10 ຂໍ້ມູນວິທະຍາສາດທີ່ສຳຄັນກ່ຽວກັບການປ່ຽນແປງດິນຟ້າອາກາດທີ່ຖືກສະເໜີໃນ COP26
10 ຂໍ້ມູນວິທະຍາສາດທີ່ສຳຄັນກ່ຽວກັບການປ່ຽນແປງດິນຟ້າອາກາດທີ່ຖືກສະເໜີໃນ COP26
12 November, 2021
Share now
ຊຸດຂໍ້ມູນນີ້ແມ່ນຖືກນຳສະເໜີໂດຍ ອົງການອຸຕຸນິຍົມໂລກ (WMO), ຮ່ວມມືໂດຍ ໂຄງການຄົ້ນຄວ້າສະພາບອາກາດໂລກ (WCRP), Future Earth ແລະ the Earth League. 🔬 ເຊິ່ງໄດ້ອີງຕາມການປະເມີນຂອງນັກຄົ້ນຄວ້າຊັ້ນນຳຂອງໂລກກ່ຽວກັບດ້ານດິນຟ້າອາກາດຫຼາຍກວ່າ 60 ທ່ານ, ກັບການຄັດກອງຂໍ້ມູນຈາກນັກວິທະຍາສາດທີ່ເຮັດວຽກໃນສະໜາມຫຼາຍພັນທ່ານ.

🌎 10 ຂໍ້ມູນວິທະຍາສາດສຳຄັນດັ່ງກ່າວມີດັ່ງນີ້ຄື*:

1.#ການຮັກສາສະຖຽນລະພາບ ທີ່ອຸນຫະພູມ 1.5ອົງສາ C ຍັງເປັນໄປໄດ້, ແຕ່ຈໍາເປັນຕ້ອງມີການດໍາເນີນການທົ່ວໂລກໃນທັນທີ ແລະ ຈິງຈັງ.

2.#ການຂະຫຍາຍຕົວຢ່າງໄວວາຂອງການປ່ອຍອາຍພິດຈາກການກະສິກຳ, ການໃຊ້ທີ່ດິນ ແລະ ຂຸດຄົ້ນນໍ້າມັນດິບ ຄື ເມຕານ (methane) ແລະ ອົກຊິດນີຕຣິກ (nitrous oxide) ເຮັດໃຫ້ພວກເຮົາສາມາດກ້າວໄປສູ່ການມີອຸນຫະພູມອົບອຸ່ນເຖິງ 2.7 ອົງສາ C. ດັ່ງນັ້ນ, ນອກຈາກການສຸມໃສ່ການຫຼຸດລົງຂອງກາກບອນດີອົກຊິດ (Carbon dioxide), ກາສເຮືອນແກ້ວອື່ນໆກໍຕ້ອງມີການວາງແຜນໃຫ້ມີການຫຼຸດລົງເຊັ່ນກັນ.

3.#ໄຟໄໝ້ປ່າເປັນວົງກວ້າງ ຫຼື Megafires - ການປ່ຽນແປງຂອງດິນຟ້າອາກາດຈະບັງຄັບໃຫ້ມີເຫດການໄຟໄໝ້ຮຸນແຮງ ຈົນກ້າວໄປເຖິງການມີຜົນກະທົບຮ້າຍແຮງລະດັບໃໝ່ຕໍ່ສິ່ງແວດລ້ອມ.

4.#ອົງປະກອບຂອງດິນຟ້າອາກາດມີຄວາມສ່ຽງທີ່ມີຜົນກະທົບສູງ, ອົງປະກອບເຫຼົ່ານີ້ ເປັນຕົ້ນແມ່ນ ການປ່ອຍອາຍກາສເຮືອນແກ້ວຕ່າງໆ, ການຫຼຸດລົງຂອງນໍ້າກ້ອນຂົ້ວໂລກ, ການສະສົມຄວາມຮ້ອນຂອງມະຫາສະໝຸດ ແລະ ອື່ນໆ, ເຊິ່ງມັນ ລວມໄປເຖິງຜົນກະທົບເຊິ່ງກັນ ແລະ ກັນຂອງອົງປະກອບເຫຼົ່ານີ້ ທີ່ເຮັດໃຫ້ພາວະໂລກຮ້ອນຮຸນແຮງຂຶ້ນ.

5.#ການແກ້ໄຂບັນຫາດິນຟ້າອາກາດທົ່ວໂລກຕ້ອງເປັນທຳ ແລະ ສະເໝີພາກ, ເປັນຕົ້ນແມ່ນປະຊາກອນທີ່ລວຍທີ່ສຸດຂອງໂລກ 1% ແມ່ນຕ້ອງຫຼຸດຈຳນວນການປ່ອຍກາສເຮືອນແກ້ວຂອງໂຕເອງລົງເກືອບ 97%, ເພື່ອໃຫ້ປະຊາກອນ ທີ່ທຸກຍາກ 50% ຂອງໂລກສາມາດເພີ່ມການປ່ອຍກາສເຮືອນແກ້ວຂອງໂຕເອງຂຶ້ນ 3 ເທົ່າ.

6.#ການສະຫນັບສະຫນູນການປ່ຽນແປງພຶດຕິກໍາໃນຂັ້ນຄົວເຮືອນແມ່ນສໍາຄັນແຕ່ມັກຈະຖືກເບິ່ງຂ້າມ.

7.#ສິ່ງທ້າທາຍທາງດ້ານການເມືອງຂັດຂວາງປະສິດທິຜົນຂອງລາຄາກາກບອນ (carbon pricing).

8.#ວິທີແກ້ໄຂທີ່ອີງໃສ່ທໍາມະຊາດ (NbS) ແມ່ນສໍາຄັນສໍາລັບເສັ້ນທາງໄປສູ່ການບັນລຸສົນທິສັນຍາປາຣີ - ແຕ່ບໍ່ຄວນເຮັດໃຫ້ມັນກາຍເປັນເຫດຜົນມາຂັດຂວາງນະໂຍບາຍການເຮັດໃຫ້ການປ່ອຍກາສເຮືອນແກ້ວຈາກນໍ້າມັນດິບຫຼຸດລົງ.

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.