COP27 ຕົກລົງຈັດຕັ້ງກອງທືນ "Loss and Damage" ໃຫ້ແກ້ກຸ່ມປະເທດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ
COP27 ຕົກລົງຈັດຕັ້ງກອງທືນ "Loss and Damage" ໃຫ້ແກ້ກຸ່ມປະເທດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ
27 November, 2022
Share now
ໃນວັນອາທິດທີ 20 ເດືອນພະຈິກທີ່ຜ່ານມາ, ກອງປະຊຸມວ່າດ້ວຍການປ່ຽນແປງສະພາບພູມອາກາດແຫ່ງສະຫະປະຊາຊາດ ຄັ້ງທີ 27 ຫຼື COP27 ໄດ້ອອກຂໍ້ສະຫຼຸບໃຫ້ມີການຈັດຕັ້ງ ແລະ ດຳເນີນການກອງທຶນ “Loss and Damage” ໂດຍມີກຸ່ມເປົ້າໝາຍເປັນກຸ່ມປະເທດກໍາລັງພັດທະນາທົ່ວໂລກທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກໄພທໍາມະຊາດ ຢ່າງເຊັ່ນ: ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອື່ນໆເປັນຕົ້ນ.

ກອງທຶນດັ່ງກ່າວ ຖືເປັນໜຶ່ງໃນປະເດັນທີ່ເຄີຍຖືກໂຕ້ຖຽງກັນໃນກອງປະຊຸມມາຫຼາຍຄັ້ງ ແລະ ເປັນຄວາມຕ້ອງການຂອງບັນດາປະເທດກໍາລັງພັດທະນາມາໂດຍຕະຫຼອດ ນັບແຕ່ປີ 1992 ເປັນຕົ້ນມາ. ເຊິ່ງວ່າ ທາງສະຫະພາບເອີຣົບ (EU) ແລະ ສະຫະລັດອາເມລິກາ (U.S.) ໄດ້ມີການປະຕິເສດ-ຂັດຄ້ານຂໍ້ສະເໜີດັ່ງກ່າວມາເປັນເວລາເກືອບ 2 ອາທິດ ແລະ ສະເໜີໃຫ້ນໍາໃຊ້ກອງທຶນທີ່ມີຢູ່ມານໍາໃຊ້ ແທນທີ່ຈະມີການສ້າງຕັ້ງກອງທຶນໃໝ່. ແຕ່ເຊົ້າວັນສຸກ ໃນຊ່ວງໄລຍະກອງປະຊຸມ COP27 ນັ້ນ, ທາງ EU ໄດ້ເກີດປ່ຽນໃຈ ຫັນມາສະໜັບສະໜູນການຈັດຕັ້ງກອງທຶນ “Loss and Damage” ດັ່ງກ່າວພາຍໃຕ້ເງື່ອນໄຂທີ່ວ່າ ປະເທດທີ່ມີຖານເສດຖະກິດຂະໜາດໃຫຍ່ ແລະ ເປັນຕົວການໃນປ່ອຍກາສມົນລະພິດຈະຍັງຄົງຖືກຈັດເປັນບັນດາກຸ່ມປະເທດກຳລັງພັດທະນາພາຍໃຕ້ກົດລະບຽບຂອງ UNFCCC*. ນໂອກາດນີ້, ທ່ານ Antonio Guterres ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ (UN) ໄດ້ກ່າວວ່າ: “ກອງປະຊຸມ COP ໃນຄັ້ງນີ້ໄດ້ເປັນບາດກ້າວສໍາຄັນໄປສູ່ຄວາມຍຸດຕິທຳ”; ເພາະບັນດາກຸ່ມປະເທດທີ່ທຸກຍາກ ໄດ້ສ້າງຜົນກະທົບຕໍ່ສິ່ງແວດລ້ອມພຽງເລັກໜ້ອຍເທົ່ານັ້ນ ແຕ່ພັດເປັນກຸ່ມທີ່ພວມໄດ້ຮັບຄວາມເດືອດຮ້ອນຈາກຜົນກະທົບທາງທໍາມະຊາດທີ່ໂຫດຮ້າຍ. ທັງນີ້, ຍັງໄດ້ກ່າວຕື່ມອີກວ່າ: “ຂ້ອຍຍິນດີກັບການຕັດສິນໃຈສ້າງຕັ້ງກອງທຶນ Loss and Damage ນີ້ ແລະ ຈະມີການດໍາເນີນການຕໍ່ໄປໃນອະນາຄົດ. ແນ່ນອນວ່າມັນອາດຈະບໍ່ພຽງພໍ, ແຕ່ກໍເປັນສັນຍານທາງການທີ່ຈໍາເປັນຫຼາຍ ເພື່ອທີ່ຈະສ້າງຄວາມເຊື່ອໝັ້ນຕໍ່ອົງກອນອີກຄັ້ງ. ສຽງຂອງຜູ້ທີ່ພວມປະສົບກັບວິກິດການປ່ຽນແປງດ້ານພູມອາກາດຢູ່ແຖວໜ້າຄວນຖືກໄດ້ຍິນ”.

ເຖິງແນວໃດກໍຕາມ, ສໍາລັບກອງທຶນ “Loss and Damage” ນີ້ ຍັງບໍ່ທັນມີຂໍ້ສະຫຼຸບທີ່ແນ່ຊັດວ່າ ໃຜຄວນເປັນຜູ້ສະໜັບສະໜຸນເງິນໃນກອງທຶນດັ່ງກ່າວ, ໄດ້ຮັບເງິນມາຈາກໃສ ຫຼື ມີກົດລະບຽບຂໍ້ຕົກລົງແນວໃດເປັນຕົ້ນ.

ອະທິບາຍເພີ່ມຕື່ມ: *UNFCCC: The United Nations Framework Convention on Climate Change ຫຼື ອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດ. #econewslaos #COP27 #climatechange

ແຫຼ່ງອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.