ມາສ່ອງ 6 ກິດຈະກໍາທີ່ເປັນມິດຕໍ່ສິ່ງແວດລ້ອມໃນເທສະການດົນຕີ Coachella
ມາສ່ອງ 6 ກິດຈະກໍາທີ່ເປັນມິດຕໍ່ສິ່ງແວດລ້ອມໃນເທສະການດົນຕີ Coachella
23 April, 2022
Share now
ທຸກຄົນຮູ້ ຫຼື ບໍ່ວ່າ ເທສະການດົນຕີ Coachella ນອກຈາກຂ່າວເຂົ້າໜຽວໝາກມ່ວງທີ່ກຳລັງດັງ-ເປັນກະແສໃນຊ່ວງນີ້ແລ້ວ, ອີກໜື່ງໃນ ຈຸດສຳຄັນຂອງງານ ຫຼື Highlight ຫຼັກ ແມ່ນການອອກແບບງານ ແລະ ຈັດກິດຈະກຳຕ່າງໆທີ່ເປັນບັນຍາກາດແບບຮັກໂລກ.

ສຳລັບເທສະການ Coachella ແມ່ນງານເທສະການດົນຕີລະດັບໂລກ ທີ່ໄດ້ຮວບຮວມເອົາບັນດາສິລະປິນ-ນັກຮ້ອງທີ່ມີຊື່ສຽງທົ່ວໂລກມາຂຶ້ນຮ້ອງເພງ ແລະ ເຮັດການສະແດງເທິງເວທີດັ່ງກ່າວ; ເຊິ່ງວ່າໃນປີນີ້ ເພິ່ນໄດ້ມີການຈັດງານໃນວັນທີ 15-17 ແລະ 22-24 ເມສາ 2022 ທີ່ Empire Polo Club ໃນ Indio, ລັດ California ແລະ ພາຍໃນງານກໍຍັງເຕັມໄປດ້ວຍກິດຈະກຳອີກຫຼາກຫຼາຍ ທີ່ໃຫ້ທັງຄວາມມ່ວນ ແລະ ທັງເປັນມິດຕໍ່ສິ່ງແວດລ້ອມ.

Carpoolchella: ເປັນກິດຈະກໍາການເດີນທາງແບບ ride-share ຫຼື ການອອກເດີນທາງຮ່ວມກັນຫຼາຍໆຄົນ ເພື່ອເປັນການຫຼຸດຜ່ອນການສ້າງມົນລະພິດຕ່າງໆ ແລະ ຍັງສາມາດລຸ້ນຮັບບັດ VIP ແລະ ຂອງລາງວັນຕ່າງໆພາຍໃນງານໄດ້ອີກດ້ວຍ.

post-images

Energy Playground: ສະໜາມບ່ອນຫຼິ້ນທີ່ເຕັມໄປດ້ວຍເຄື່ອງຫຼິ້ນຕ່າງໆທີ່ສາມາດຜະລິດໄຟຟ້າໄດ້ ເຊັ່ນ: ລົດຖີບ, ຊິ່ງຊ້າ, ການຫຼິ້ນແຜ່ນໄມ້ກະດານ ແລະ ອື່ນໆອີກ, ເຊິ່ງພະລັງງານໄຟຟ້າທີ່ຖືກຜະລິດໄປ ແມ່ນຈະຖືກເກັບໄວ້ໃນ Energy Wall ທີ່ເປັນບ່ອນທີ່ໃຫ້ຜູ້ເຂົ້າຮ່ວມງານສາມາດສາກໂທລະສັບໄດ້ຟຣີ.

post-images

Polar Bear Dating: ເປັນກິດຈະກຳທີ່ເຊີນຊວນໃຫ້ຜູ້ເຂົ້າຮ່ວມງານມາຕອບຄໍາຖາມກ່ຽວກັບບັນຫາ “ການປ່ຽນແປງຂອງສະພາບພູມອາກາດ (Climate Change)” ແລະ ຍັງໃຫ້ຄວາມຮູ້ກ່ຽວກັບເລື່ອງ “ສິ່ງແວດລ້ອມ” ອີກດ້ວຍ, ນອກຈາກນັ້ນແລ້ວ ຜູ້ເຂົ້າຮ່ວມກິດຈະກຳດັ່ງກ່າວ ຍັງມີສິດລຸ້ນໄດ້ເດດ (date) ພາຍໃນງານກັບໝີ Polar ຫຼື ລຸ້ນຮັບບັດ VIP ເຂົ້າເບິ່ງເບື້ອງຫຼັງງານກໍໄດ້ເຊັ່ນກັນ.

post-images

Trashed: ຖັງຂີ້ເຫຍື້ອຕ່າງໆພາຍໃນງານ ແມ່ນໄດ້ຖືກອອກແບບ ແລະ ແຕ່ງແຕ້ມຈາກສິລະປິນຫຼາຍກວ່າ 50 ຄົນ, ເຊິ່ງນອກຈາກຈະເປັນການກະຕຸ້ນໃຫ້ຜູ້ຮ່ວມງານຫັນມາຖິ້ມຂີ້ເຫຍື້ອໃຫ້ຖືກຕາມບ່ອນ ແລະ ປະເພດຂອງມັນແລ້ວ, ມັນຍັງຊ່ວຍເພີ່ມຄວາມສະດວກຕໍ່ການຄັດແຍກຂີ້ເຫຍື້ອ ແລະ ສາມາດໝູນໃຊ້ຄືນໃໝ່ໄດ້ອີກດ້ວຍ.

post-images

Serviceware: ສໍາລັບຮ້ານຄ້າທີ່ເຂົ້າໄປຂາຍເຄື່ອງພາຍໃນງານ ແມ່ນເພິ່ນຈະມີການບັງຄັບໃຫ້ໃຊ້ພາຊະນະ ແລະ ອຸປະກອນຕ່າງໆທີ່ທີມງານກະກຽມໃຫ້ ເຊິ່ງເປັນແບບ Recycle ໄດ້, ອີກທັງຍັງເຮັດໃຫ້ການຖິ້ມຂີ້ເຫຍື້ອ ແລະ ການຄັດແຍກມີຄວາມງ່າຍດາຍຂຶ້ນພ້ອມ.

post-images

Recycling Store: ມີບູ໊ດຮັບຊື້ຕຸກນໍ້າ, ຈອກປລາສຕິກ ແລະ ກະປ໋ອງເຫຼັກຕ່າງໆພາຍໃນງານ, ເຊິ່ງເຮົາສາມາດນໍາເອົາສິ່ງເຫຼົ່ານັ້ນໄປແລກເພື່ອເອົານໍ້າດື່ມຕຸກໃໝ່, ແລກເອົາຂອງທີ່ລະນຶກ ຫຼື ຈະເອົາໄປແລກຊື້ເສື້ອ, ໂປສເຕີ້ ແລະ ສິ່ງຂອງອື່ນໆທີ່ມີຂາຍຕາມງານກໍໄດ້ເຊັ່ນກັນເດີ້.

post-images

ອ້າງອີງ: https://www.coachella.com/sustainability... https://www.facebook.com/208675086547938/posts/1184107335671370/- http://www.refinedtravellers.com/festival-fun-at.../ https://www.coachella.com/activities

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.