ພາວະໂລກຮ້ອນ ແລະ ມົນລະພິດໃນສີ່ງແວດລ້ອມເຮັດໃຫ້ພະຍາດດື້ຢາຫຼາຍຂື້ນ ເຮົາອາດສູນເສຍ 10 ລ້ານຊິວິດ ພາຍໃນປີ 2050
ພາວະໂລກຮ້ອນ ແລະ ມົນລະພິດໃນສີ່ງແວດລ້ອມເຮັດໃຫ້ພະຍາດດື້ຢາຫຼາຍຂື້ນ ເຮົາອາດສູນເສຍ 10 ລ້ານຊິວິດ ພາຍໃນປີ 2050
10 February, 2023
Share now
ໂຄງການສິ່ງແວດລ້ອມຂອງສະຫະປະຊາຊາດ ຫຼື United Nations Environment Programme ໄດ້ມີການລາຍງານວ່າ ມົນລະພິດ, ການປ່ຽນແປງດິນຟ້າອາກາດ ແລະ ການສູນເສຍຊີວະນາໆພັນ ແມ່ນມີສ່ວນສຳຄັນເຮັດໃຫ້ພະຍາດຈຸລິນຊີຕ່າງໆມີການດື້ຢາຕ້ານເຊື້ອຫຼາຍຂຶ້ນ, ຄຽງຄູ່ໄປກັບອີກໜຶ່ງຕົ້ນເຫດຫຼັກນັ້ນກໍຄືການໃຊ້ຢາຕ້ານເຊື້ອຫຼາຍເກີນໄປໂດຍບໍ່ຈຳເປັນ.

ການທີ່ພະຍາດຈຸລິນຊີຕ່າງໆມີຄວາມສາມາດຕ້ານທານໄດ້ຫຼາຍຂຶ້ນ ແມ່ນເອີ້ນວ່າ antimicrobial resistance ຫຼື AMR ເຊິ່ງປະຈຸບັນເກີດຈາກຜົນກະທົບທາງສິ່ງແວດລ້ອມ ໂດຍສະເພາະແມ່ນ ພາວະໂລກຮ້ອນ ແລະ ການປົນເປື້ອນຂອງມົນລະພິດຈາກຫຼາຍທີ່ມາ. ສິ່ງນີ້ແມ່ນມີອິດທິພົນຢ່າງຫຼວງຫຼາຍໃນການເຮັດໃຫ້ສານເຄມີ ແລະ ຢາຕ່າງໆທີ່ມະນຸດນໍາໃຊ້ເພື່ອປົວພະຍາດ, ຂ້າເຊື້ອແບັກທີເລຍ, ເຊື້ອໄວຣັສ, ເຊື້ອເຫັດ ແລະ ແມ່ກາຝາກ ມີປະສິດທິພາບໜ້ອຍລົງຊັກໄຊ້. ທັງນີ້ ມະນຸດກໍໄດ້ມີການນໍາໃຊ້ເພື່ອຊ່ວຍຊີວິດມານັບບໍ່ຖ້ວນຜ່ານທາງການແພດ ແລະ ຍັງມີບົດບາດສຳຄັນໂດຍກົງກັບຄວາມໝັ້ນຄົງທາງດ້ານສະບຽງອາຫານເນື່ອງຈາກມັນໄດ້ຖືກນໍາໃຊ້ເຂົ້າໃນການເຮັດກະສິກຳອີກດ້ວຍ. ນອກຈາກນີ້, ການວິໄຈທີ່ຜ່ານມາໃຫ້ເຫັນວ່າການຕິດເຊື້ອແບັກທີເລຍທີ່ທົນທານຕໍ່ຢາຕ້ານເຊື້ອໄດ້ມີບົດບາດໃນການເສຍຊີວິດເກືອບ 5 ລ້ານຄົນໃນປີ 2019. ອົງການອະນາໄມໂລກ (WHO) ຖືວ່າການຕໍ່ຕ້ານເຊື້ອແບັກທີເລຍເປັນຫນຶ່ງໃນ 10 ໄພຂົ່ມຂູ່ຕໍ່ສຸຂະພາບຂອງໂລກ ແລະ ຄາດວ່າອາດມີການສູນເສຍເຖິງ 10 ລ້ານຊີວິດ ພາຍໃນປີ 2050. ຍິ່ງໄປກວ່ານັ້ນ, ບົດລາຍງານທີ່ກ່າວມາຂ້າງເທິງຍັງໄດ້ອ້າງວ່າ ການຕ້ານທານຂອງພະຍາດຈຸລິນຊີອາດເຮັດໃຫ້ລັດຖະບານມີການສູນເສຍທາງເສດຖະກິດຫຼາຍຕື້ໂດລາ ແລະ ເຮັດໃຫ້ປະຊາຊົນ 24 ລ້ານຄົນໃນທົ່ວໂລກຂາດແຄນອັນເກີດມາຈາກຄວາມທຸກຍາກ. ທັງນີ້, ບັນຫາດັ່ງກ່າວອາດຖືກແກ້ໄຂໃຫ້ດີຂຶ້ນໄດ້ໂດຍການຍົກລະດັບການປ້ອງກັນການປົນເປື້ອນມົນລະພິດຈາກບັນດາອຸສາຫະກຳ ແລະ ໂຮງໝໍຕ່າງໆ. ສິ່ງສຳຄັນແມ່ນ ການແກ້ໄຂບັນຫາທີ່ປາຍເຫດເຊັ່ນການບຳບັດດິນ ຫຼື ນໍ້າໃນທຳມະຊາດທີ່ປົນເປື້ອນຢູ່ແລ້ວນັ້ນຍາກ ແລະ ໃຊ້ຄ່າໃຊ້ຈ່າຍເປັນຈຳນວນມະຫາສານ. ທີ່ມາ: - https://www.unep.org/resou.../superbugs/environmental-actionhttps://news.mongabay.com/.../pollution-and-climate.../ #econewslaos #climatechange #onehealth #pollution

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.