ອາກາດເຢັນລົງ ແຕ່ໂລກຮ້ອນຂຶ້ນ? ປາກົດການ Polar vortex ສັນຍານເຕືອນໄພພາວະໂລກຮ້ອນ
ອາກາດເຢັນລົງ ແຕ່ໂລກຮ້ອນຂຶ້ນ? ປາກົດການ Polar vortex ສັນຍານເຕືອນໄພພາວະໂລກຮ້ອນ
04 April, 2022
Share now
ທຸກຄົນສັງເກດເຫັນບໍ່ວ່າ ໄລຍະນີ້ຄືມີລົມແຮງ, ຝົນຕົກ ແລະ ອາກາດໜາວເຢັນ. ແທນທີ່ອາກາດຈະຮ້ອນ ແລະ ມີແດດແຮງເພາະໃກ້ເຂົ້າລະດູຝົນແລ້ວ. ທ່ານອາດຈະດີໃຈກັບເຫດການທີ່ ອາກາດໜາວເຢັນຂື້ນ ເພາະຄວາມຮ້ອນຂອງອາກາດຫຼຸດລົງ ແລະ ເຫັນວ່າມັນແມ່ນຜົນດີ, ແຕ່ທ່ານຮູ້ບໍ່ວ່າມັນອາດຈະມີໄພອັນຕະລາຍຈາກປາກົດການນີ້ທີ່ແອບແຝງຢູ່.

ປາກົດການ Polar vortex ຄືຫຍັງ? Polar Vortex ແມ່ນບໍລິເວນຄວາມກົດອາກາດຕໍ່າ ແລະ ມວນອາກາດເຢັນຢູ່ບໍລິເວນຂົ້ວໂລກ ທີ່ມີຄວາມແຕກຕ່າງລະຫວ່າງອຸນຫະພູມຂອງບໍລິເວນເສັ້ນຂະໜານກາງທີ່ມີຄວາມອຸ່ນກວ່າ ກັບ ບໍລິເວນຂົ້ວໂລກ ແລະ ການໝູນຂອງໂລກ, ເມື່ອເກີດຄວາມແຕກຕ່າງຂອງອຸນຫະພູມຈະເຮັດໃຫ້ເກີດກະແສລົມກົດ (Jet Stream) ຂະໜາດໃຫຍ່ໝຸນເປັນວົງ, ເກີດມີການເກັບກັກອຸນຫະພູມ ແລະ ກະແສລົມເຢັນທີ່ສະຖຽນໃນເຂດຂົ້ວໂລກ. Jet Stream ຫຼື ກະແສລົມກົດ ເຮັດໜ້າທີ່ເກັບຮັກສາລົມເຢັນໄວ້ໃນທະວີບ, ປຽບດັ່ງເຂດກຳແພງກັ້ນບໍ່ໃຫ້ກະແສລົມຂົ້ວໂລກຮົ່ວໄຫຼອອກໄປພາຍນອກ, ເພື່ອປ້ອງກັນບໍ່ໃຫ້ອາຍອຸ່ນຈາກມະຫາສະໝຸດ ແລະ ໜ້າດິນແຊກຊຶມເຂົ້າມາພາຍໃນ. ແມ່ນຫຍັງທີ່ເຮັດໃຫ້ Jet Stream ຫຼື ກະແສລົມກົດ ອ່ອນຕົວລົງ? ສາເຫດນີ້ ແມ່ນເນື່ອງຈາກພາວະອຸນຫະພູມໂລກປ່ຽນແປງຢ່າງຮຸນແຮງ (Climate Change). ນ້ຳແຂງຂົ້ວໂລກເກີດການລະລາຍ ເຮັດໃຫ້ກະແສລົມກົດທີ່ເຄີຍພັດວົນທວນເຂັມໂມງດ້ວຍຄວາມໄວສະເລ່ຍ 10 km/h ເພີ່ມສູງຂື້ນເປັນ 50 km/h. ການປ່ຽນແປງນີ້ແມ່ນສົ່ງຜົນໃຫ້ເສັ້ນຂະໜານໂລກເພີ່ມຄວາມຮ້ອນສູງຂຶ້ນ ແລະ ຫຼຸດຄວາມແຕກຕ່າງລະຫວ່າງອຸນຫະພູມບໍລິເວນເສັ້ນຂະໜານກາງ ກັບ ບໍລິເວນຂົ້ວໂລກທີ່ມີຄວາມອຸ່ນຂຶ້ນ. ເຮັດໃຫ້ເຂດກໍາແພງກັ້ນກະແສລົມກົດເກີດການອ່ອນຕົວລົງ ແລະ ຫຼຸດໂຕຍັບລົງມາຕ່ຳໃກ້ເສັ້ນສູນສູດ. ພາໃຫ້ຄວາມເຢັນຈາກຂົ້ວໂລກເກີດການລະບາຍອອກມານອກ ແລະ ພັດອາກາດໃນຂົ້ວໂລກອອກໄປເຂດທາງຕອນໃຕ້ຫຼາຍຂຶ້ນ, ນອກນັ້ນອາຍອຸ່ນຈາກພາຍນອກຍັງສາມາດແຊກຊຶມເຂົ້າໄປໃນຂົ້ວໂລກເຊັ່ນກັນ. ປະກົດການ Polar vortex ຈະສ້າງຜົນຈະທົບແນວໃດ? ຈາກປະຫວັດຂອງປະກົດການນີ້ ສ່ວນຫຼາຍຈະພົບເຫັນໄດ້ໃນເຂດທະວີບອາເມຣິກາ. ສຳລັບຢູ່ປະເທດລາວ ຜົນທີ່ຈະໄດ້ຮັບກໍຄືປະຊາຊົນຕ້ອງໄດ້ທົນກັບສະພາບອາກາດທີ່ໜາວເຢັນຂຶ້ນ, ໂດຍສະເພາະເຂດປະຊາຊົນເຂດນອກທີ່ບໍ່ສາມາດເຂົ້າເຖິງອຸປະກອນເຄື່ອງເຮັດຄວາມອຸ່ນຢ່າງພຽງພໍ ແລະ ກໍມີຜົນກະທົບຕໍ່ສັດທີ່ອາດບໍ່ສາມາດປັບຕົວເຂົ້າສູ່ການປ່ຽນແປງອາກາດໄດ້. ຂໍ້ມູນອ້າງອີງ: - https://climatechange.ucdavis.edu/.../what-is-the-polar...https://www.facebook.com/photo?fbid=387390089870849&set=pcb.387390183204173https://www.youtube.com/watch?v=fLFovCPs4vI

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.