ເກີດເຫດພາຍຸ ແລະ ໝາກເຫັບຕົກຢູ່ແຂວງສະຫວັນນະເຂດ
ເກີດເຫດພາຍຸ ແລະ ໝາກເຫັບຕົກຢູ່ແຂວງສະຫວັນນະເຂດ
29 April, 2022
Share now
ໃນວັນທີ 28 ເມສາ 2022 ຊ່ວງເວລາ 14:00 - 15:00 ຢູ່ນະຄອນໄກສອນ, ແຂວງສະຫວັນນະເຂດ. ເກີດມີເຫດຝົນຕົກ, ລົມແຮງ, ຟ້າຮ້ອງ ຟ້າເຫຼືອມ ແລະມີ ໝາກເຫັບຕົກບາງເຂດ.

ຈາກການລາຍງານຂອງຄົນທ້ອງຖິ່ນໄດ້ຊີ້ແຈງວ່າການເກີດລົມພາຍຸຄັ້ງນີ້ແມ່ນເກີດຂື້ນແບບກະທັນຫັນ, ເພາະກ່ອນເກີດເຫດການສະພາບອາກາດໃນຕອນເຊົ້າຈົນຮອດຕອນສວາຍ ແມ່ນຮ້ອນອົບເອົ້າ ແລະ ມີອຸນຫະພູມສູງ, ມີປະລິມານແດດຫຼາຍ (ແດດແຮງ)ແກ່ຍາວມາໄດ້ປະມານ 2 - 3 ມື້. ຈົນຮອດເວລາປະມານ 14:00 ຈຶ່ງເລີ່ມມີຟ້າຄື້ມ, ມີຝົນຕົກ, ລົມແຮງ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ເກີດໝາກເຫັບຕົກໃນບາງເຂດ.

​ ລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດໄດ້ລາຍງານຄວາມເສຍຫາຍທີ່ເກີດຂຶ້ນຈາກພາຍຸຄັ້ງນີ້ວ່າ: “ມີເສົາໄຟຟ້າຫັກ ແລະ ມີຫຼາຍເມືອງທີ່ເກີດໄຟຟ້າດັບໃນໄລຍະທີ່ພາຍຸພັດຜ່ານ” ແລະ ແຈ້ງຕື່ມອີກວ່າ: “ໃນຊ່ວງໄລຍະນີ້ອາດເຮັດໃຫ້ຫຼາຍພື້ນທີ່ເທດສະບານນະຄອນໄກສອນ ແລະ ເມືອງຕ່າງໆ ເກີດໄຟດັບ-ໄຟມອດ”.

​​ ເນື່ອງຈາກສະພາບອາກາດທີ່ແປປວນໃນຄັ້ງນີ້ຍັງຄົງຕ້ອງເຝົ້າລະວັງຄວາມອັນຕະລາຍທີ່ຈະເກີດຂຶ້ນ, ໂດຍອີງໃສ່ການແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບອາກາດໃນໄລຍະ 29 ເມສາ - 2 ພຶດສະພາ 2022 ຄື: “ເນື່ອງຈາກຄວາມກົດອາກາດຕ່ຳຂອງອາກາດຮ້ອນຈະມີກຳລັງແຮງເພີ່ມຂື້ນແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນອົບເອົ້າ ແລະ ຈະມີຝົນຕົກໜັກ, ຟ້າຮ້ອງ ຟ້າເຫຼືອມ ແລະ ລົມພັດແຮງ”

​​ ເພື່ອຄວາມປອດໄພສຳລັບທ່ານ ໃນໄລຍະທີ່ມີພາຍຸ ຄວນຫຼີກລ່ຽງການຢູ່ໃກ້ເສົາໄຟຟ້າ, ປ້າຍໂຄສະນາ, ຕົ້ນໄມ້ໃຫຍ່່ ແລະ ຢູ່ກາງແຈ້ງ. ສຳລັບຜູ້ທີ່ເດີນທາງຕາມທ້ອງຖະໜົນໃນໄລຍະນີ້ ຄວນລະມັດລະວັງອຸບັດຕິເຫດທີ່ເກີດຈາກໝາກເຫັບຕົກ, ຕົ້ນໄມ້ລົ້ມທັບ, ຖະໜົນມື່ນ ແລະ ອື່ນໆ.

ຂໍ້ມູນອ້າງອີງ: https://www.facebook.com/photo/?fbid=341177404776954&set=a.328752932686068https://www.facebook.com/fm90laos/posts/5111823865577499https://m.facebook.com/story/graphql_permalink/...https://www.facebook.com/.../a.931738533.../4774930925969741

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.