ປອດຂອງໂລກກຳລັງພັງ ປ່າອາເມຊອນຖືກທຳລາຍ ທຸບສະຖິຕິສູງກວ່າທີ່ຜ່ານມາເຖິງ 2 ເທົ່າ!!
ປອດຂອງໂລກກຳລັງພັງ ປ່າອາເມຊອນຖືກທຳລາຍ ທຸບສະຖິຕິສູງກວ່າທີ່ຜ່ານມາເຖິງ 2 ເທົ່າ!!
09 May, 2022
Share now
​ ເຫັນໄດ້ວ່າການຕັດໄມ້ທໍາລາຍປ່າເຂດອາເມຊອນຂອງປະເທດ ເບຣຊິນ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ການປົກປັກຮັກສາສິ່ງແວດລ້ອມອ່ອນໂຕລົງ, ຕັ້ງແຕ່ທ່ານປະທານາທິບໍດີ ຈາອີ ໂບລໂຊນາໂຣ (Jair Bolsonaro) ເຂົ້າຮັບຕໍາແໜ່ງໃນປີ 2019. ດ້ວຍເຫດຍ້ອນທ່ານ ໂບລໂຊນາໂຣ ໂຕ້ຖຽງວ່າ ການຕັດໄມ້ທຳລາຍປ່າ ແລະ ການຂຸດຄົ້ນແຮ່ທາດໃນເຂດປ່າອາເມຊອນນັ້ນ ຈະສາມາດຫຼຸດພົ້ນຈາກຄວາມທຸກຍາກພາຍໃນປະເທດໄດ້.

ອີງຕາມການລາຍງານຂອງອົງການຄົ້ນຄວ້າອາວະກາດແຫ່ງຊາດເບຣຊິນ INPE ຊີ້ໃຫ້ເຫັນວ່າ, ໃນເວລາ 29 ມື້ທໍາອິດຂອງເດືອນ ເມສາ 2022 ການຕັດໄມ້ທໍາລາຍປ່າໃນເຂດດັ່ງກ່າວແມ່ນກວມເອົາ 1,012​.5 ຕາລາງກິໂລແມັດ ແລະ ໃນ 4 ເດືອນທໍາອິດລວມກັນແມ່ນຢູ່ທີ່ 1,954 ຕາລາງກິໂລແມັດ, ເຊິ່ງເພີ່ມຂຶ້ນສູງທີ່ສຸດນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ແລະ ສະເລ່ຍສູງປະມານສອງເທົ່າຂອງເດືອນ ເມສາ ປີ 2021.

​​​ ການສູນເສຍພື້ນທີ່ປ່າອາເມຊອນ ເພີ່ມຂຶ້ນເກືອບ 20% ຂອງພື້ນທີ່ປ່າທັງໝົດນັບຕັ້ງແຕ່ປີ 1970, ໂດຍຫຼາຍບົດວິໄຈທີ່ມີການທົດລອງໃນພື້ນທີ່ດັ່ງກ່າວລ້ວນແລ້ວແຕ່ສະເໜີໄວ້ວ່າ ປ່າອາເມຊອນໃກ້ເຖິງຈຸດປ່ຽນແປງທີ່ສຸດ, ຈາກປ່າຝົນທີ່ອຸດົມສົມບູນອາດກາຍເປັນພຽງທົ່ງຫຍ້າສະວັນນາທີ່ຂຽວງາມ, ຜົນກະທົບອັນຮ້າຍແຮງນີ້ຈະມີຜົນຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຄວາມຫຼາກຫຼາຍທາງຊີວະນາໆພັນ, ແລະ ຍັງຈະມີຜົນກະທົບທີ່ຮຸນແຮງຕໍ່ປະລິມານນໍ້າຝົນໃນທົ່ວໂລກ.

ແຫຼ່ງທີ່ມາ: https://news.mongabay.com/.../amazon-deforestation.../https://www.theguardian.com/.../record-after-record...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.