ໄພຂົ່ມຂູ່ຈາກວິກິດການປ່ຽນແປງດິນຟ້າອາກາດ "ສົ່ງຜົນກະທົບຕໍ່ເດັກນ້ອຍເກີດໃໝ່ ແລະ ສິດທິເດັກໃນທົ່ວໂລກ"
ໄພຂົ່ມຂູ່ຈາກວິກິດການປ່ຽນແປງດິນຟ້າອາກາດ "ສົ່ງຜົນກະທົບຕໍ່ເດັກນ້ອຍເກີດໃໝ່ ແລະ ສິດທິເດັກໃນທົ່ວໂລກ"
23 February, 2022
Share now
ກຸ່ມເດັກນ້ອຍໃນທ້ອງ ແລະ ເດັກນ້ອຍເກີດໃຫມ່ເປັນກຸ່ມທີ່ບອບບາງທີ່ສຸດ ເມື່ອເກີດວິກິດທາງດ້ານການປ່ຽນແປງຂອງດິນຟ້າອາກາດເຊັ່ນ: ການເພີ່ມຂຶ້ນຂອງອຸນຫະພູມໂລກ, ໄຟໄໝ້ປ່າ, ການເກີດມົນລະພິດທາງອາກາດ, ພູມອາກາດຜັນຜວນ … ທີ່ເບິ່ງຄືວ່າບໍ່ໄດ້ມີຜົນກະທົບໂດຍກົງ

ແຕ່ໃນຄວາມເປັນຈິງ ພວກເຂົາກາຍເປັນກຸ່ມສ່ຽງທີ່ບໍ່ສາມາດຫຼີກລ່ຽງໄພອັນຕະລາຍດັ່ງກ່າວ ແລະ ສິ່ງເຫຼົ່ານັ້ນກາຍເປັນຜົນກະທົບຕໍ່ການໃຊ້ຊີວິດຂອງພວກເຂົາໄປຕະຫຼອດຊີວິດ ບັນດານັກວິທະຍາສາດໃນອິສຣາແອນ ໄດ້ຄົ້ນພົບວ່າຄວາມຮ້ອນຂອງອາກາດທີ່ເພີ່ມຂຶ້ນ ສົ່ງຜົນຕໍ່ການເພີ່ມຂຶ້ນຂອງນໍ້າໜັກຢ່າງໄວວາໃນເດັກໄວເກີດໃໝ່, ໂດຍ 18% ຂອງເດັກນ້ອຍໃນທົ່ວໂລກແມ່ນມີນໍ້າໜັກເກີນມາດຕະຖານ ແລະ ເປັນພະຍາດຕຸ້ຍ, ເນື່ອງຈາກການເຜົາຜານຂອງຮ່າງກາຍທີ່ຫຼຸດລົງ ເມື່ອເວລາທີ່ອຸນຫະພູມຂອງອາກາດເພີ່ມສູງຂຶ້ນ ຮ່າງກາຍກໍ່ຕ້ອງຮັກສາຄວາມສົມດູນຂອງອຸນຫະພູມໄວ້ໃຫ້ໄດ້ຫຼາຍທີ່ສຸດ ການວິໄຈໃນລັດຄາລິຟໍເນຍ ຊີ້ໃຫ້ເຫັນວ່າ 40% ຂອງແມ່ຍິງຖືພາແມ່ນໄດ້ສຳຜັດກັບມົນລະພິດທາງອາກາດຈາກໄຟໄໝ້ປ່າ ແລະ ແມ່ຍິງຖືພາທີ່ອາໄສຢູ່ໃນເຂດໃກ້ຄຽງເຂດໄຟໄໝ້ປ່າມີຄວາມສ່ຽງສູງ ທີ່ຈະເຮັດໃຫ້ລູກໃນທ້ອງເກີດຄວາມພິການແຕ່ກໍາເນີດ ແລະ ຈະມີຄວາມສ່ຽງສູງເພີ່ມຂຶ້ນອີກ 28% ໂດຍສະເພາະໃນຊ່ວງທໍາອິດຂອງການຖືພາ. ນອກຈາກນີ້, ອົງການUNICEF ຍັງໄດ້ເຜີຍດັດຊະນີຄວາມສ່ຽງດ້ານສະພາບພູມອາກາດຕໍ່ເດັກ (ຕາມບົດລາຍງານປີ 2021), ພົບວ່າເດັກນ້ອຍ 1 ພັນລ້ານຄົນມີຄວາມສ່ຽງສູງທີ່ສຸດຕໍ່ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ເຊິ່ງນັ້ນແມ່ນໝາຍເຖິງຈໍານວນເຄິ່ງໜຶ່ງຂອງເດັກນ້ອຍໃນທົ່ວໂລກ. - ເດັກນ້ອຍ 820 ລ້ານຄົນຮັບຜົນກະທົບຈາກຄື້ນຄວາມຮ້ອນ - ເດັກນ້ອຍ 400 ລ້ານຄົນໄດ້ຮັບຜົນກະທົບຈາກພາຍຸໄຊໂຄນ - ເດັກນ້ອຍ 330 ລ້ານຄົນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ - ເດັກນ້ອຍ 240 ລ້ານຄົນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຊາຍຝັ່ງ - ເດັກນ້ອຍ 920 ລ້ານຄົນພົບກັບບັນຫາການຂາດແຄນນໍ້າ - ເດັກນ້ອຍ 600 ລ້ານຄົນເປັນພະຍາດຈາກພາຫະນໍາເຊື້ອເຊັ່ນ: ໄຂ້ມາລາເລຍ - ເດັກນ້ອຍ 2 ພັນລ້ານຄົນຕ້ອງສຳຜັດກັບມົນລະພິດທາງອາກາດ - ເດັກນ້ອຍ 815 ລ້ານສ່ຽງສຳຜັດກັບມົນລະພິດທາດຊືນສູງ.  ຈາກບັນຫາທີ່ກ່າວມາລ້ວນແລ້ວແຕ່ບົ່ງບອກເຖິງຄຸນະພາບຊີວິດທີ່ຕໍ່າລົງຂອງຄົນຍຸກໃໝ່ທີ່ຕ້ອງໄດ້ປະເຊີນກັບບັນຫາທີ່ທ້າທ້າຍ ແລະ ແກ້ໄຂກັບວິກິດການນີ້ ດັ່ງນັ້ນ, ການສະໜອງຄວາມຮູ້ທາງດ້ານສິ່ງແວດລ້ອມ ແລະ ວິທີການຮັບມືກັບບັນຫາການປ່ຽນແປງດິນຟ້າອາກາດຈຶ່ງເປັນສິ່ງທີ່ຈໍາເປັນຕໍ່ທຸກພາກສ່ວນ ເພື່ອປ້ອງກັນ ແລະ ຫຼີກລ່ຽງໄພອັນຕະລາຍທີ່ຈະເກີດຂຶ້ນໂດຍສະເພາະຕໍ່ກັບເດັກນ້ອຍທີ່ຍັງບໍ່ສາມາດຮັບຮູ້, ປັບໂຕ ແລະ ຫາວິທີທາງຮັບມືກັບບັນຫາທີ່ເກີດຂຶ້ນກັບສະພາບແວດລ້ອມທີ່ພວກເຂົາອາໄສຢູ່ໄດ້ ພວກເຮົາທີ່ເປັນຄົນໃນຮຸ່ນປະຈຸບັນຄວນຮ່ວມມືກັນແກ້ໄຂ ເພື່ອບໍ່ໃຫ້ເປັນບັນຫາທີ່ສືບທອດໄປຮອດຄົນຮຸ່ນຕໍ່ໄປ. #EconewsLaos #Biodiversity #Climatechange

ແຫຼ່ງຂໍ້ມູນຈາກ: https://www.theguardian.com/.../global-heating-linked... https://www.unicef.org/.../UNICEF-climate-crisis-child...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.