ກາເຟແຄັບຊູນ ທີ່ຍ່ອຍສະຫຼາຍໄດ້ ຈາກສີມືຂອງຄົນລາວ
ກາເຟແຄັບຊູນ ທີ່ຍ່ອຍສະຫຼາຍໄດ້ ຈາກສີມືຂອງຄົນລາວ
30 December, 2022
Share now
Navela Coffee Capsule ແບຣນກາເຟລາວກັບຜະລິດຕະພັນ ແບບ eco-friendly ທີ່ຍ່ອຍສະຫຼາຍໄດ້

ກາເຟ “ນະເວລາ” (Navela Coffee) ເປັນແບຣນກາເຟແບບ Capsule ຂອງຄົນລາວແບຣນທໍາອິດ ທີ່ມີການນໍາໃຊ້ “ບັນຈຸພັນ” ກໍຄືຕົວ capsule ທີ່ເຮັດມາຈາກເຍື່ອຂອງພືດ (plant fiber) ເຊິ່ງສາມາດຍ່ອຍສະຫຼາຍໄປໄດ້ພາຍໃນ 23 ອາທິດ ໂດຍບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະນຳໃຊ້ກາເຟລາວ 100% ຂົ້ວໂດຍໂຮງຂົ້ວລາວ-ບໍລະເວນ ທີ່ນະຄອນຫຼວງວຽງຈັນ ເພື່ອຮັບປະກັນຄວາມແຊບ ແລະ ຄຸນະພາບຂອງກາເຟ. ພ້ອມດຽວກັນນັ້ນ, ແຄັບຊູນຕົວນີ້ ຍັງໄດ້ຮັບການຮັບຮອງຈາກມາດຕະຖານ EN13432 ຂອງເອີຣົບ, OK Compost ຂອງປະເທດ Austria ແລະ ອື່ນໆອີກດ້ວຍ. ທ່ານນາງ ອານິຕາ ຕະກຸນສີ ຜູ້ກໍ່ຕັ້ງແບຣນກາເຟ Navela ໄດ້ເລົ່າວ່າ: ເພິ່ນໄດ້ເລີ່ມເຮັດທຸລະກິດກາເຟມາຕັ້ງແຕ່ປີ 2016 ແຕ່ສິ່ງທີ່ເລີ່ມເຮັດໃຫ້ໃສ່ໃຈຜົນກະທົບຕໍ່ສິ່ງແວດລ້ອມຫຼາຍຂຶ້ນໃນການອອກແບບຜະລິດຕະພັນແມ່ນເກີດຂຶ້ນໃນຊ່ວງທີ່ໄດ້ໄປຮຽນຢູ່ທີ່ປະເທດອັງກິດ ການທີ່ໄດ້ເຫັນເຂົາເຈົ້າມີຄວາມໃສ່ໃຈຕໍ່ສິ່ງແວດລ້ອມໄດ້ຈຸດປະກາຍຄວາມຄິດທີ່ຢາກພັດທະນາທຸລະກິດຕົນເອງໃຫ້ສາມາດປະກອບສ່ວນໃນດ້ານສັງຄົມ ແລະ ສິ່ງແວດລ້ອມໄປພ້ອມໆກັນ. ອີກທັງ, ຍັງໄດ້ສັງເກດເຫັນເຖິງພຶດຕິກຳການກິນກາເຟຂອງຄົນເຮົາແຕ່ລະມື້ ທີ່ມີການກິນແລ້ວຖິ້ມຈອກເປັນຈໍານວນຫຼາຍຈົນເປັນເລື່ອງປົກກະຕິ, ຍິ່ງສິນຄ້າມີຄວາມສະດວກໃນການຊົມໃຊ້ຫຼາຍເທົ່າໃດ ກໍ່ຍິ່ງເກີດຂີ້ເຫຍື້ອເພີ່ມຂຶ້ນຫຼາຍເທົ່ານັ້ນ. ເພິ່ນເລີຍຢາກຜະລິດສິນຄ້າທີ່ຄົນເຮົານິຍົມບໍລິໂພກເປັນປະຈໍາ, ທັງສະດວກ ແລະ ເປັນມິດກັບສິ່ງແວດລ້ອມໄປຄຽງຄູ່ກັນ. ເພິ່ນຍັງໄດ້ກ່າວຕື່ມອີກວ່າ: ໃນຄວາມເປັນຈິງແລ້ວ ກາເຟລາວໂດຍລວມແມ່ນເປັນກາເຟທີ່ດີ ຖືກປູກໃນເຂດດິນດີ ແລະ ມີສະພາບແວດລ້ອມທີ່ເໝາະສົມຫຼາຍ ພຽງແຕ່ອາດຍັງບໍ່ສາມາດດຶງເອົາສັກກາຍະພາບຂອງມັນອອກມາໄດ້ດີພໍ; ແລະ ນັ້ນຈຶ່ງເປັນສິ່ງທີ່ກຸ່ມບໍລິສັດ ລາວ-ບໍລະເວນກໍຄື ກາເຟ Navela ແລະ Once upon a Time ຄິດມາຕະຫຼອດວ່າຄວນເຮັດແນວໃດ, ປັບປຸງໂຕເອງແນວໃດ ແລະ ເຮັດວຽກກັບຊາວກະສິກອນແນວໃດ ເພື່ອເຮັດໃຫ້ກາເຟລາວເຮົາສາມາດໄປກ້າວໄປສູ່ລະດັບສາກົນໄດ້. ທັງຍັງເປັນເຫດຜົນທີ່ເລືອກ direct-trade model ກໍຄືການຊື້ເມັດກາເຟຈາກຊາວກະສິກອນລາວເຮົາໂດຍກົງ, ເຊິ່ງນອກຈາກຈະເປັນການສ້າງສາຍສໍາພັນທີ່ດີກັບຜູ້ປູກແລ້ວ ຍັງສາມາດນໍາສຽງຕອບຮັບຈາກຜູ້ບໍລິໂພກມາປັບປຸງການຜະລິດໄດ້ໂດຍກົງອີກ ຫຼືກໍຄືກົນລະຍຸດ “Farm-to-cup, cup-to-farm” ທີ່ເພິ່ນນໍາໃຊ້. “ຂະບວນການຜະລິດທີ່ດີ” ຄືສິ່ງທີ່ກາເຟ Navela ໃສ່ໃຈ ແລະ ໃຫ້ຄວາມສໍາຄັນມາຕະຫຼອດ; ນອກຈາກການຖ່າຍທອດເລື່ອງລາວ, ປະສົບການຜ່ານລົດຊາດກາເຟແລ້ວ ເພິ່ນຍັງຕັ້ງໃຈເປັນກະບອກສຽງເປັນໜຶ່ງທີ່ຈະສາມາດສ້າງຄວາມຕະໜັກຮູ້ທາງດ້ານສິ່ງແວດລ້ອມໃຫ້ແກ່ສັງຄົມອີກດ້ວຍ. ແຕ່ເນື່ອງຈາກຂະບວນການຜະລິດຄ່ອນຂ້າງຈະມີຕົ້ນທຶນທີ່ສູງຈຶ່ງເຮັດໃຫ້ຈໍາເປັນຕ້ອງໄດ້ຕັ້ງລາຄາສູງໄວ້ໃນຕະຫຼາດ ແລະ ຖືເປັນໜຶ່ງໃນຄວາມທ້າທາຍທີ່ກາເຟ Navela ກໍາລັງປະເຊີນຢູ່; ເຊິ່ງວ່າກຸ່ມລູກຄ້າ ໂດຍສ່ວນໃຫຍ່ແມ່ນຈະເປັນບັນດາຄໍ ກາເຟລາວ, ບັນດາຫ້ອງການ, ໂຮງແຮມເຄືອໃຫຍ່ ແລະ ອົງກອນຕ່າງໆທີ່ມີຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນຕໍ່ສິ່ງແວດລ້ອມເປັນຕົ້ນທຶນເດີມຢູ່ແລ້ວ ຫາກເບິ່ງໃນມູມມອງການເຮັດທຸລະກິດສີຂຽວ (Green business) ແລ້ວ, ຄຸນະພາບຂອງຜະລິດຕະພັນ ຫຼື “ກາເຟ” ກືຄືໜຶ່ງສິ່ງທີ່ເພິ່ນໃຫ້ຄວາມສໍາຄັນ, ແຕ່ “ຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ” ກໍເປັນສິ່ງທີ່ເພິ່ນໃຫ້ຄວາມໃສ່ໃຈ. “ຫາກເລີ່ມປັບປ່ຽນເທື່ອລະໜ້ອຍ, ຫຼາຍຄົນຊ່ວຍກັນເຮັດ ມັນກໍຈະດີຂຶ້ນ; ເຖິງຕອນນີ້ ເພິ່ນຍັງບໍ່ສາມາດ ເຮັດໃຫ້ຜະລິດຕະພັນເປັນ eco-friendly 100% ເນື່ອງຈາກຕົ້ນທຶນທີ່ສູງ ແລະ ການເຮັດທຸລະກິດທີ່ເປັນມິດກັບສິ່ງແວດລ້ອມ ມັນອາດຈະບໍ່ສະດວກເຮົາ 100%, ແຕ່ຖ້າມັນບໍ່ຂັດເຮົາຫຼາຍ ເຮົາກໍຄວນທີ່ຈະລົງມືເຮັດມັນ. ເພາະຜົນສຸດທ້າຍແລ້ວ, ມັນຈະມີຜົນກະທົບຕໍ່ເຮົາ ຕໍ່ກິດຈະກໍາຕ່າງໆ ແລະ ກິດຈະການຂອງເຮົາ ບໍ່ວ່າຈະຢູ່ຂະແໜງການໃດກໍຕາມ.” ທ່ານນາງ ອານິຕາໄດ້ກ່າວ. ສຸດທ້າຍແລ້ວ, ຫາກໃຜທີ່ມີຄວາມສົນໃຈ ຫຼື ຢາກສະໜັບສະໜູນຊື້ຜະລິດຕະພັນກາເຟ Navela ແມ່ນສາມາດເຂົ້າຊື້ໄດ້ທີ່ຮ້ານ Once Upon A Time ຫຼື ສາມາດສັ່ງຊື້ຜ່ານທາງອອນໄລນ໌ ທີ່ເພຈ Navela Coffee ກໍໄດ້ເຊັ່ນດຽວກັນ.

#econewslaos #GreenInnovation #wastemanagement #sustainability #greenbusiness

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.