ການປ່ຽນແປງດິນຟ້າອາກາດສົ່ງຜົນໃຫ້ປະເທດເກົາຫຼີໃຕ້ຂາດແຄນກິມຈິ
ການປ່ຽນແປງດິນຟ້າອາກາດສົ່ງຜົນໃຫ້ປະເທດເກົາຫຼີໃຕ້ຂາດແຄນກິມຈິ
10 November, 2023
Share now
ກິມຈິ ເປັນອາຫານພື້ນເມືອງຂອງປະເທດເກົາຫຼີໃຕ້ ທີ່ໂດ່ງດັງ ແລະ ເປັນທີ່ນິຍົມຮັບປະທານກັນເປັນຈໍານວນຫຼາຍ. ແຕ່ເມື່ອບໍ່ດົນມານີ້, ຍ້ອນສະພາບອາກາດທີ່ແປປວນ ສົ່ງຜົນໃຫ້ປະເທດເກົາຫຼີໃຕ້ໄດ້ພົບກັບບັນຫາການຂາດແຄນກິມຈິ ແລະ ກິມຈິມີລາຄາທີ່ສູງຂຶ້ນ.

ການປ່ຽນແປງຂອງດິນຟ້າອາກາດກໍ່ໃຫ້ເກີດການຂາດແຄນຜັກກາດຂາວທີ່ເປັນສ່ວນປະກອບຫຼັກຂອງກິມຈິ. ໂດຍທົ່ວໄປແລ້ວ, ຜັກກາດຂາວແມ່ນຕ້ອງການອາກາດໜາວ ແລະ ອຸນຫະພູມທີ່ຄົງທີ່ ໃນການຕະເລີນເຕີບໂຕທີ່ເໝາະສົມ. ແຕ່ຍ້ອນຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດໃນປີຜ່ານໆມາເຮັດໃຫ້ໂລກມີອຸນຫະພູມທີ່ສູງຂຶ້ນ ເຊິ່ງສົ່ງຜົນໃຫ້ຜັກກາດຂາວໄດ້ຮັບຄວາມເສຍຫາຍ ແລະ ເກັບກ່ຽວໄດ້ໜ້ອຍລົງ ເຊິ່ງນໍາໄປສູ່ ລາຄາຜັກກາດຂາວສູງຂຶ້ນເປັນເປັນເທົ່າໂຕ. ບໍ່ພຽງແຕ່ການປະເຊີນໜ້າກັບອຸນຫະພູມທີ່ຮ້ອນຂຶ້ນເທົ່ານັ້ນ ແຕ່ຊາວກະສິກອນຜູ້ທີ່ປູກຜັກກາດຂາວ ຍັງຕ້ອງພົບກັບຝົນຕົກໜັກ ແລະ ພາຍຸໄຕ້ຝຸ່ນ ທີ່ທໍາລາຍຜົນລະປູກນໍາອີກດ້ວຍ.

ທ່ານ Kim Myung-Hyun, ນັກ​ວິ​ໄຈ​ຈາກ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ກະ​ສິ​ກຳ​ແຫ່ງ​ຊາດ​​ເກົາ​ຫຼີ​ໃຕ້, ກ່າວໄວ້ວ່າ “ຖ້າຫາກການປ່ຽນແປງຂອງດິນຟ້າອາກາດຍັງຄົງສືບຕໍ່ໄປ, ພາຍໃນປີ 2090 ຜັກກາດຂາວທີ່ປູກຢູ່ພື້ນທີ່ຮາບສູງຂອງເກົາຫຼີຈະຫຼຸດລົງ 99 ສ່ວນຮ້ອຍ ເຊິ່ງໝາຍຄວາມວ່າຈະບໍ່ມີການເກັບກ່ຽວຜັກກາດຂາວອີກຕໍ່ໄປ”

ແຫຼ່ງຂໍ້ມູນອ້າງອີງ:

https://www.washingtonpost.com/world/2022/09/23/south-korea-kimchi-crisis-shortage/?fbclid=IwAR1dGtqiH-lAmndylUfKJ5wdx2qporBeodEJ-V2uPjA0ATE48w5UMlZmWbg

#econewslaos #climatechange #globalwarming

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.