ທາງຄອນກີດຈາກຢາງລົດເກົ່າແຂງແຮງທົນທານ, ສາມາດກັນຄວາມຮ້ອນຈາກແສງ UV ໄດ້ສອງເທົ່າ
ທາງຄອນກີດຈາກຢາງລົດເກົ່າແຂງແຮງທົນທານ, ສາມາດກັນຄວາມຮ້ອນຈາກແສງ UV ໄດ້ສອງເທົ່າ
26 May, 2022
Share now
ໃນປະເທດ ອົດສະຕາລີ ມີຢາງລົດທີ່ໝົດອາຍຸໃຊ້ງານເພີ່ມຂຶ້ນເປັນຈໍານວນຫຼາຍ, ໃນປີ 2021 ມີຈໍານວນເຖິງ 450,000 ໂຕນ ແລະ ມີພຽງປະມານ 70% ຂອງສິ່ງເສດເຫຼືອດັ່ງກ່າວທີ່ຖືກນໍາໄປຜະລິດຄືນໃຫມ່. ຈຶ່ງເກີດມີແນວຄວາມຄິດການຫັນປ່ຽນສິ່ງເສດເຫຼືອຈາກຢາງລົດມາຜະລິດເປັນຫົນທາງໃຫ້ມີປະສິດທິພາບ, ເນື່ອງຈາກປົກກະຕິແລ້ວ ວັດສະດຸທີ່ຜະລິດຫົນທາງແມ່ນບໍ່ສາມາດກັນຄວາມຮ້ອນຈາກແສງແດດໄດ້ເລີຍ, ຈຶ່ງເຮັດໃຫ້ຫົນທາງສາມາດດູດຊັບຄວາມຮ້ອນໄດ້ງ່າຍ ອີກທັງຍັງສົ່ງຜົນເຮັດໃຫ້ເກີດການຜຸພັງ, ມີປະສິດທິພາບຕໍ່າ ແລະ ບໍ່ປອດໄພຕໍ່ການຂັບຂີ່.

ທາງມະຫາວິທະຍາໄລວິສະວະກຳ (RMIT) ແລະ ໜ່ວຍງານດູແລຢາງລົດຂອງອົດສະຕາລີ (TSA) ຈຶ່ງໄດ້ມີການຮ່ວມມືກັນ, ເພື່ອໝູນໃຊ້ສິ່ງເສດເຫຼືອຈາກຢາງລົດເກົ່າໃຫ້ເກີດປະໂຫຍດ ແລະ ປັບປຸງປະສິດທິພາບການໃຊ້ງານຂອງຫົນທາງໃຫ້ດີຂຶ້ນ. ໂດຍການນໍາວັດສະດຸຈາກຢາງລົດເກົ່າໃນອັດຕາສ່ວນ 18% ແລະ 22% ມາປະສົມກັບນໍ້າມັນດິນ, ພົບວ່າສາມາດກັນຄວາມຮ້ອນຈາກລັງສີ UV ໄດ້ ແລະ ທົນທານຂຶ້ນສອງເທົ່າ ເມື່ອທຽບກັບສ່ວນປະສົມທີ່ມີນໍ້າມັນດິນພຽງຢ່າງດຽວ. ທ່ານ ກວິສໂທສຊີ (Giustozzi) ນັກວິສະວະກໍາໂຍທາ ແລະ ໂຄງສ້າງພື້ນຖານ ຈາກມະຫາໄລ RMIT ໄດ້ກ່າວວ່າ: “ຫົນທາງຈາກເສດຢາງລົດນີ້ມີການນໍາໃຊ້ຢ່າງແຜ່ຫຼາຍແລ້ວ, ລວມເຖິງໃນຫົນທາງບາງແຫ່ງ, ແຕ່ສະພາ ແລະ ໜ່ວຍງານຂອງລັດທີ່ໃຊ້ວັດສະດຸດັ່ງກ່າວ ຍັງບໍ່ໄດ້ໃຫ້ຄວາມສຳຄັນເຖິງຜົນຂອງປະສິດທິພາບໃນການກັນແສງເທົ່າທີ່ຄວນ”. “ພວກເຮົາຫວັງວ່າບົດວິໄຈໃນຄັ້ງນີ້ຈະສາມາດສ້າງຄວາມປ່ຽນແປງ ແລະ ເປັນການເປີດຮັບໂອກາດໃຫມ່ໆ” #econewslaos#greeninnovation#wastemanagement#Sustainability#sustainablebusiness#pollution ແຫຼ່ງທີ່ມາ: https://www.rmit.edu.au/.../2022/may/sunscreen-for-roadshttps://newatlas.com/.../recycled-tires-road-asphalt-uv.../ ອ່ານບົດວິໄຈໄດ້ທີ່: https://www.sciencedirect.com/.../pii/S0959652622009969...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.