Coldplay ສ້າງມາດຕະຖານໃໝ່ໃຫ້ວົງການບັນເທີງຈັດຄອນເສີດແບບໃສ່ໃຈສິ່ງແວດລ້ອມ ແລະ ສັງຄົມ ປ່ອຍບົດລາຍງານຄວາມຍືນຍົງໃຫ້ແຟນໆໄດ້ອ່ານກັນເລີຍ
Coldplay ສ້າງມາດຕະຖານໃໝ່ໃຫ້ວົງການບັນເທີງຈັດຄອນເສີດແບບໃສ່ໃຈສິ່ງແວດລ້ອມ ແລະ ສັງຄົມ ປ່ອຍບົດລາຍງານຄວາມຍືນຍົງໃຫ້ແຟນໆໄດ້ອ່ານກັນເລີຍ
14 February, 2024
Share now
ວົງດົນຕີ Coldplay ເປັນວົງດົນຕີລະດັບໂລກສັນຊາດອັງກິດທີ່ເປັນທີ່ຮູ້ຈັກຢ່າງກວ້າງຂວາງ. ທັງນີ້, Coldplay ຍັງຂ້ອນຂ້າງມີຊື່ສຽງໃນດ້ານການສະແດງ (Show) ທີ່ປະທັບໃຈຜູ້ເບິ່ງ ເຮັດໃຫ້ເຂົາເຈົ້າມີການເດີນທາງເປີດການສະແດງທົ່ວໂລກ (World tour) ຫຼາຍຕໍ່ຫຼາຍຄັ້ງ. ແຕ່ການຈັດຄອນເສີດ ແລະ ລວມທັງການເດີນທາງໄປປະເທດຕ່າງໆທະວີບແລ້ວທະວີບເລົ່າເຮັດໃຫ້ມີການນຳໃຊ້ຊັບພະຍາກອນ ແລະ ປ່ອຍທາດອາຍເຮືອນແກ້ວຂຶ້ນຊັ້ນບັນຍາກາດມະຫາສານ. ຍ້ອນແນວນີ້, Coldplay ຈຶ່ງມີແນວຄິດການຈັດ World tour ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ.

ເລີ່ມຈາກການຕັ້ງເປົ້າໝາຍການຫຼຸດການປ່ອຍກາກບອນ (Carbon dioxide) ໃຫ້ໄດ້ຢ່າງໜ້ອຍ 50% ໃນ "Music of the Spheres" Wold Tour. ປະຈຸບັນ, Coldplay ແມ່ນມີກິດຈະກຳປິ່ນອ້ອມເພື່ອຮັກສາໂລກ ແລະ ຊຸມຊົນແບບຍືນຍົງດັ່ງນີ້: - ຕິດຕັ້ງເວທີເຕັ້ນໃຫ້ແຟນໆມາເຕັ້ນເພື່ອສ້າງໄຟຟ້າ ແລະ ເຮັດໃຫ້ການນຳໃຊ້ໄຟ, ແສງ, ສີ, ເລເຊີ້, ເຄື່ອງສຽງຂອງເຂົາເຈົ້າແມ່ນໃຊ້ພະລັງງານສະອາດ 100%. - ສະໜັບສະໜຸນການບໍ່ນຳໃຊ້ປລາສຕິກແບບນໍາໃຊ້ເທື່ອດຽວ. - ນຳໃຊ້ສາຍຂໍ້ມືແສງໄຟ (LED wristband) ຊໍ້າ ໂດຍແຈກໃຫ້ໃຊ້ຟຣີກ່ອນເຂົ້າຄອນເສີດ ແລະ ໃຫ້ນຳມາສົ່ງຫຼັງຈາກຈົບຄອນເສີດ. - ບໍລິຈາກລາຍໄດ້ໃຫ້ແກ່ໂຄງການສິ່ງແວດລ້ອມ. ເຊັ່ນ, ທ່ານໄດ້ປູກຕົ້ນໄມ້ 1 ຕົ້ນແລ້ວ ພຽງແຕ່ມາຄອນເສີດ Coldplay ໂດຍຜ່ານໂຄງການ ແລະ ມີສ່ວນຊ່ວຍໃນການເກັບຂີ້ເຫຍື້ອໃນມະຫາສະໝຸດຜ່ານໂຄງການ The Ocean Cleanup.

ຈາກບົດລາຍງານຄວາມຍືນຍົງຂອງ Coldplay, ນີ້ແມ່ນຜົນໄດ້ຮັບທີ່ພວກເຂົາພູມໃຈ:

  • ຫຼຸດຜ່ອນການປ່ອຍອາຍພິດ CO2 ໂດຍກົງ 47% ເມື່ອປຽບທຽບກັບການເດີນທາງສະແດງທີ່ຜ່ານມາຂອງພວກເຂົາ (2016-17).

  • ປູກຕົ້ນໄມ້ 5 ລ້ານຕົ້ນ ໂດຍຜ່ານ One Tree Planted - ຈາກຜູ້ເຂົ້າຊົມຄອນເສີດແຕ່ລະຄົນ. ປະຈຸບັນໄດ້ມີການຟື້ນຟູເນື້ອທີ່ 5,000 ເຮັກຕາ ໃນ 17 ປະເທດ ແລະ 21 ໂຄງການ.

  • ໄດ້ນຳໃຊ້ເຄື່ອງທຳຄວາມສະອາດແມ່ນ້ຳທີ່ໃຊ້ພະລັງງານແສງອາທິດ 1 ໜ່ວຍ. ໃນເດືອນມີນາ 2021 ໃນແມ່ນໍ້າ Klang, ປະເທດ ມາເລເຊຍ ໂດຍຜ່ານ The Ocean Cleanup. ຂີ້ເຫຍື້ອ 158 ໂຕນ ແລະ ປລາສຕິກ 13 ໂຕນ ໄດ້ຖືກນຳອອກຈາກມະຫາສະໝຸດ ຕັ້ງແຕ່ເລີ່ມຕົ້ນການປະຕິບັດງານ.

  • 86% ຂອງສາຍແຂນ LED ແມ່ນຖືກຜູ້ຊົມນຳມາຄືນ

  • ພະລັງງານສະເລ່ຍ 15kWh ຕໍ່ການສະແດງຖືກຜະລິດຜ່ານການຕິດຕັ້ງແຜງພະລັງງານແສງອາທິດ, ເວທີເຕັ້ນ kinetic ແລະ ລົດຖີບໄຟຟ້າ

  • ມີສະຖານີເຕີມນ້ໍາຟຣີສໍາລັບແຟນໆ

  • ຫຼຸດການປ່ອຍກາກບອນເຖິງ 553 tCO2e ໂດຍການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ (SAF) ສໍາລັບຖ້ຽວບິນ

  • ຫຼຸດ 66% ຂອງສິ່ງເສດເຫຼືອທັງຫມົດທີ່ຈະຖືກສົ່ງໄປສະໜາມຂີ້ເຫຍື້ອ

  • ອາຫານ 3.770 ຄາບ + ເຄື່ອງໃຊ້ສອຍຫ້ອງນໍ້າ 73 ກິໂລ ໄດ້ຖືກມອບໃຫ້ຄົນໄຮ້ບ້ານ

  • ໃຫ້ການຊ່ວຍເຫຼືອທາງດ້ານການເງິນແກ່ອົງການຈັດຕັ້ງສິ່ງແວດລ້ອມ ເຊັ່ນ: ClientEarth, The Ocean Cleanup, Climeworks, Sea Shepherd, Project Seagrass, Sustainable Food Trust, Cleaner Seas Group, ໂຄງການປ່າໄມ້ໃຫ້ອາຫານ ແລະ ອື່ນໆ

ທັງນີ້, ຄວາມສຳເລັດທີ່ສາມາດວັດແທກໄດ້ ແລະ ທັງໂປ່ງໃສນີ້ ໄດ້ຖືກຍອມຮັບຈາກຜູ້ຊ່ຽວຊານດ້ານ ສິ່ງແວດລ້ອມ, ສັງຄົມ ແລະ ລັດຖະບານ (ESG) ວ່າເປັນການສ້າງມາດຕະຖານໃໝ່ ບໍ່ພຽງແຕ່ໃນວົງການບັນເທີງ ແຕ່ໃຫ້ກັບທຸລະກິດຕ່າງໆທີ່ຕ້ອງມີການດຳເນີນໄປຢ່າງຍືນຍົງ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. #econewslaos #sustainablebusiness

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.