ຟັງສຽງເດັກນ້ອຍຮຽກຮ້ອງສິດທິໃນການມີຊິວິດທີ່ອຸດົມສົມບູນຜ່ານ ງານວິໄສທັດແຫ່ງການພັດທະນາ Visionaries#2
ຟັງສຽງເດັກນ້ອຍຮຽກຮ້ອງສິດທິໃນການມີຊິວິດທີ່ອຸດົມສົມບູນຜ່ານ ງານວິໄສທັດແຫ່ງການພັດທະນາ Visionaries#2
30 June, 2023
Share now
‘ເດັກນ້ອຍຄືຜູ້ທີ່ບໍ່ໄດ້ສ້າງບັນຫາດ້ານສິ່ງແວດລ້ອມ ແຕ່ເປັນກຸ່ມທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ແລະ ສຽງຂອງພວກເຂົາກໍບໍ່ໄດ້ຮັບຄວາມສົນໃຈເທົ່າທີ່ຄວນ’

ວັນທີ 29 ມິຖຸນາ 2023 ທີ່ຜ່ານມາໄດ້ມີການຈັດງານວິໄສທັດແຫ່ງການພັດທະນາ (Visionaries) ຄັ້ງທີ #2 ໃນຫົວຂໍ້ #ສິດທິໃນການມີຊີວິດທີ່ອຸດົມສົມບູນຂອງເດັກ Child’s Right To A Healthy Planet ຫລັງຈາກການເປີດຕົວແຄມເປນ #ເລີ່ມຈາກຕົວເຮົາເອງ ຫລື It Starts With Me ໃນວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ໂດຍອົງການກອງທຶນອະນຸລັກທຳມະຊາດໂລກ WWF ແລະ ອົງການສຸພະນິມິດສາກົນ ປະຈຳ ສປປ ລາວ World Vision Laos.

#ຈຸດປະສົງຫລັກຂອງງານ ແມ່ນເພື່ອເປັນເວທີທີ່ສົ່ງເສີມສຽງຂອງເດັກນ້ອຍລາວໄດ້ແລກປ່ຽນຄວາມຝັນຂອງພວກເຂົາທີ່ຢາກເຫັນອະນາຄົດອັນຍືນຍົງ ໂດຍມີການຂຶ້ນກ່າວກ່ຽວກັບວິໄສທັດ, ບັນຫາ ແລະ ຄວາມຕ້ອງການຂອງຕົວແທນໄວຫນຸ່ມຈຳນວນ 5 ຄົນ ຈາກຜູ້ສະຫມັກທັງຫມົດ 65 ຄົນຈາກທົ່ວປະເທດ ທີ່ໄດ້ສະຫມັກເຂົ້າມາຮ່ວມກິດຈະກຳຜ່ານ ວິທະຍຸຊາວຫນຸ່ມລາວສິນໄຊຍຸກໃຫມ່ Lao Youth Radio.

ນອກຈາກນີ້, ຍັງມີການເສວະນາຈາກ 6 ຜູ້ຊ່ຽວຊານດ້ານນິຕິກໍາ, ບັນຫາການປ່ຽນແປງດິນຟ້າອາກາດ, ສິ່ງແວດລ້ອມ, ສິດທິເດັກຈາກພາກສ່ວນກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, UNICEF, EU, WWF, Zero Waste Laos ແລະ ຕົວແທນຂອງກຸ່ມເດັກນ້ອຍ.

ວິກິດການດ້ານສິ່ງແວດລ້ອມໂດຍສະເພາະບັນຫາການປ່ຽນແປງດິນຟ້າອາກາດ (Climate Change) ກໍາລັງຂັດຂວາງ ແລະ ທຳລາຍ ສິດທິໃນການມີຊີວິດທີ່ອຸດົມສົມບູນຂອງເດັກ ເຊິ່ງເປັນສິດທິພື້ນຖານທີ່ພວກເຂົາຄວນໄດ້ຮັບ. ປະເດັນດັ່ງກ່າວໄດ້ຖືກຍົກມາເປັນເປັນເນື້ອຫາສຳຄັນພາຍໃນງານ.

ອີກທັງຍັງໄດ້ມີການກ່າວເຖິງ

  • ເດັກນ້ອຍເປັນກຸ່ມທີ່ໄດ້ຮັບຜົນກະທົບຫລາຍສຸດດ້ານສຸຂະພາບເນື່ອງຈາກບັນຫາມົນລະພາວະທາງອາກາດ

  • ເດັກນ້ອຍຂາດໂອກາດໃນການສຶກສາຍ້ອນບັນຫາດ້ານສະພາບແວດລ້ອມສົ່ງຜົນຕໍ່ເສດຖະກິດ ແລະ ພື້ນຖານການດຳລົງຊີວິດ

  • ເດັກນ້ອຍອາດຈະສູນເສຍສິດໃນການເຕີບໃຫຍ່ໄປໃຊ້ຊີວິດໃນໂລກອະນາຄົດທີ່ອຸດົມສົມບູນ ແຕ່ເປັນໂລກທີ່ຊັບພະຍາກອນທໍາມະຊາດສູນຫາຍ, ລະບົບນິເວດພັງ ແລະ ສະພາບແວດລ້ອມທີ່ເປັນພິດແທນ.

ແຄມເປນ #ເລີ່ມຈາກຕົວເຮົາເອງ ຫລື It Starts With Me ຈຶ່ງໄດ້ຖືກຈັດຕັ້ງຂຶ້ນໂດຍເນັ້ນໃສ່ປຸກລະດົມຈິດສຳນຶກ ແລະ ຄວາມເຂົ້າໃຈກ່ຽວກັບສິ່ງແວດລ້ອມ, ຄວາມຮັບຮູ້ ແລະ ການປົກປ້ອງສິດທິຂອງເດັກ ເພື່ອໃຫ້ທຸກໆຄົນມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມ ໂດຍໄດ້ມີການລົງພື້ນທີ່ຈັດກິດຈະກຳຕາມໂຮງຮຽນທັງຫມົດ 6 ແຂວງ ແລະ ຈະສືບຕໍ່ຈັດຕັ້ງໃຫ້ຄົບທຸກແຂວງທົ່ວປະເທດ.

“ເລີ່ມຈາກສິ່ງງ່າຍໆອ້ອມຕົວ, ສິ່ງທີ່ປະຕິບັດໄດ້ໃນແຕ່ລະຄົວເຮືອນ, ເລີ່ມຈາກຂ້ອຍ, ເລີ່ມຈາກພວກເຮົາ ແລະ ເລີ່ມຈາກທຸກໆຄົນ ເພື່ອສ້າງສິ່ງແວດລ້ອມທີ່ສົດໃສໃຫ້ແກ່ເດັກນ້ອຍໃນອະນາຄົດ” ກ່າວໂດຍ ທ່ານນາງ Edelweiss Silan ຜູ້ອຳນວຍການອົງການສຸພະນິມິດສາກົນ ປະຈຳ ສປປ ລາວ World Vision Laos.

#econewslaos #itstartswithme #visionaries2 #ChildsRight #ສິດທິໃນການມີຊີວິດທີ່ອຸດົມສົມບູນຂອງເດັກ #climatechange.

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.