,ປະເທດສ.ອາເມລິກາຍັງຈະສືບຕໍ່ສ້າງຄວາມຄືບໜ້າທີ່ໄດ້ເຮັດໃນເຄິ່ງສັດຕະວັດຜ່ານ ມາ ໂດຍຍຶດໝັ້ນພັນທະສັນຍາຂອງພວກເຮົາ ທີ່ຈະດຳເນີນການຕ່າງໆ ເພື່ອຮັບປະກັນໃຫ້ມີໂລກທີ່ສະອາດ ແລະ ສຸຂະພາບດີ ສຳລັບລູກແລະຫຼານຂອງພວກເຮົາ.ການປ່ຽນແປງຂອງພູມອາກາດແລະການສູນເສຍຖິ່ນທີ່ຢູ່ອາໄສເປັນໄພຂົ່ມຂູ່ຕໍ່ການສູນພັນ ຈໍານວນປະມານໜຶ່ງໃນສາມ ເຖິງ ເຄິ່ງໜຶ່ງຂອງຊະນິດພັນທັງໝົດໃນໂລກ ພາຍໃນທ້າຍສັດຕະວັດນີ້. ຢູ່ສປປລາວ, ຂ້າພະເຈົ້າໄດ້ຮັບແຮງບັນດານໃຈຈາກຄວາມມຸ່ງຫວັງຂອງພວກທ່ານທີ່ຕ້ອງການປົກປັກຮັກສາ ແລະເບີ່ງແຍງດູແລໂລກ ເຊິ່ງມີຄວາມບອບບາງ ເພື່ອຮັກສາສັດທີ່ມີຄຸນຄ່າຂອງໂລກໄວ້ບໍ່ໃຫ້ສູນພັນ. ສຳລັບວັນສັດປ່າໂລກ ໃນເດືອນທີ່ຜ່ານມາ, ຂ້າພະເຈົ໊າເອງກໍ່ໄດ້ໄປຢ້ຽມຢາມ ສູນອະນຸລັກ ສັດປ່າລາວ ຢູ່ແຂວງວຽງຈັນ, ສູນອະນຸລັກໝີ ຢູ່ ແຂວງຫຼວງພະບາງ ແລະ ສູນອະນຸລັກຊ້າງ ຢູ່ແຂວງໄຊຍະບູລີ. ຫວ່າງບໍດົນມານີ້ ສູນອະນຸລັກ ສັດປ່າລາວ ເຫັນວ່າ ຈຳນວນປະຊາຊົນທີ່ໄດ້ລາຍງານກ່ຽວກັບອາຊະຍາກຳສັດປ່າເພີ່ມຂຶ້ນແລະ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ສົ່ງເສີມໃຫ້ມີການລາຍງານຜ່ານສາຍດ່ວນ 1601 ຂອງສູນອະນຸລັກ ສັດປ່າລາວ. ສູນອະນຸລັກໝີ ໄດ້ຊ່ວຍຊີວິດໝີ ຫຼາຍກວ່າ 100 ໂຕ ຢູ່ໃນລາວ, ຈຳນວນສ່ວນຫຼາຍແມ່ນໄດ້ຮັບການຊ່ວຍເຫຼືອແຕ່ ປີ 2017 ເປັນຕົ້ນມາ.ອົງການຈັດຕັ້ງເຫຼົ່ານີ້ອາໄສການຮ່ວມມືກັບເຈົ້້າໜ້າທີ່ບັງຄັບໃຊ້ກົດໝາຍເພື່ອຈັດຕັ້ງປະຕິບັດຂໍ້ແນະນຳກ່ຽວກັບ ອາຊະຍາກຳສັດປ່າ ແລະ ຈໍານວນການຍຶດ ແລະ ຊ່ວຍເຫຼືອທີ່ເພີ່ມຂຶ້້ນ ໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງ ແລະ ຄວາມສາມາດຂອງລັດຖະບານລາວໃນການຕ້ານ ການຄ້າສັດປ່າທີ່ຜິດກົດໝາຍ. ນອກຈາກນັ້ນ,ປະຊາຊົນລາວຍັງໄດ້ໃຫ້ຄວາມສົນໃຈໃນການປົກປ້ອງສັດປ່າຈາກພວກຄ້າສັດປ່າດ້ວຍການໂທລາຍງານຜ່ານສາຍດ່ວນ. ໃນຖານະເປັນຄົນອາເມລິກາ ທີ່ໄດ້ຖືກມອບໝາຍໃຫ້ມາອາໄສ ດຳລົງຊີວິດດ້ວຍຄວາມຮັບຜິດຊອບໃນປະເທດຂອງທ່ານ, ພວກເຮົາກຳລັງເຮັດວຽກເພື່ອຫຼຸດຜ່ອນຜົນທະທົບດ້ານສິ່ງແວດລ້ອມ ດ້ວຍການປັບປຸງຍຸດທະສາດ ການຄຸ້ມຄອງພະລັງງານ, ນໍ້າ ແລະ ບໍາບັດສິ່ງເສດເຫຼືອຂອງພວກເຮົາຢູ່ໃນສະຖານທູດ. ແຕ່ລະຄົນສາມາດສ້າງຄວາມແຕກຕ່າງ. ແຕ່ໃນທີ່ສຸດ, ການຮ່ວມມືຫຼາຍຝ່າຍເປັນວິທີດຽວ ທີ່ຈະຮ່ວມກັນຊຸກຍູ້ບັນດາບຸລິມະສິດດ້ານສິ່ງແວດລ້ອມຂອງພວກເຮົາ. ການລະບາດຂອງພະຍາດ COVID-19 ໄດ້ຍໍ້າໃຫ້ເຫັນວ່າໂລກຂອງພວກເຮົາມີຄວາມເຊື່ອມຕໍ່ກັນແນວໃດ. ພວກເຮົາທຸກຄົນເປັນພົນລະເມືອງໂລກທີ່ປະເຊີນກັບຄວາມກົດດັນຫຼາຍ. ພວກ ເຮົາ ຕ້ອງ ສືບ ຕໍ່ ເຮັດ ວຽກ ຮ່ວມ ກັນ ເພື່ອ ຢຸດ ແລະ ຟື້ນຟູ ຜົນ ເສຍ ຫາຍ ທີ່ ໄດ້ ເກີດຂຶ້ນ. ແຕ່ລະວຽກທີ່ພວກເຮົາປະຕິບັດເພື່ອປັບປຸງຊຸມຊົນຂອງພວກເຮົາຊ່ວຍສ້າງພື້ນຖານທີ່ສາມາດນໍາໄປສູ່ການຈັດຕັ້ງປະຕິບັດລະດັບຊາດແລະສາກົນທີ່ເຂັ້ມແຂງ.ພວກເຮົາໄດ້ເຫັນຫຼາຍຄັ້ງແລ້ວວ່າໂລກສາມາດບັນລຸຄວາມສຳເລັດໄດ້ແນວໃດເມື່ອພວກເຮົາມາຮ່ວມມືກັນແກ້ໄຂບັນຫາ. ວັນອະນຸລັກໂລກໄດ້ຍໍ້າເຕືອນໃຫ້ປະຊາກອນທົ່ວໂລກຮູ້ວ່າເມື່ອໃດທີພວກເຮົາຍັງສາມັກຄີກັນແລະສຸມໃສ່ປົກປັກຮັກສາໂລກໜ່ວຍດຽວທີ່ພວກເຮົາມີ,ພວກເຮົາສາມາດເຮັດໃຫ້ມັນດີຂຶ້ນສຳລັບຄົນລຸ້ນໃໝ່ໃນອະນາຄົດ.ວັນອະນຸລັກໂລກນີ້, ຂໍໃຫ້ພວກເຮົາຈົ່ງມີຄວາມພະຍາຍາມສຸດຄວາມສາມາດຮ່ວມກັນ ເພື່ອສ້າງໂລກທີ່ປອດໄພ, ມີສະຖຽນລະພາບ ແລະ ຍືນຍົງໃຫ້ຫຼາຍກວ່າເກົ່າ. ສ.ອາເມລິກາ ຍັງຄົງມຸ່ງໝັ້ນທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ປະເທດອື່ນໆໃນທົ່ວໂລກ ເພື່ອບັນລຸເປົ້າໝາຍທາງດ້ານສິ່ງແວດລ້ອມຮ່ວມກັນ.

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.