ນອກຈາກນັ້ນ,ກໍ່ຍັງມີບັນຫາສິ່ງແວດລ້ອມເຊິ່ງຖືວ່າເປັນບັນຫາໂລກ ເຊັ່ນ: ບັນຫາທີ່ເກີດຈາກການປ່ອຍອາຍກາກບອນ ( carbon dioxide or CO2 ) ສູງ ຫຼື ເອີ້ນອີກຢ່າງວ່າປະກົດການເຮືອນແກ້ວ, ບັນຫາປະລິມານໂອໂຊນໃນຊັ້ນບັນຍາກາດຫຼຸດລົງ ຫຼື ບັນຫາພະລັງງານຂອງໂລກທີ່ຈະຕ້ອງຫາມາທົດແທນການໃຊ້ນ້ຳມັນເປັນຕົ້ນ. ດັ່ງນັ້ນໃນ ວັນທີ່ 22 ເມສາ ປີ 1970, ປະຊາຊົນຊາວອາເມລິກາຫຼາຍກວ່າ 20 ລ້ານຄົນ ຜູ້ທີ່ໄດ້ຕະໜັກຮູ້ເຖິງບັນຫາ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງບັນຫາສິ່ງແວດລ້ອມ ຈຶ່ງພ້ອມໃຈກັນເຕົ້າໂຮມເພື່ອປະທ້ວງການເພີ່ມຂຶ້ນຂອງມົນລະພິດ ແລະ ການທຳລາຍຊັບພະຍາກອນທຳມະຊາດທີ່ເກີນຄວາມຈຳເປັນ. ເຊິ່ງຜົນຈາກການເຕົ້າໂຮມຊຸມນຸມໃນຄັ້ງນັ້ນ ໄດ້ພາໃຫ້ເກີດມີການຮ່າງກົດໝາຍເພື່ອແກ້ໄຂມົນລະພິດທາງອາກາດຂອງສະຫະລັດ ອາເມລິກາ ແລະ ໄດ້ກຳນົດເອົາ ວັນທີ່ 22 ເມສາ ຂອງທຸກໆປີ ເປັນວັນຄຸ້ມຄອງໂລກ ໂດຍມີເປົ້າໝາຍຢ່າງຊັດເຈນດັ່ງນີ້: 1. ເພື່ອຫຼຸດຜ່ອນອັດຕາການເກີດອາຍກາກບອນທີ່ມີຢູ່ຢ່າງໜາແໜ້ນໃນຊັ້ນບັນຍາກາດ. 2. ເພື່ອກຳຈັດອາຍ ຄຼໍໂຣຟລູອໍໂຣກາກບອນ (chlorofluorocarbons), ເຊິ່ງຖືເປັນໂຕການທຳລາຍສະພາບອາກາດຊັ້ນໂອໂຊນ ແລະ ກໍ່ໃຫ້ເກີດການສະສົມຄວາມຮ້ອນ. 3. ສົ່ງເສີມການອານຸລັກປ່າໄມ້ທີ່ເຫຼືອຢູ່. 4. ຫ້າມ, ຢຸດການຊື້ - ຂາຍສັດປ່າສະຫງວນ ແລະ ສົ່ງເສີມການອານຸລັກຮັກສາສັດທີ່ໃກ້ຈະສູນພັນ. 5. ຮັກສາລະດັບປະຊາກອນໃຫ້ຢູ່ໃນສະພາບທີ່ສົມດຸນກັບຊັບພະຍາກອນທໍາມະຊາດທີ່ມີຢູ່. 6. ໃຫ້ອົງການຕ່າງໆໃນທົ່ວໂລກຮ່ວມກັນປົກປັກຮັກສາບັນຍາກາດ, ນ້ຳ ແລະ ສະພາບການອື່ນໆຈາກການຂົ່ມເຫັງຂອງມະນຸດ. 7. ສ້າງຈິດສຳນຶກໃນການປົກປັກຮັກສາໂລກໃຫ້ແກ່ບຸກຄົນ, ຊຸມຊົນ ແລະ ປະເທດຊາດ. ຂໍ້ມູນອ້າງອີງ: https://www.sanook.com/campus/910819/ https://www.earthday.org/