ສປປລາວຕັ້ງເປົ້າຫຼຸດຜ່ອນ ແລະ ການດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນໃນປີ 2050 ໃນກອງປະຊຸມ COP26
ສປປລາວຕັ້ງເປົ້າຫຼຸດຜ່ອນ ແລະ ການດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນໃນປີ 2050 ໃນກອງປະຊຸມ COP26
16 November, 2021
Share now
ໃນກອງປະຊຸມ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 26 (COP26) ທີ່ຈັດຂຶ້ນໃນວັນທີ 31ຕຸລາ ຫາ 12 ພະຈິກ ທີ່ຜ່ານມາ. ກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມຈາກຫຼາຍບັນດາປະເທດທົ່ວໂລກເຖິງ 196 ປະເທດ. ໃນນັ້ນ, ສປປ ລາວກໍໄດ້ມີການເຂົ້າຮ່ວມ ເຊິ່ງນໍາພາໂດຍທ່ານ ນ. ບຸນຄໍາ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ໂດຍ ທ່ານ ນ. ບຸນຄໍາ ວໍລະຈິດ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ຈະເຊື່ອມສານວຽກງານດ້ານການປ່ຽນແປງດິນຟ້າອາກາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ.

🌎 ເພື່ອປະກອບສ່ວນໃນການຈັດຕັ້ງປະຕິບັດສົນທິສັນຍາປາຣີ, ຈະໄດ້ມີການຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນໃນປີ 2050 (Net Zero Emission by 2050) ຈະຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໃຫ້ໄດ້ 60% ພາຍໃນປີ 2030 ດ້ວຍການ:

  • ເພີ່ມພື້ນທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70%.

  • ເພີ່ມກໍາລັງທົດແທນ ແລະ ພະລັງງານສະອາດ ແລະ ເພີ່ມການນໍາໃຊ້ລົດໄຟຟ້າໃຫ້ໄດ້ 30%.

🌎 ນອກຈາກນີ້, ກໍຍັງໄດ້ມີການພົບປະ ແລະ ຮ່ວມປຶກສາຫາລືກັບບັນດາປະເທດຕ່າງໆ ໃນການຮ່ວມມື ແບບສອງຝ່າຍ ຫຼື ຫຼາຍຝ່າຍໃນຕໍ່ໜ້າ ເພື່ອໃຫ້ການຮ່ວມມືແກ້ໄຂບັນຫາດ້ານການປ່ຽນແປງດິນຟ້າອາກາດໃນຄັ້ງນີ້ມີປະສິດທິພາບຍິ່ງຂຶ້ນ.

 

ອ້າງອີງຮູບ ແລະ ເນື້ອຫາຈາກ:https://web.facebook.com/monre.gov.la/posts/196920349281440

#EconewsLaos#COP26#ClimateChange#NetZero

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.