ວັດຖະຈັກນໍ້າຂອງໂລກກຳລັງແປປວນ ວົງຈອນນໍ້າຈະໝຸນວຽນໄວ ແລະ ຮຸນແຮງຂຶ້ນປະມານ 7%
ວັດຖະຈັກນໍ້າຂອງໂລກກຳລັງແປປວນ ວົງຈອນນໍ້າຈະໝຸນວຽນໄວ ແລະ ຮຸນແຮງຂຶ້ນປະມານ 7%
15 May, 2022
Share now
ການປ່ຽນແປງສະພາບພູມອາກາດຂອງໂລກໃນປັດຈຸບັນແມ່ນໄດ້ສົ່ງຜົນຕໍ່ວັດທະຈັກຂອງນໍ້າ ກໍຄືຂະບວນການລະເຫີຍກາຍເປັນອາຍນໍ້າຂຶ້ນເທິງຟ້າ ແລະ ການຄວບແໜ້ນກາຍເປັນຝົນ ເລີ່ມມີການໝູນວຽນເປັນວົງຈອນຢ່າງວ່ອງໄວ ແລະ ມີທ່າອ່ຽງຮຸນແຮງຂຶ້ນເລື້ອຍໆ. ແຫຼ່ງນໍ້າຈືດກໍຍິ່ງຈະຈືດຂຶ້ນ ສ່ວນແຫຼ່ງນໍ້າເຄັມກໍຍິ່ງຈະເຄັມຂຶ້ນ, ພ້ອມທັງສົ່ງຜົນເຮັດໃຫ້ພື້ນທີ່ທີ່ປະສົບກັບໄພແຫ້ງແລ້ງແມ່ນຈະຂາດແຄນນໍ້າຍິ່ງກວ່າເກົ່າ. ເຂດຮ້ອນຊຸ່ມມໍລະສຸມຈະມີພາຍຸຮຸນແຮງກວ່າເກົ່າ ແລະ ຄວາມສ່ຽງທີ່ຈະເກີດອຸທົກກະໄພຮ້າຍແຮງກໍຍິ່ງເພີ່ມຂຶ້ນ.

ໄພອັນຕະລາຍທີ່ກ່າວມາໃນຂ້າງເທິງນີ້ສາມາດອ້າງອີງໄດ້ຈາກຜົນການສຶກສາການວິເຄາະຂໍ້ມູນຈາກດາວທຽມຄັ້ງລ່າສຸດ. ໂດຍທີມນັກວິໄຈຈາກສະຖາບັນວິທະຍາສາດທາງທະເລຫຼາຍແຫ່ງຂອງປະເທດແອັດສະປາຍທີ່ໄດ້ຕີພິມບົດລາຍງານດັ່ງກ່າວໃນວາລະສານຂອງ Scientific reports; ຈາກຜົນການສຶກສາພົບວ່າ ການວັດຄ່າຄວາມເຄັມ ຫຼື ຄວາມເຂັ້ມຂອງແຮ່ທາດທີ່ຜິວນໍ້າທະເລ ໂດຍໃຊ້ອຸປະກອນອີເລັກໂຕນິກທີ່ຕິດຢູ່ກັບທຸ່ນລອຍນໍ້າໃນມະຫາສະໝຸດ ໄດ້ຊີ້ໃຫ້ເຫັນເຖິງຄ່າຄວາມເຄັມຂອງນໍ້າທະເລມີຄວາມຄາດເຄື່ອນກວ່າປົກກະຕິຢ່າງຫຼາຍ, ທີມນັກວິໄຈຍັງໄດ້ລະບຸວ່າ ຄ່າຄວາມເຄັມຂອງຜິວນໍ້າທະເລທີ່ປ່ຽນແປງໄປໂດຍເພີ່ມຂຶ້ນສູງກວ່າປົກກະຕິນັ້ນ, ສາເຫດແມ່ນມາຈາກພາວະໂລກຮ້ອນທີ່ສົ່ງຜົນໃຫ້ບໍລິເວນທີ່ນໍ້າທະເລມີອຸນຫະພູມສູງ, ຈົນເກີດການລະເຫີຍກາຍເປັນອາຍຂອງຜິວໜ້ານໍ້າຫຼາຍຂຶ້ນ ແລະ ໄວຂຶ້ນ. ຄວາມຊຸ່ມສຳຜັດໃນຊັ້ນບັນຍາກາດໄດ້ເພີ່ມຂຶ້ນ ເຮັດໃຫ້ອາຍນໍ້າຮວມຕົວກັນກາຍເປັນພາຍຸໃນເຂດໃກ້ເສັ້ນສູນສູດ ແລະ ຂົ້ວໂລກທັງສອງຫຼາຍຂຶ້ນ.

ວັດຖະຈັກຂອງນໍ້າທີ່ແປປວນກາຍເປັນສາເຫດຂອງການປ່ຽນແປງສະພາບພູມອາກາດໃນຮູບແບບທີ່ເອີ້ນວ່າ “ພື້ນທີ່ຊຸ່ມກໍຍິ່ງຊຸ່ມຂຶ້ນ ພື້ນທີ່ແຫ້ງກໍຍິ່ງແຫ້ງຂຶ້ນ” ແຫຼ່ງນ້ຳໃນສ່ວນຕ່າງໆຂອງໂລກຍ່ອມໄດ້ຮັບຜົນກະທົບເຊັ່ນດຽວກັນ, ໂດຍແຫຼ່ງນ້ຳຈືດຈະມີແຮ່ທາດເຈືອຈາງຢູ່ ແລະ ມີລົດຊາດທີ່ຈືດກວ່າເກົ່າ; ເນື່ອງຈາກປະລິມານນ້ຳຝົນທີ່ເພີ່ມຂຶ້ນ ສ່ວນນໍ້າທະເລກໍຍິ່ງຈະມີຄວາມເຂັ້ມຂຸ້ນຂອງແຮ່ທາດສູງຂຶ້ນ ແລະ ກໍຈະມີລົດຊາດເຄັມຍິິ່ງຂຶ້ນ ເນື່ອງຈາກການລະເຫີຍອາຍຂອງນ້ຳທີ່ມີອັດຕາສູງຂຶ້ນ ແຕ່ກັບບໍ່ຕົກກັບມາໃສ່ບໍລິເວນເກົ່າທີ່ມີອຸນຫະພູມສູງ.

ທ່ານ ດຣ ເອັສເຕຣລາ ອອລເມໂດ ( Estrella Olmedo ), ໜຶ່ງໃນນັກຄົ້ນຄວ້າຈາກສະຖາບັນວິທະຍາສາດທາງທະເລຂອງບາເຊໂລນາ ສະແດງຄວາມກັງວົນກ່ຽວກັບສະພາບການຂ້າງເທິງນັ້ນວ່າ “ປະລິມານອາຍນ້ຳໃນບັນຍາກາດຍິ່ງສູງຂຶ້ນ ແລະ ມີໄອນໍ້າຫຼາຍໄຫຼວຽນຢູ່ໃນວົງຈອນນໍ້າ, ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ບໍລິເວນພາກເໜືອ ແລະ ຂົ້ວໂລກໃຕ້ ຫິມະ ແລະນໍ້າກ້ອນທີ່ຍັງເຫຼືອຈະລະລາຍຢ່າງໄວວາ. ເພາະວ່າຝົນຈະຕົກແທນທີ່ຈະມີຫິມະຕົກຄືເກົ່າ.”

ຂໍ້ມູນລ່າສຸດຈາກພາບຖ່າຍດາວທຽມແມ່ນສອດຄ່ອງກັບການຄາດຄະເນກັບຕົວແບບສະພາບອາກາດທົ່ວໂລກ. ເຊິ່ງໄດ້ມີການຄາດຄະເນໄວ້ໃນເມື່ອກ່ອນວ່າໃນທຸກໆ 1 ອົງສາ ທີ່ເພີ່ມຂຶ້ນນີ້ຈະສົ່ງຜົນໃຫ້ມີວົງຈອນນໍ້າໝູນວຽນໄວ ແລະ ຮຸນແຮງຂຶ້ນໂດຍປະມານ 7%, ຫມາຍຄວາມວ່າເຂດຊຸ່ມຈະມີຝົນຕົກຫນັກ 7% ໂດຍສະເລ່ຍ, ແລະ ເຂດແຫ້ງແລ້ງຈະປະສົບກັບສະພາບອາກາດແຫ້ງແລ້ງໂດຍສະເລ່ຍ 7%.

ແຫຼ່ງຂໍ້ມູນຈາກ: https://www.bbc.com/thai/international-61299458https://www.sciencealert.com/earth-s-water-cycle-is...https://www.nationofchange.org/.../climate-crisis-is.../

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.